![]() |
|||
|
|
|||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ
ໃນວັນ 20 ມັງກອນ 2012 ໄດ້ຈັດປາຖະກະຖາຂຶ້ນເພື່ອລະນຶກເຖີງວັນສ້າງຕັ້ງກອງທັບ ປະຊາຊົນ
ລາວ ຄົບຮອບ 63 ປີ (20/01/1949 – 20/01/2012) ປາຖະກະຖາໂດຍທ່ານ ພົນຕີ ຈັນສະໝອນ
ຈັນຍາລາດ ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງ ກັນປະເທດ. ເປັນກຽດ
ເຂົ້າຮ່ວມຂອງ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງ ໂຍທາທີການ ແລະຂົນສົ່ງ ພ້ອມດ້ວຍຄະນະນຳກະຊວງ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ແລະທຽມເທົ່າ, ພະນັກງານສະມາຊິກພັກຜູ້ເປັນຫຼັກແຫຼ່ງ, ຂອງບັນດາກົມ, ຫ້ອງການ, ອົງການ,
ສະຖາບັນ, ສະພາວິທະຍາສາດ-ເຕັກນິກ, ກອງວິຊາການ, ສູນຝຶກ, ຫ້ອງການດັດສົມນ້ຳປະປາ ແລະ
ບັນດາລັດວິສາຫະກິດ ອ້ອມຂ້າງກະຊວງເຂົ້າຮ່ວມທັງໝົດ 161 ຄົນ.
ໃນນີ້ ທ່ານ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງກອງທັບປະຊາຊົນລາວ ພາຍໃຕ້
ການນຳພາ ຂອງພັກປະຊາຊົນປະຕິວັດລາວ ໃນການຕໍ່ສູ້ແຕ່ລະໄລຍະ, ວັນທີ 20 ມັງກອນ 1949 ກອງທັບລາວ ອິດສະຫລະ ໄດ້ຮັບການສ້າງ ຕັ້ງຂຶ້ນຢູ່ເຂດລາວຮຸ່ງພຽງສາ ເມືອງຊຳເໜືອ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງຈົນມາເຖີງປະຈຸບັນ ກອງທັບປະຊາຊົນ
ລາວໄດ້ກຳເນີດເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການຊີ້ນຳ-ນຳພາຂອງພັກ, ເປັນກຳລັງຫຼັກແຫຼ່ງ ໃຫ້ແກ່
ຂະບວນການຕໍ່ສູ້ຂອງ ປະຊາຊົນເພື່ອຄວາມສົມບູນພູນສຸກ ແລະເພື່ອຄວາມວັດທະນາຖາວອນຂອງປະ
ຊາຊົນກໍ່ຄືປະເທດຊາດ ດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ເວລາໃດກອງທັບກໍ
ນຳໜ້າທຸກວຽກງານ ເດັດດ່ຽວໜຽວແໜ້ນ ຜ່ານຜ່າອຸປະສັກ ສຳເລັດທຸກໜ້າທີ່ ຕິຊະນະສັດຕູທຸກໂຕ ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດເປັນເຄື່ອງມືອັນແຫຼມຄົມຂອງພັກ“ |
||