ກອງປະຊຸມດັດສົມທຸລະກິດນ້ຳປະປາທົ່ວປະເທດທີ ແຂວງ ອັດຕະປື
ໃນວັນທີ 26 ທັນວາ 2011 ທີ່ແຂວງ ອັດຕະປື ໄດ້ຈັດກອງປະຊຸມດັດສົມນ້ຳປະປາທົ່ວປະເທດ
ຂື້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງ
ໂຍທາທີການ ແລະ ຂົນສົ່ງ ແລະທ່ານ ແຄນທອງ ສີສຸວົງ ຮອງເຈົ້າແຂວງ ອັດຕະປຶ ພ້ອມດ້ວຍບັນ
ດາຫົວໜ້າພະແນກ ຍທຂ, ຫົວໜ້າພະແນກການເງີນ, ຫົວໜ້າຄະນະປັບປຸງທຸລະກິດຂັ້ນແຂວງ ແລະ
ຫົວໜ້າອຳນວຍການລັດວິສາຫະກີດນ້ຳປະປາ ຂັ້ນແຂວງທົ່ວປະເທດເຂົ້າຮ່ວມ ຢ່າງພ້ອມພຽງ.
ຈຸດປະສົ່ງຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼູບວຽກງານການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ແລະວາງແຜນການໃນສົກປີ 2011-2012 ຫຼັງຈາກນັ້ນປະທານກອງປະຊຸມກໍໃຫ້ທິດຊີ້ນຳເພື່ອໃຫ້ບັນ
ດາຜູ້ເຂົ້າຮ່ວມກອງປະຊຸມ ປະກອຄຳເຫັນໃສ່ຮ່າງແຜນການໃນສົກປີ 2011-2012 ກອງປະຊຸມໄດ້
ຕົກລົງເປັນເອກະພາບດັ່ງນີ້:
1: ກ່ຽວກັບການສະຫຼູບວຽກງານປະຈຳປີ 2010-2011 ມີຄື:
1) ກົນໄກການປະສານງານລະຫວ່າງສູນກາງ ແລະທ້ອງຖີ່ນຍັງບໍ່ທັນໄດ້ດີເທົ່າທີ່ຄວນ.
2: ກ່ຽວກັບຮ່າງບົດລາຍງານປະຈຳປີ 2010 ສະເໜີຫາລືບາງຈຸດຄື:
1) ບໍລິມາດນ້ຳທີ່ສູນເສຍເປັນເຫດໃຫ້ຕົ້ນທຶນການຜະລິດສູງໃຫ້ຊອກຫາສາເຫດເພື່ອປັບປຸງ.
2) ເນື້ອໃນບົດລາຍງານສະແດງໃຫ້ເຫັນວ່າ ລັດວິສາຫະກິດບໍ່ສາມາດສ້າງຜົນກຳໄລທີ່
ຜ່ານມາຍ້ອນລູກຄ້າບໍ່ຫຼາຍ ແລະຫ່າງໄກຊອກຫຼິກ.
3)ລັດວິສາຫະກິດນ້ຳປະປາບັນດາແຂວງຄວນພິຈາລະນາແລະປັບປຸງຄືນກ່ຽວກັບການຄຸ້ມຄອງບໍລິຫານໂຄງຮ່າງການຈັດຕັ້ງຕົນໃຫ້ສາມາດຫັນໄປສູ່ດຳເນີນທຸລະກິດແບບຍືນຍົງ.
4) ສະເໜີກອງເລຂາຄະນະກຳມະການດັດສົມນ້ຳປະປາສືກສາຄືນ ກ່ຽວກັບຂໍ້ມູນຂ່າວສານ
ເພື່ອບໍ່ໃຫ້ກະທົບກັບຜູ້ໃຫ້ທຶນ.
3: ກ່ຽວກັບການສະເໜີຜ່ານ ຜົນການເກັບກຳຂໍ້ມູນ ແລະປະເມີນຜົນດ້ານດຳເນີນທຸລະກິດນ້ຳປະປາໃຫ້ມີຄວາມຍືນຍົງຄື:
1) ກອງປະຊຸມໃຫ້ລັດວິສາຫະກິດນ້ຳປະປາທົ່ວປະເທດລວມຕົວເຂົ້າກັນຄືກັບລັດວິສາຫະກິດ
ໄຟຟ້າລາວເພື່ອທ້ອນກຳລັງແຮງທຸກດ້ານ.
2) ສະເໜີໃຫ້ລັດວິສາຫະກິດນ້ຳປະປາແຕ່ລະແຂວງສຶກສາຫາສາເຫດດ້ານດີ, ດ້ານອ່ອນ ແລະສີ່ງທ້າທາຍຕ່າງໆເພື່ອລາຍງານຂັ້ນເທີງ.
4: ກ່ຽວກັບທິດຊີ້ນຳ ຫຼືການປັບປຸງໃນຕໍ່ໜ້າ ມີຄື:
1) ການພັດທະນຖະໜົນຫົນທາງສະເໜີໃຫ້ຄິດໄລເອົາວຽກນ້ຳປະປາເຂົ້າພ້ອມ.
2) ເປັນໄປໄດ້ ຫຼືບໍ່ ໃຫ້ພາກເອກະຊົນມາຮຸ້ນສ່ວນນຳລັດວີສາຫະກິດນ້ຳປະປາລັດ.
3) ສະເໜີໃຫ້ພາກສ່ວນກ່ຽວຂ້ອງຊ່ວຍສ້າງນັກວີຊາການ ກ່ຽວກັບການຄຸ້ມຄອງລັດວີສາຫະກິດນ້ຳປະປາມາບັນດາແຂວງທີ່ຈຳເປັນ.
4) ສະເໜີໃຫ້ລັດຖະບານພິຈາລະນາໃນການລົງທຶນໃສ່ຂະແໜງການນີ້ໃຫ້ຫຼາຍກວ່າເກົ່າ ເພາະໄລຍະຜ່ານມາຍັງລົງທຶນຕ່ຳ.
5) ສະເໜີພາກສ່ວນກ່ຽວຂ້ອງຊຸກຍູ້ຊ່ວຍເຫຼືອໃຫ້ນ້ຳປະປາສາມາດເກັບໜີ້ຕ້ອງຮັບໃຫ້ໄດ້.
6) ສະເໜີພາກສ່ວນກ່ຽວຂ້ອງປັບລາຄາໄຟຟ້າໃຫ້ຄືກັບລາຄາຊົນລະປະທານ.
7) ສະເໜີພາກສ່ວນກ່ຽວຂ້ອງເກັບພາສີອາກອນຕ່ຳເພື່ອໃຫ້ທຸລະກິດນ້ຳປະປາມີຜົນກຳໄລ.
8) ສະເໜີພາກສ່ວນກ່ຽວຂ້ອງເກັບຄ່າເຊົ່າທີ່ດີນທີ່ນ້ຳປະປາຕັ້ງຢູ່ແບບໄຊຍະບູລີແລະຈຳປາສັກ