![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ກອງປະຊຸມລະດົມຄວາມເຫັນ
ໃນວັນທີ 30/11 – 01/12/2011 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງ ຍທຂ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນເຂົ້າໃສ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ຍທຂ, ໂດຍການເປັນປະທານຂອງ ສະຫາຍ ສົມມາດ ພົລເສນາ ກຳມະການສູນ ກາງພັກ, ລັດຖະມົນຕີວ່າການກະຊວງ ຍທຂ ພ້ອມດ້ວຍຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ເລຂາບັນດາຮາກຖານພັກຂອງ ຫ້ອງການ, ກົມ, ອົງການ, ສະຖາບັນ, ກອງວີຊາການ, ສະພາວິທະຍາສາດ, ຫ້ອງການດັດສົມນ້ຳປະປາ ແລະ ສູນ ຝຶກ, ພິເສດມີບັນດາຫົວໜ້າພະແນກ ຍທຂ ປະຈຳນະຄອນຫຼວງ ແລະ ແຂວງເຂົ້າຮ່ວມຈຳນວນ 49 ທ່ານ. |
|