![]() |
|||
|
|
|||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ປາຖະກະຖາວັນຊາດ ທີ 2 ທັນວາ ຄົບຮອບ 36 ປີ
ໃນວັນທີ 04 ມັງກອນ 2012 ໄດ້ຈັດປາຖະກະຖາຂຶ້ນເພື່ອລະນຶກເຖີງວັນຊາດ ທີ 2 ທັນວາ ຄົບຮອບ
36 ປີ (02/12-1975 – 02/12/2011) ແລະວັນຕ້ານການສໍ້ລາດບັລຫຼວງສາກົນ ຄົບຮອບ 08 ປີ (09/12/2003 – 09/12/2011) ປາຖະກະຖາໂດຍ ທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີ
ຊ່ວຍວ່າການກະຊວງ ໂຍທາທີການ ແລະຂົນສົ່ງ ແລະ ທ່ານ ແຂວງລິດ ໂຄດໂຍທາ ຫົວໜ້າກົມ
ກວດກາກະຊວງ ຍທຂ ພ້ອມດ້ວຍຄະນະນຳກະຊວງ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ແລະ
ທຽບເທົ່າ, ພະນັກງານສະມາຊິກພັກຜູ້ເປັນຫຼັກແຫຼ່ງ, ຂອງບັນດາກົມ, ຫ້ອງການ, ອົງການ, ສະຖາບັນ
, ສະພາວິທະຍາສາດ-ເຕັກນິກ, ກອງວິຊາການ, ສູນຝຶກ, ຫ້ອງການດັດສົມນ້ຳປະປາ ແລະບັນກາລັດ
ວິສາຫະກິດອ້ອມຂ້າງກະຊວງ ຍທຂ ເຂົ້າຮ່ວມທັງໝົດ 263 ທ່ານ
ຈຸດປະສົງແມ່ນໃຫ້ພະນັກງານສະມາຊິກພັກຜູ້ເປັນຫຼັກແຫຼ່ງຂອງຂະແໜງການ ຍທຂ ເຂົ້າໃຈ ແຈ້ງ ແລະເຊື່ອມຊືມມູນເຊື້ອວັນຊາດ ທີ 2 ທັນວາ ຄົບຮອບ 36 ປີ ແລະວັນຕ້ານການສໍ້ລາດບັງ ຫຼວງສາກົນ ໃຫ້ເຂົ້າກັບສະພາບໃນປະຈຸບັນ.
|
||