:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009



 

  ສະຖາປະນິກ ແລະ ວິສະວະກອນກໍ່ສ້າງ (ສສວ)

 

ບົດຄຳເຫັນຂອງປະທານກິດຕິມາສັກ
     ໃນນາມປະທານກິດຕິມະສັກ ສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງ ຂ້າພະເຈົ້າມີ ຄວາມຍິນດີເປັນຢ່າງຍິ່ງທີ່ຄະນະບໍລິຫານງານຂອງສະມາຄົມມີຄວາມພະຍາຍາມຈັດທຳ " ວາລະສານສະ ຖາປະນິກ ແລະ ວິສະວະກອນກໍ່ສ້າງ " ຂື້ນ. ສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງ (ສສວ) ມີໜ້າທີ່ໜຶ່ງທີ່ສຳຄັນ ຄື: ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະເພື່ອໃຫ້ສະມາຊິກທຸກຄົນຊາບຊຶມເພື່ອເປັນເອກະພາບໃນການ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ເຜີຍແຜ່ ແລະ ສົ່ງເສີມການນຳໃຊ້ວິທະຍາສາດເຕັກນິກ ແລະ ເຕັກໂນໂລ ຊີການກໍ່ສ້າງທີ່ທັນສະໄໝ ເພື່ອເຮັດໃຫ້ສະມາຊິກສະມາຄົມໄດ້ຮັບຮູ້ ແລະ ນຳໃຊ້ເພື່ອຜົນປະໂຫຍດລວມ ຂອງສັງຄົມ ແລະ ປະເທດຊາດ. ໜ້າທີ່ສຳຄັນນີ້ແມ່ນພັນທະຂອງວາລະສານທີ່ຈະຕ້ອງໄດ້ເຮັດ ໃນຖານະ ເປັນກະບອກສຽງຂອງ ສສວ.(ອ່ານທັງໝົດ)


 

ຄຳເຫັນຂອງປະທານ ສສວ
     ພາຍຫລັງທີ່ໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນທາງການໃນວັນທີ 15 ກັນຍາ 2005, ພາລະໜ້າທີ່ ສຳຄັນອັນໜຶ່ງຂອງຄະນະບໍລິຫານງານ " ສສວ " ກໍ່ແມ່ນເຮັດວາລະສານໃຫ້ປະກົດຜົນ ເປັນຈິງ. ຂ້າພະເຈົ້າໃນນາມປະທານ " ສສວ " ຂໍສະແດງຄວາມຮູ້ບຸນຄຸນຕໍ່ພັກ ແລະ ລັດຖະບານ ໂດຍ ສະເພາະຢ່າງຍິ່ງ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ທີ່ໄດ້ອຳນວຍຄວາມສະດວກແກ່ພວກເຮົາ ໂດຍອະນຸມັດໃຫ້ ສ້າງຕັ້ງວາລະສານ " ສສວ " ສະບັບນີ້ຢ່າງເປັນທາງການ.(ອ່ານທັງໝົດ)

 

 

  ຂ່າວສານຕ່າງໆຂອງ ສສວ

       ຕົວເມືອງວຽງຈັນກັບການພັດທະນາເສດຖະກິດ-ສັງຄົມ 
       ສວນສາທາລະນະກັບການພັດທິນາຕົວເມືອງ
       ສະຖາປະຕິຍະກຳເຜົ່າໂອຍ 
       ຫລວງພະບາງເມືອງມໍລະດົກໂລກ 
       ນັກວິຊາຊີບ ແລະ ມິດສາຊີບ