:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ຫລາຍພາກສ່ວນເຂົ້າຮ່ວມວາງສະແດງໃນງານ ສສວ-10

     ບັນດາບໍລິສັດຫ້າງຮ້ານຜູ້ປະກອບການກ່ຽວກັບການອອກແບບ, ການກໍ່ສ້າງ, ການຜະລິດວັດສະດຸກໍ່ສ້າງ, ການຕົບແຕ່ງພາຍໃນ ແລະ ອື່ນໆ ຈາກພາຍໃນ ແລະ ຕ່າງປະເທດ ມີ ໄທ, ສປ ຈີນ, ສສ ຫວຽດນາມ, ໃນນັ້ນມີສະຖາບັນປັດຕະຍະກຳສາດ ແລະ ວິສະວະກຳສາດ ມະຫາວິທະຍາ ໄລແຫ່ງຊາດ ເຂົ້າຮ່ວມສະແດງຜົນງານຂອງນັກສຶກສາ. ໃນງານວາງສະແດງສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ 2010 "ການພັດທະນາ ຕົວເມືອງແບບຍືນຍົງ" ໃນຂະນະນີ້ມີ 60 ກວ່າຮ້ານ ເພື່ອເປັນໂອກາດໃຫ້ບັນດາບໍລິສັດ ຮັບເໝົາກໍ່ສ້າງຂອງບັນດາປະເທດ ໄດ້ມາສະແດງເຕັກໂນໂລ ຊີ ແລະ ວັດສະດຸກໍ່ສ້າງ.
     ພິທີເປີດງານດັ່ງກ່າວໄດ້ຈັດຂື້ນ ເມື່ອວັນທີ 26 ກຸມພາ 2010 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ເຊິ່ງມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີລັດຖະມົນຕີວ່າການ ກະຊວງອຸດສາຫະກຳ-ການຄ້າ, ປະທານສະມາຄົມສະ ຖາປະນິກ ແລະ ວິສະວະກຳກໍ່ສ້າງລາວ (ສສວ), ແຂກຖືກເຊີນ ແລະ ສະມາຊິກ ສສວ ທົ່ວປະເທດເຂົ້າຮ່ວມ.
     ງານວາງສະແດງຈັດຂື້ນປີນີ້ເອີ້ນວ່າ: "ສສວ-10" ເພື່ອເປັນໂອກາດໃຫ້ບັນດາບໍລິສັດຮັບເໝົາກໍ່ສ້າງຂອງ ສປປ ລາວ, ສສ ຫວຽດນາມ, ໄທ, ຈີນ ແລະ ອື່ນໆ ໄດ້ມາສະແດງເຕັກໂນໂລຊີ ແລະ ວັດສະດຸກໍ່ສ້າງຕະຫລອດເຖິງວິທີການກໍ່ສ້າງແບບໃໝ່, ການຕົບແຕ່ງອາຄານທີ່ນຳໃຊ້ເຂົ້າໃນກິດ ຈະການກໍ່ສ້າງໃນປະຈຸບັນ ເພື່ອເປັນການຖ່າຍທອດເຕັກໂນໂລຊີ ແລະ ຍົກສູງຄວາມຮູ້ໃຫ້ແກ່ນັກກໍ່ສ້າງລາວ, ໃນນັ້ນພາຍໃນງານໄດ້ມີວິທະຍາການ ຈາກຕ່າງປະເທດມາສະເໜີມາສະເໜີເຜີຍແຜ່ຜົນງານການຄົ້ນຄວ້າສະຖາປັດຕະຍະກຳພື້ນເມືອງ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ ສສວ ແລະ "ສະມາຄົມສະຖາປະນິກອີ່ສານ".