![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ໃນຄັ້ງວັນທີ 12-15/02/2009 ທີ່ນະຄອນຫລວງວຽງຈັນ ຄະນະຜູ້ແທນກະຊວງຄົມມະນາຄົມ ຂົນສົ່ງ ແຫ່ງ ສສ ຫວຽດນາມ ນຳໂດຍທ່ານ ເລ ແມ່ງ ຫຸ່ງ ລັດຖະມົນຕີຊ່ວຍວ່າການ ແລະຄະນະຜູ້ແທນກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ນຳໂດຍທ່ານ ສີທົງ ທອງແກ້ວ ລັດຖະມົນຕີຊ່ວຍວ່າການ ທັງສອງ ຝ່າຍໄດ້ປຶກສາຫາລືຮ່ວມກັນກ່ຽວກັບການຜັນຂະຫຍາຍສັນຍາເງິນກູ້ທາງເລກ 2E, ສັນຍາຂົນສົ່ງທາງບົກ ລະຫວ່າງສອງປະເທດ ແລະວຽກງານອື່ນໆຈຳນວນໜຶ່ງຕາມ ລາຍງານລະອຽດດັ່ງຕໍ່ໄປນີ້ :
ບໍລິສັດທີ່ປຶກສາຕ້ອງຮີບຮ້ອນກວດກາຄືນການອອກແບບຂົວ 3 ແຫ່ງ ແລະທາງ 1,7 ກມ ທີ່ໄດ້ອອກແບບກໍ່ສ້າງແລ້ວ ໃຫ້ສຳຫລວດພາຍໃນ 3–4 ອາທິດ ພາຍຫລັງໄດ້ເຊັນບົດບັນທຶກສະບັບນີ້ ເພື່ອຮັບໃຊ້ໃຫ້ແກ່ການກຽມພິທີເປີດການກໍ່ສ້າງໃນເດືອນ 3 ປີ 2009 ກ່ຽວກັບການຄັດເລືອກບໍລິສັດຮັບເໜົາກໍ່ສ້າງ ຝ່າຍລາວຈະສົ່ງ 3 ບໍລິສັດລັດວິສະວະກິດ ເຂົ້າມາຮ່ວມກັບບໍລິສັດຮັບເໜົາທາງຫວຽດນາມ ຄື: ບໍລິສັດກໍ່ສ້າງທາງເລກ 20, ບໍລິສັດກໍ່ສ້າງທາງເລກ 8 ແລະ ບໍລິສັດກໍ່ສ້າງທາງຄົມມະນມຄົມຝ່າຍຫວງດນາມ ແມ່ນ ບໍລິສັດ CEI 18 ແລະບໍລິສັດຮ່ວມມືສາກົນ 705 ກະຊວງປ້ອງກັນປະເທດ ການແບ່ງຄວາມຮັບຜິດຊອບ ທາງການກໍ່ສ້າງ: ບໍລິສັດຮັບເໜົາກໍ່ສ້າງຂອງລາວ ແມ່ນຮັບຜິດ ຊອບກໍ່ສ້າງແຕ່ເບື້ອງຂວາໄປຫາເບື້ອງຊ້າຍແດນຊາຍແດນ ຈຳນວນ 30 ກມ ແລະ ບໍລິສັດຮັບເໜົາກໍ່ສ້າງຂອງຫວງດນາມຮັບຜິດຊອບກໍ່ສ້າງແຕ່ຊາຍແດນ ( ໄຕຈ່າງ ) ເຂົ້າມາເບື້ອງເມືອງຂວາ ຈຳນວນ 38,2 ກມ, ວຽກກໍ່ສ້າງຂົວ ໃຫ່ຍເຫັນດີມອບໃຫ້ບໍລິສັດຮັບເໜົາຂອງລາວຮັບຜິດຊອບກໍ່ສ້າງຂວາ 2 ແຫ່ງຄື: ຂົວນ້ຳບາກ ແລະ ຂົວນ້ຳງາ, ບໍລິສັດຮັບເໜົາຫວຽດນາມຮັບຜິດ ຊອບກໍ່ສ້າງຂົວນ້ຳອູ ແລະຂົວສົບຮຸນ. ວຽກຂົນສົ່ງຜ່ານແດນ 3 ປະເທດລາວ-ຫວຽດນາມ-ໄທ ທັງສອງຝ່າຍເຫັນເປັນເອກະພາບກັນນຳເອົາບັນດາຕ່າງໆ ໄປປຶກສາຫາລືລະອຽດ ໃນ ເວລາພົບປະ 3 ຝ່າຍ ໃນເດືອນກຸມພາ 2009 ທີ່ດາລາດ ສສ ຫວຽດນາມ ວຽກຂົນສົ່ງຜ່ານແດນ 3 ປະເທດລາວ-ຫວຽດນາມ ກຳປູເຈຍ ຝ່າຍລາວໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບ ກ່ຽວກັບລາວຈະເປັນເຈົ້າພາບໃນການຈັດກອງປະຊຸມລະດັບລັດຖະມົນຕີຂົນສົ່ງ ແລະທ່ອງທ່ຽວ 3 ປະເທດ ທີ່ຄອນພະເພັງ ໃນຕົ້ນເດືອນເມສາ 2009 ໂຄງການທາງ ລົດໄຟທ່າແຂກມູຢາຝ່າຍຫວຽດນາມໄດ້ແນະນຳບໍລິສັດຈຸງຊຸກວິສະວະກຳ ທີ່ປຶກສາຂອງເກົາຫຼີ ຜູ້ທີ່ມີປະສົບການໃນການຂໍທຶນຈາກອົງການ KOICA ທີ່ເຮັດການສຳຫຼວດ ເສດຖະກິດເຕັກນິກເສັ້ນທາງລົດໄຟແຕ່ຮ່າໂນ້ຍ, ຫາວິງ ແລະແຕ່ໂຮຈີມິງ ຫາຢາງຈ່າງຢູ່ຫວຽດນາມ. ໃຫ້ແກ່ຝ່າຍລາວ ເພື່ອແລກປ່ຽນບົດຮຽນວິທີການສະເໜີຂໍທຶນ ນຳອົງການ ດັ່ງກ່າວມາສືບຕໍ່ ສຳຫຼວດເສດຖະກິດເຕັກນິກ ເສັ້ນທາງລົດໄຟແຕ່ວຽງຈັນຫາທ່າກຳປັ່ນນ້ຳເລິກວຸ້ງອ່າງ ໂດຍສະເພາະແມ່ນຕອນທາງແຕ່ທ່າແຂກຫາກິ່ວມູຢາ ທີ່ຝ່າຍຫວຽດນາມ ໄດ້ຊ່ວຍເຮັດການສຳຫຼວດເສດຖະກິດເຕັກນິກເບື້ອງຕົ້ນແລ້ວນັ້ນອີກສອງຝ່າຍຊົມເຊີຍບໍລິສັດທີ່ປຶກສາຈຸງຊຸກວິສະວະກຳ ທີ່ໄດ້ໃຫ້ຂໍ້ມູນດັ່ງກ່າວຂ້າງເທິງ ໂຄງການສຶກສາຄວາມເປັນໄປໄດ້ທາງເມືອງຈຳ-ນ້ຳອ້ອນ-ແທງຖຸຍ ຝ່າຍຫວຽດນາມໄດ້ສຳເລັດການສ້າງເອກະສານສຳຫຼວດເສດຖະກິດ ເບື້ອງຕົ້ນທາງເມືອງຈຳ-ນ້ຳອ້ອນ-ແທງຖຸຍ ແລະໄດ້ມອບເອກະສານ ດັ່ງກ່າວໃຫ້ແກ່ຝ່າຍລາວແລ້ວ ເພື່ອມີຄຳເຫັນແລະແຈ້ງໃຫ້ຝ່າຍຫວຽດນາມ ຊາບເພື່ອປັບປຸງການນຳໃຊ້ທ່າເຮືອວຸ້ງອ່າງຕາມແຜນການ ທາງຫວຽດນາມຈະເປັນເຈົ້າພາບຈັດກອງປະຊຸມປະຈຳປີ 2009. |
|