:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009



 

ເປີດນຳໃຊ້ຂົວຫີນເຫີບແຫ່ງໃໝ່ ຢ່າງເປັນທາງການ


     ການກໍ່ສ້າງຂົວຫີນເຫີບແຫ່ງໃໝ່ ຢູ່ເສັ້ນທາງເລກທີ 13 ເໜືອ ເມືອງຫີນເຫີບ ແຂວງວຽງຈັນ ຊຶ່ງໄດ້ເລີ່ມລົງມືໃນເດືອນ ກັນຍາ 2008 ແລະ ໄດ້ສຳເລັດໃນເດືອນ ທັນວາ 2009. ດັ່ງນັ້ນ ໃນວັນທີ 28 ເດືອນມັງກອນ 2010 ຢູ່ທີ່ຂົວດັ່ງກ່າວ ໄດ້ມີພິທີມອບ-ຮັບ ແລະ ເປີດນຳໃຊ້ຢ່າງເປັນ ທາງການ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ມາຊະອາກິ ມິຢາຊິຕະ, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ, ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄຳເມີງ ພົງທະດີ, ເຈົ້າແຂວງໆວຽງຈັນ, ຜູ້ຕາງໜ້າອົງການໃຈກ້າປະຈຳລາວ ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາ ຊົນ ເມືອງຫີນເຫີບ ເຂົ້າຣ່ວມຢ່າງຫລວງຫລາຍ.
     ທ່ານ ອາລຸນ ຄູນນະວົງ ຫົວໜ້າຜູ້ຈັດການໂຄງການກໍ່ສ້າງຂົວຫີນເຫີບ ໄດ້ກ່າວກ່ຽວກັບສະພາບການສຳຫລວດອອກແບບ ແລະ ການກໍ່ສ້າງ ຂົວແຫ່ງນີ້ ວ່າ: ໃນວັນທີ 29/12/2006 ຢູ່ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ມີການເຊັນສັນຍາເອົາບໍລິສັດທີ່ປຶກສາ ເພື່ອທຳການສຳຫລວດອອກ ແບບລະອຽດໂຄງການກໍ່ສ້າງຂົວຫີນເຫີບລະຫວ່າງກົມຂົວທາງກັບບໍລິສັດທີ່ປຶກສາ ອໍຣຽນຕັນ ແລະ ນິປອນໂກຍ ໃນມູນຄ່າ 35 ລ້ານເຢັນ ແລະ ໃນ ວັນທີ 16/05/2007 ລັດຖະບານລາວ ໂດຍແມ່ນ ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ກໍໄດ້ລົງນາມຮັບເອົາການຊ່ວຍເຫລືອລ້າ ໂຄງການກໍ່ສ້າງຂົວຫີນເຫີບ ຢູ່ທີ່ປະເທດ ຍີ່ປຸ່ນ ໃນມູນຄ່າ 933 ລ້ານເຢັນ ໂດຍແມ່ນບໍລິສັດ ເຊນີຕາກາ ໂກໂປເຣເຊີນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຍັງມີສອງບໍລິສັດ ຊຶ່ງເຮັດນ້າເປັນທີ່ປຶກສາຄວບຄຸມ ນິປອນໂກຍ.
     ທ່ານ ອາລຸນ ຄູນນະວົງ ໄດ້ກ່າວອີກວ່າ: ຂົວແຫ່ງນີ້ ຕັ້ງຫ່າງຈາກຂົວເກົ່າລົງໄປທິດໃຕ້ປະມານ 200 ແມັດ, ຍາວ 195 ແມັດ, ເປັນຂົວຄອນ ກຼີດອັດແຮງແບບຕໍ່ເນື່ອງ ຂ້າງຂົວເຮັດເປັນຮູບຊົງກັບ (Bxgirder) ມີທັງໝົດ 5 ສ່ວນ, ສອງສ່ວນຂອກມີຄວາມຍາວ ສ່ວນລະ 30 ແມັດ, ສາມ ສ່ວນກາງ ມີຄວາມຍາວສ່ວນລະ 45 ແມັດ, ໜ້າຂົວກວ້າງ 10 ແມັດ, ມີສອງຊ່ອງທາງລົດແລ່ນ, ມີທາງຍ່າງສອງເບື້ອງ, ມີໄຟເຍືອງຂົວ, ໜ້າຂົວປູ ດ້ວຍຢາງຂົ້ວໜາ 5 ຊັງຕີແມັດ, ທາງເຂົ້າຂົວທັງສອງເບື້ອງ ມີຄວາມຍາວທັງໝົດ 755 ແມັດ, ທາງກວ້າງ 11 ແມັດ, ສ້າງດ້ວຍເບຕົ່ງ ແລະ ຍັງມີ ບ່າທາງເບື້ອງລະ 2 ແມັດ, ພ້ອມດຽວກັນນີ້ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ປະກອບສ່ວນສ້າງທາງປູຢາງເຂດເທດສະບານເມືອງຫີນເຫີບ ມີຄວາມຍາວ 2.045 ແມັດຕື່ມອີກ.
     ໃນໂອກາດນີ້ ທ່ານ ສົມມາດ ພົລເສນາ ແລະ ທ່ານ ຄຳເມີງ ພົງທະດີ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້ ແລະ ຈະປົກປັກຮັກສານຳໃຊ້ຂົວແຫ່ງນີ້ໃຫ້ມີຜົນປະໂຫຍດສູງສຸດ ແລະ ຍາວນານ.