:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ກອງປະຊຸມພົບປະລະຫວ່າງກະຊວງ ຍທຂ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ສປ ຈີນ


ກອງປະຊຸມພົບປະລະຫວ່າງ ກະຊວງໂຍທາທິການ-ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ສປ ຈີນ ຈັດຂຶ້ນໃນວັນທີ 21 ພຶດສະພາ 2010 ເຊິ່ງຝ່າຍລາວ ນຳໂດຍທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ-ຂົນສົ່ງ ຝ່າຍຈີນ ແມ່ນທ່ານ ຫຼີ ເຊັງ ຫຼິນ (LI Sheng Lin) ລັດຖະມົນຕີວ່າການກະຊວງຄົມມະນາຄົມ ສປ ຈີນ. ໃນໂອກາດນີ້ ທ່ານ ສົມມາດ ພົນເສນາ ໄດ້ສະແດງຄວາມຂອບໃຈຕໍ່ການແຈ້ງ ສະພາບການດ້ານຄົມມະນຄົມຂອງ ສປ ຈີນ ທີ່ໄດ້ພົວພັນເຖິງການ ຮ່ວມມືຂອງສອງຂະແໜງການພວກເຮົາໃນໄລຍະຜ່ານມາ ໂດຍຍາດໄດ້ໝາກຜົນ ອັນດີງາມຢ່າງຫຼວງຫຼາຍ ແນໃສ່ເຮັດໃຫ້ການຄົມມະນາຄົມລະຫວ່າງ ສອງປະເທດສາມາດເຊື່ອມໂຍງເຂົ້າກັນໄດ້ເປັນຢ່າງດີ ພ້ອມນັ້ນ ທ່ານ ສົມມາດ ພົນເສນາ ຍັງໄດ້ສະເໜີທິດທາງ ແລະ ຂໍຄຳເຫັນເພີ່ມເຕີມກ່ຽວກັບ ການຮ່ວມມືທາງດ້ານຄົມມະນາຄົມລະຫວ່າງສອງປະເທດ ເຊັ່ນ ໂຄງການ ທີ່ ກໍ່ສ້າງສຳເລັດ ຄື: ໂຄງການກໍ່ສ້າງທາງ R3 ໄລຍະນ້ຳມັງ-ບໍ່ເຕັນ ທີ່ເກີດ ເປ່ເພ ໂຄງການທີ່ກຳລັງກະກຽມການກໍ່ສ້າງ ຄື: ໂຄງການກໍ່ສ້າງຂົວຂ້າມ ນ້ຳຂອງດອນໂຂງ ແຂວງຈຳປາສັກ ໂຄງການປັບປຸງຍົກລະດັບເສັ້ນທາງລຽບຕາມແຄມຂອງ ແຕ່ສາມແຍກຈີ່ນາຍໂມ້-ຫາດດອກແກ້ວ ໂຄງການ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຫາດດອກແກ້ວ ແລະ ບັນດາໂຄງການອື່ນໆ.
ນອກນັ້ນພວກເຮົາຍັງໄດ້ເລືອກເຟັ້ນເອົາໂຄງການທີ່ເປັນບູລິມະສິດເຂົ້າໃນແຜນການຮ່ວມມືກັບ ສປ ຈີນ ຕໍ່ຂະແໜງການໂຍທາທິການ-ຂົນສົ່ງ ໄລຍະ ແຕ່ປີ 2011-2015 ເຊິ່ງປະກອບມີ ໂຄງການດ້ານຂົວທາງ ມີ 15 ໂຄງການ ມູນຄ່າຄາດຄະເນ 556 ລ້ານໂດລາ ໂຄງການໂຍທາທາງນ້ຳ ມີ 2 ໂຄງການ ມູນຄ່າຄາດຄະເນ 60 ລ້ານໂດລາ ໂຄງການໆບິນ ມີ 3 ໂຄງການ ມູນຄ່າຄາດຄະເນ 140 ລ້ານໂດລາ ແລະ ໂຄງການດ້ານການຂົນສົ່ງ 1 ໂຄງການ ມູນຄ່າຄາດຄະເນ 15 ລ້ານໂດລາ.
ການພົບປະຄັ້ງນີ້ ຖືວ່າເປັນການຮັດແໜ້ນການຮ່ວມມືຂອງສອງຂະແໜງການ ກໍຄືສອງປະເທດ ລາວ-ຈີນ ໃຫ້ນັບມື້ແໜ້ນແຟ້ນຂຶ້ນ.
ເບິ່ງເອກະສານ