![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ລາວ-ໄທ ຮ່ວມລົງນາມສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 4
ລັດຖະມົນຕີກະຊວງວ່າການ ກະຊວງໂຍທາທິການ ແລະ ຂົ່ນສົ່ງ ແຫ່ງ ສປປ ລາວ ໄດ້ລົງນາມໃນຂໍ້ຕົກລົງ ໃນການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 4 ຮ່ວມກັບ ລັດຖະມົນຕີວ່າການ ກະຊວງຄົມະນາຄົມ ແຫ່ງຣາຊະອານາຈັກໄທ ເພື່ອເຊື່ອມຕໍ່ເສັ້ນທາງຂົ່ນສົ່ງ ລະຫ່ວາງ ລາວ-ຈີນ ແລະ ໄທ.
ມີລາຍງານວ່າ: ໃນວັນທີ 14 ພຶດສະພາ 2010 ນີ້ໄດ້ມີພີທີລົງນາມສັນຍາ ລະຫ່ວາງ ສປປ ລາວ ກັບປະເທດໄທ ວ່າດ້ວຍການກໍ່ສ້າງ ຂົວມິດຕະພາບລາວ-ໄທ ຂ້າມແມ່ນ້ຳຂອງແຫ່ງທີ 4 ເຊື່ອມຕໍ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ ແລະ ອຳເພີຊຽງຂອງ ຈັງຫວັດຊຽງລາຍ ປະເທດໄທ ລະຫ່ວາງ ທ່ານສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົ່ນສົ່ງ ແຫ່ງ ສປປ ລາວ ແລະ ທ່ານ ໂສພົນ ຊາຣຳ ລັດຖະມົນຕີວ່າການ ກະຊວງຄົມະນາຄົມ ແຫ່ງ ຣາຊະອານາຈັກໄທ ທີ່ໂຮງແຮມດູສິດ ໄອແລນ ຮີສອດ ຊຽງລາຍ. ອຳເພີເມືອງຊຽງລາຍ ຊື່ງມີພະນັກງານທີກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພີຍານ. ມີລາຍງານວ່າພາຍຫລັງການລົງນາມດັ່ງກ່າວແລ້ວ ຍັງໄດ້ມີການຈັດພິທີເຊັນສັນຍາວ່າຈ້າງເອກະຊົນ ທີ່ໄດ້ຮັບການຂັດເລືອກໃຫ້ດຳເນີນການກໍ່ສ້າງ ເປັນທາງການ ລະຫ່ວາງ ທ່ານ ເຫລົາຄຳ ສົມເພັດ. ຫົວໜ້າກົມຂົວທາງຂອງລາວ ແລະ ທ່ານ ວິຣະ ເຮືອງສຸກສີວົງ. ອະທິບໍດີ ກົມຂົວທາງຂອງໄທ ກັບພາກເອກະຊົນໃນກຸ່ມຊີອາຣ 5-ເຄທີ ຈອຍເວັນເຈີຣ ຊື່ງເປັນການຮ່ວມທືນກັນລະຫ່ວາງ ບໍລິສັດ ໄຊບ່າເຣລເວຣ N 5 ເອັນຈີເນຍຣີງກຣຸບ ຈຳກັດ ຈາກ ສປ ຈີນ. ບໍລິສັດກຸງທົນເອັນຢີເນຍຈຳກັດຂອງໄທ. ທ່ານ ສົມມາດ ພົລເສນາ ກ່າວວ່າ: ຂົວທີຈະຮ່ວມກັນກໍ່ສ້າງຄັ້ງນີ້ບໍ່ພຽງແຕ່ເຊື່ອມຕໍ່ ລະຫ່ວາງ ລາວ ແຕ່ໄທ ເທົ່ານັ້ນ ແຕ່ຍັງເຊື່ອມຕໍ່ກັບ ສປ ຈີນ ຕາມເສັ້ນທາງ R3 ທີ່ໄດ້ຮັບການກໍ່ສ້າງແລ້ວ ( ຕາມແລວເສດຖະກິດ ເໜືອ-ໃຕ້ເພື່ອ ເຊື່ອມໂຍງ ລາວ-ໄທ ແລະ ຈີນ ) ທ່ານ ສົມມາດ ພົລເສນາ ຍັງໄດ້ກ່າວຕື່ມວ່າ ລາວເຄີຍເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແຕ່ປັະຈຸບັນ ສປປ ລາວ ພວມພະຍາຍາມພັດທະນາເສັ້ນທາງຄົມະນາຄົມ ເພື່ອໃຫ້ກາຍເປັນເສັ້ນທາງເຊື່ອມຕໍ່ ຊື່ງຂົວຂ້າມນ້ຳຂອງແຫ່ງທີ 4 ນີ້ ຈະສາມາດເຊື່ອມຕໍ່ກັບ ເສັ້ນທາງສາຍ R3A ແລະ ເສັ້ນທາງສາຍອື່ນໆ ເພື່ອໃຫ້ລາວເປັນປະເທດເຊື່ອມຕໍ່ ແລະ ອອກສູ່ທະເລໄດ້ອີ່ກດ້ວຍ. ມີລາຍງານອີ່ກວ່າ: ການກໍ່ສ້າງຂົວມິດຕະພາບຂ້າມນ້ຳຂອງແຫ່ງທີ 4 ນີ້ ຈະໃຊ້ງົບປະມານຈຳນວນ 1.624 ລ້ານບາດ ໂດຍການສົມທົບທືນ ລະຫ່ວາງ ລັດຖະບານໄທ ແລະ ລັດຖະບານ ສປ ຈີນ ຊື່ງຄາດວ່າ ການກໍ່ສ້າງຈະໃຫ້ສຳເລັດໃນປີ 2012. |
|