![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
![]() ຕົວເມືອງສີວິໄລຄົນທັນສະໃໝ ໃສ່ໃຈຄວາມສະອາດ ໃນໂອກາດທີ່ນະຄອນຫຼວງວຽງຈັນພວມກະກຽມເປັນເຈົ້າພາບມະຫາກຳກິລາຊີເກມ ຄັ້ງທີ່ 25 ໃນປີ 2009 ແລະ ຈັດງານສະເຫຼີມສະຫຼອງ ວຽງຈັນ ຄົບຮອບ 450 ປີ ໃນປີ 2010 ການປັບປຸງ ແລະ ສົ່ງເສີມວຽກງານສຸຂະພິບານຕົວເມືອງ ຖືວ່າແມ່ນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນ ຮີບດ່ວນ ໂດຍຜ່ານການໂຄສະນາພາຍໃຕ້ໂຄງການປູກຈິດສຳນຶກກ່ຽວກັບສຸຂະພິບານໃນຕົວເມືອງ. ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວບາງຕອນໃນວັນເປີດງານໂຄສະນາປູກຈິດສຳນຶກ ກ່ຽວກັບ ສຸຂາພິບານຕົວເມືອງ ໃນວັນທີ່ 12 ທັນວາ 2008 ທີ່ຫໍວັດທະນາທຳແຫ່ງຊາດບາງຕອນວ່າ: ອີງຕາມຜົນສຳຫຼວດໃນທົ່ວໂລກເມື່ອບໍ່ດົນມານີ້ ກ່ຽວກັບການແພດ ຕັ້ງແຕ່ປີ 1840 ໄດ້ຢັ້ງຢືນໃຫ້ເຫັນວ່າ : ໃນ 160 ປີຜ່ານມາການສົ່ງເສີມສຸຂະພິບານແມ່ນວຽກງານທີ່ສຳຄັນໃນການພັດທະນາ ທາງການແພດອັນໃຫ່ຍຫຼວງ ເພື່ອສົ່ງເສີມສຸຂະພາບຂອງຄົນເຮົາໃຫ້ແຂງແຮງ ແຕ່ວ່າທຸກໆປີພັດມີຜູ້ຄົນລົ້ມຕາຍຢ່າງຫຼວງຫຼາຍ ຍ້ອນພະຍາດຖອກ ທ້ອງ ທີ່ສາມາດປ້ອງກັນໄດ້ໃນນີ້ມີທັງເດັກນ້ອຍ ແລະ ຜູ້ໃຫ່ຍ ເຊິ່ງສາເຫດແມ່ນມາຈາກການຂາດສິ່ງອຳນວຍຄວາມສະດວກດ້ານສຸຂະພິບານ ທ່ານ ສົມມາດ ພົນເສນາ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ອຳນາດການປົກຄອງທຸກຂັ້ນ ຫົວໜ່ວຍທຸລະກິດຕະຫຼອດຮອດພໍ່ແມ່ປະຊາຊົນ ທຸກທົ່ວໜ້າ ຈົ່ງໄດ້ພ້ອມກັນສະໜັບສະໜູນຊ່ວຍເຫຼືອ ແລະ ເຂົ້າຮ່ວມໂຄງການຈັດຕັ້ງປະຕິບັດກິດຈະກຳຕ່າງໆຢ່າງກ້ວາງຂວາງ ແລະລົງເລິກແທ້ໆ. ທ່ານ ດານ່ຽວກີບສັນ ຜູ້ຕ່າງໜ້າທະນະຄານໂລກໃນນາມຜູ້ໃຫ້ການສະໜັບສະໜູນກ່າວວ່າ: ການຮັກສາສະພາບແວດລ້ອມໃຫ້ສະອາດ ແລະ ການສ້າງນະຄອນຫຼວງວຽງຈັນ ໃຫ້ເປັນທີ່ໜ້າຢູ່ອາໃສຫຼາຍຂຶ້ນ ມັນແມ່ນໜ້າທີ່ຂອງໝົດທຸກຄົນ ແລະ ທຸກໆຄົນຄວນມີສ່ວນຮ່ວມທັງເປັນເຈົ້າການ ນຳກັນ ການປະກອບສ່ວນຂອງແຕ່ລະທຸກຄົນ ແລະ ການເຂົ້າຮ່ວມໃນຂະບວນການໂຄສະນາປຸກລະດົມສ້າງຈິດສຳນຶກ ເທື່ອທຳອິດມັນຈະກາຍເປັນ ພະລັງອັນໃຫ່ຍຫຼວງໃນການສ້າງຕົວເມືອງຂອງພວກເຮົາໃນອານາຄົດທີ່ເປັນສະຖານທີ່ສວຍສົດງົດງາມດຶງດູດສີວິໄລ ລູກຫຼານຂອງພວກເຮົາໄດ້ເຕີບ ໃຫ່ຍທ່າມກາງສະພາບແວດລ້ອມທີ່ດີ ແລະ ມີສຸຂະພາບແຂງແຮງ. ຈຸດປະສົງຂອງໂຄງການແມ່ນເພື່ອປຸກລະດົມຂົນຂວາຍກຸ່ມໄວໜຸ່ມໃຫ້ເຫັນໄດ້ຄວາມໝາຍສຳຄັນ ແລະ ເປັນສື່ໃນການເພີ່ມທະວີມີສ່ວນຮ່ວມ ຂອງໄວໜຸ່ມ ໂດຍສະເພາະກໍ່ແມ່ນພາກເອກະຊົນເຂົ້າໃນວຽກງານການສົ່ງເສີມ ແລະ ການພັດທະນາສຸຂະພິບານຕົວເມືອງ ພາຍໃຕ້ຄຳຂວັນທີ່ວ່າ: ຕົວເມືອງສີວິໄລຄົນທັນສະໄໝໃສ່ໃຈຄວາມສະອາດໂດຍທາງໂຄງການທີ່ດຳເນີນງານໂດຍບໍລິສັດບລູກຼາດ ເຊິ່ງເປັນບໍລິສັດອອກແບບ ແລະ ປະຊາ ສຳພັນໄດ້ເຊື້ອເຊີນເອົາ ທ່ານນາງ ຕິ່ງ ໄພລະວັນ ເຊິ່ງແມ່ນນັກຮ້ອງໄດ້ຮັບລາງວັນລາວມິວສິກອາວອດ 2008ແລະຕົວສະອາດ ເປັນຕົວແທນສື່ ໃນການໂຄສະນາຄັ້ງນີ້ ເຊິ່ງມີກຳນົດກິດຈະກຳແຕ່ທ້າຍເດືອນມັງກອນຫາທ້າຍເດືອນກຸມພາ ຈຶ່ງຈະສຳເລັດ. - 31/1/ 2009 ຈັດທີ່ມະຫາວິທະຍາໄລແຫ່ງຊາດ. - 7/2/09 ຈັດຢູ່ມັດທະຍົມຕອນປາຍເພຍວັດ. - 14/2/09 ຈັດຢູ່ມັດທະຍົມຕອນປາຍສີໂຄດ. - 21/2/09 ຈັດຢູ່ ມ.ສ ວຽງຈັນ. - 28/2/09 ຈັດຢູ່ ມ.ສ ໜອງບອນ. |
|