![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ເປີດການນຳໃຊ້ລົດໄຟສາຍປະຫວັດສາດ ລະຫວ່າງລາວ-ໄທ ໃນວັນທີ 5 ມີນາ 2009
ວັນທີ 5 ມີນາ 2009 ນີ້, ຢູ່ທີ່ສະຖານີລົດໄຟບ້ານດົງໂພສີ ນະຄອນຫລວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ແລະ ເປີດການນຳໃຊ້ທາງລົດໄຟສາຍປະຫວັດສາດ ລະຫວ່າງລາວ-ໄທ ຢ່າງເປັນທາງ ການ. ໃຫ້ກຽດເຂົ້າຮ່ວມໃນພິທີມີພະນະທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ, ສົມເດັດພະເທບພະຣັດຣາຊະສຸດາ ເຈົ້າຟ້າມະຫາຈັກກຣີ ສິລິນທອນ ສະຫຍາມບໍຣົມຣາຊະ ກຸມມາຣີ ແຫ່ງຣາຊະອານາຈັກໄທ, ພະນະທ່ານ ອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ, ພະນະທ່ານ ດຣ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ສປປ ລາວ ບັນດາລັດຖະມົນຕີ, ການນຳຂັ້ນສູງ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍລາວ - ໄທ ເຂົ້າຮ່ວມຢ່າງຫລວງຫລາຍ. ເສັ້ນທາງລົດໄຟແຫ່ງນີ້ ມີຄວາມຍາວ 3,5 ກິໂລແມັດ ເຊິ່ງເລີ່ມຈາກຂົວມິດຕະພາບຫາທ່ານາແລ້ງ ໂດຍໄດ້ຮັບການຊ່ວຍເຫລືອລ້າອອກແບບລະອຽດທາງລົດໄຟ ແລະອະນຸມັດເງິນກູ້ຈຳນວນ 137.900.000 ບາດ ( ເງິນໄທ ) ພ້ອມທັງໃຫ້ການ ຊ່ວຍເຫລືອລ້າຈຳນວນ 59.100.000 ບາດ ຈາກລັດຖະບານໄທ ໃຫ້ແກ່ ສປປ ລາວ ລວມມູນ ຄ່າການກໍ່ສ້າງທັງໝົດ 197.000.000 ບາດ ເສັ້ນທາງລົດໄຟສາຍປະຫວັດສາດນີ້ ເຖິງວ່າຈະມີ ເສັ້ນທາງໄລຍະສັ້ນພຽງແຕ່ 3,5 ກິໂລແມັດ, ແຕ່ມັນ ກໍ່ມີຄວາມໝາຍສຳຄັນທາງດ້ານປະຫວັດ ສາດ ສຳລັບ ສປປ ລາວ ເພາະເປັນເສັ້ນທາງລົດ ໄຟແຫ່ງທຳອິດລະຫວ່າງປະເທດ ແລະເປັນເສັ້ນທາງເຊື່ອມ ຕໍ່ໄມຕີຈິດມິດຕະພາບລະຫວ່າງ ລາວ-ໄທ ກໍຄືລະຫວ່າງລາວ-ໄທ-ອົດສະຕາລີ ເພາະເສັ້ນທາງລົດໄຟທີ່ເຊື່ອມຕໍ່ກັນຢູ່ເທິງຂົວມິດຕະພາບ 1 ລະຫວ່າງ ນະຄອນຫລວງວຽງຈັນ-ໜອງຄາຍ ຊຶ່ງລັດຖະບານອົດສະຕາລີໃຫ້ການຊ່ວຍ ເຫລືອໃນປີ 1994. ນອກນີ້, ເສັ້ນທາງລົດໄຟແຫ່ງດັ່ງກ່າວ ບໍ່ພຽງແຕ່ເປັນເສັ້ນທາງຮັບໃຊ້ການ ຂົນສົ່ງລະຫວ່າງ ນະຄອນຫລວງວຽງຈັນ ແລະ ໜອງຄາຍ ເທົ່ານັ້ນ ແຕ່ໃນອານາຄົດຍັງເປັນເສັ້ນທາງທີ່ຈະເຊື່ອມຕໍ່ກັບເສັ້ນທາງລົດໄຟຂອງອະນຸພາກພື້ນ ແລະມີຄວາມໝາຍສຳຄັນລະດັບພາກພື້ນ ອີກດ້ວຍ. ການກໍ່ສ້າງເສັ້ນທາງລົດໄຟແຫ່ງນີ້ ໄດ້ເປັນການປະກອບສ່ວນຍົກລະດັບເຂົ້າໃນການພັດທະນາຄົມມະນາຄົມ-ຂົນສົ່ງ ຂອງນະຄອນຫລວງວຽງ ຈັນ ໄດ້ຮັບການຍົກລະດັບຂື້ນ, ເຮັດໃຫ້ສປປ ລາວ ກາຍເປັນປະເທດບໍລິການທາງຜ່ານຂອງອະນຸພາກພື້ນໃນອະນາຄົດ, ພ້ອມທັງສ້າງເງື່ອນໄຂອັນ ສະດວກໃຫ້ແກ່ປະຊາຊົນຂອງບັນດາປະເທດໃນອະນຸພາກພື້ນລຸ່ມແມ່ນ້ຳຂອງແຫ່ງນີ້ ສາມາດສັນຈອນໄປມາຫາສູ່, ແລກປ່ຽນສິນຄ້ານຳກັນໄດ້ດີຍິ່ງຂື້ນ ທັງເປັນການຕອບສະໜອງນະໂຍບາຍການຫັນປ່ຽນອຸດສາຫະກຳ ແລະທັນສະໃໝເທື່ອລະກ້າວ, ເຮັດໃຫ້ ສປປ ລາວ ມີເງື່ອນໄຂສະດວກໃນການ ດຶງດູດນັກລົງທຶນ ເຂົ້າມາລົງທຶນໃນຂະແໜງການຕ່າງໆຢູ່ລາວໃຫ້ຫລາຍຂື້ນກວ່າເກົ່າ ກໍຄືເປັນການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງສອງຊາດ ລາວ-ໄທ ແລະບັນດາປະເທດໃນຂົງເຂດອະນຸພາກພື້ນ ໃຫ້ນັບມື້ໄດ້ຮັບການພັດທະນາຂື້ນໄປເລື້ອຍໆ. |
|