:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ສຳເລັດ ກອງປະຊຸມໃຫ່ຍຄັ້ງທີ່ III ຂອງ ໜ່ວຍພັກຮາກຖານກົມການບິນພົນລະເຮືອນ

     ເວລາ 8:30 ໂມງ ຂອງວັນທີ່ 26/5/2010 ໜ່ວຍພັກຮາກຖານກົມການບິນພົນລະ ເຮືອນ ໄດ້ເປີດກອງປະຊຸມໃຫ່ຍ ຄັ້ງທີ່ III ຂອງຕົນຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນ ປະທານ ຂອງສະຫາຍ ຢາກົວ ລໍປາງກາວ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມການບິນ ພົນລະເຮືອນ, ກອງປະຊຸມໃຫ່ຍໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ສົມມາດ ພົລເສນາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາຜູ້ແທນກອງປະຊຸມໃຫ່ຍ ຢ່າງອົບອຸ່ນ ແລະເປັນກັນເອງ.
     ພາຍຫລັງການອ່ານຂໍ້ຕົກລົງອະນຸມັດເປີດກອງປະຊຸມແລ້ວ ຄະນະພັກໄດ້ພັດປ່ຽນກັນຂຶ້ນ ຜ່ານບົດລາຍງານການເມືອງ ແລະບົດສະຫລວດລວມຂອງຄະນະພັກ, ບົດລາຍງານການເມືອງ ໄດ້ສະທ້ອນໃຫ້ເຫັນບົດບາດການນຳພາ ຂອງພັກເວົ້າລວມ, ໂດຍສະເພາະການນຳພາ ຂອງ ໜ່ວຍພັກຮາກຖານ ກົມການບິນພົນລະເຮືອນ ທາງດ້ານການເມືອງແນວຄິດ, ການປັບປຸງ ການຈັດຕັ້ງ, ການຄຸ້ມຄອງພະນັກງານ...ນອກຈາກນີ້ຍັງມີການຄຸ້ມຄອງມະຫາພາກດ້ານການບິນ ພົນລະເຮືອນ ດ້ວຍກົດໝາຍ ແລະ ລະບຽບການ. ກອງປະຊຸມຍັງໄດ້ປະກອບຄຳເຫັນໃສ່ຮ່າງ ບົດລາຍງານການເມືອງຂອງໜ່ວຍພັກຢ່າງກ້ວາງຂວາງ ແລະ ມີຄວາມຮັບຜິດຊອບສູງ. ຕົ້ນຕໍແມ່ນຄວາມເປັນເອກະພາບທາງດ້ານການເມືອງແນວຄິດ ແລະ ເຄົາລົບນັບຖືການຈັດຕັ້ງ, ການບຳລຸງສ້າງ ພະນັກງານ, ການສັບຊ້ອນພະນັກງານ ຕາມຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ, ວຽກງານວິຊາສະເພາະຕ່າງໆ ໃຫ້ສຳເລັດ ແລະ ມີປະສິດທິຜົນ. ນອກຈາກນີ້ແລ້ວກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ເຊິ່ງຜ່ານຈາກການຄົ້ນຄ້ວາ ຂອງຄະນະປະທານເຫັນດີ ດັ່ງນີ້:
1. ສະຫາຍ ຢາກົວ ລໍປາງກາວ ເປັນເລຂາໜ່ວຍພັກ
2. ສະຫາຍ ສົມບູນ ດາວສະຫວັນ ເປັນຮອງເລຂາ
3. ສະຫາຍ ວັນເພັງ ຈັນທະພອນ ເປັນຄະນະ ຮັບຜິດຊອບວຽກງານກວດກາ

     ພາຍຫລັງສຳເລັດການປະກາດມອບໝາຍໜ້າທີ່ໃຫ້ຄະນະພັກແລ້ວ ກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ສົມມາດ ພົລເສນາ ເລຂາຄະນະພັກກະຊວງ ເຊິ່ງໄດ້ເນັ້ນໜັກໃຫ້ຄະນະພັກ ແລະ ສາມາຊິກພັກທຸກຄົນເອົາໃຈໃສ່ຊີ້ນຳ ນຳພາວຽກງານການບິນພົນລະເຮືອນ ດ້ວຍ ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ໂດຍສະເພາະການຄຸ້ມຄອງມາດຕະຖານເຕັກນິກ ກ່ຽວກັບການບິນພົນລະເຮືອນ, ການຮັກສາຄວາມ ປອດໄພ ຕະຫລອດຮອດການສ້າງ ແລະ ຝຶກອົບຮົມພະນັກງານໂດຍການເລັ່ງໃສ່ສ້າງພະນັກງານຢູ່ພາຍໃນປະເທດເປັນຫລັກຕາມທ່າແຮງບົ່ມຊ້ອນ ທີ່ມີຢູ່ ໃຫ້ສາມາດກຸ້ມຕົນເອງ ເພີ່ງຕົນເອງໄດ້ຕາມແນວທາງການນຳພາຂອງພັກ ແລະ ລັດຖະບານ. ພ້ອມດຽວກັນນີ້ ທ່ານຍັງເນັ້ນໜັກໃຫ້ເອົາໃຈ ໃສ່ກະກຽມຄວາມພ້ອມ ການມາກວດສອບຄວາມປອດໄພການບິນຮອບດ້ານ ຂອງອົງການການບິນພົນລະເຮືອນສາກົນ ໃຫ້ສຳເລັດຕາມຄາດໝາຍ. ກອງປະຊຸມໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.