![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ບົດບາດຂະແໜງຂົວທາງ ແລະ ຄົມມະນາຄົມ ຕໍ່ການພັດທະນາແບບຍືນຍົງ
ໃນວັນທີ 3 ມີນາ 2010 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດປະຖະກະຖາໃນຫົວຂໍ້ " ບົດບາດຂະແໜງຂົວທາງ ແລະ ຄົມມະ ນາຄົມ ຕໍ່ການພັດທະນາແບບຍືນຍົງ " ເຊິ່ງປະກອບດ້ວຍຫົວໜ້າພະແນກ ແລະ ພະນັກງານວິຊາການຂະແໜງຂົວທາງ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ໂດຍທ່ານ ຈອນຣູມ ( John Roome ) ຫົວໜ້າວຽກງານການພັດທະນາແບບຍືນຍົງ ຂອງທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນ ອອກສຽງໃຕ້ ໄດ້ກ່າວປະຖະກະຖາໃນຫົວຂໍ້ " ບົດບາດຂະແໜງຂົວທາງ ແລະ ຄົມມະນາຄົມ ຕໍ່ການພັດທະນາແບບຍືນຍົງ " ແນ່ໃສ່ເຮັດໃຫ້ ພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນໄດ້ເຖິງຄວາມສຳຄັນ ຕໍ່ການພັດທະນາແບບຍືນຍົງ ໃນຂະແໜງ ການດັ່ງກ່າວ ພ້ອມນີ້ຍັງເປັນການແລກປ່ຽນບົດຮຽນຮ່ວມກັນໂດຍທ່ານໄດ້ນຳເອົາແຜນແມ່ບົດ ຢູ່ປະເທດອື່ນທີ່ສຳເລັດແລ້ວ ມາສະເໜີໃຫ້ນັກວິຊາການ ຝ່າຍລາວໄດ້ພິຈາລະນາຄົ້ນຄວ້າປັບປຸງເຂົ້າໃນວຽກງານຕົວຈິງ ໃຫ້ໄດ້ຮັບປະສິດທິຜົນສູງຍິ່ງຂື້ນ. ໃນໄລຍະຜ່ານມາ ກໍ່ຄືປະຈຸບັນ ຂະແໜງຂົວທາງ ແລະ ຄົມມະນາຄົມ ມີບົດບາດຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ກາຍເປັນການ ເຊື່ອມໂຍງກັບພາກພື້ນ, ສຳລັບລັດຖະບານລາວ ກໍໄດ້ໃຫ້ບູລິມາສິດສູງ ຕໍ່ການພັດທະນາຂະແໜງຂົວທາງ ແລະ ໄດ້ລົງທຶນເປັນຈຳນວນຫລວງຫລາຍ ເຂົ້າໃນການພັດທະນາຂະແໜງດັ່ງກ່າວ ໂດຍເລັ່ງປັບປຸງພື້ນຖານໂຄງລ່າງ, ການສ້າງຄວາມສາມາດໃຫ້ແກ່ພະນັກງານ ແລະ ການຮ່ວມມືແບບກວ້າງ ຂວາງ ກັບບັນດາຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນທະນາຄານໂລກ ໃນການບູລະນະຮັກສາເສັ້ນທາງ, ການປັບປຸງເສັ້ນທາງ ແລະ ອື່ນໆອີກ ແນ ໃສ່ໃຫ້ສາມາດບັນລຸແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປົ້າໝາຍການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2020 ໃຫ້ປະກົດຜົນ ເປັນຈິງ. |
|