![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ການປັບປຸງ ແລະ ຂະຫຍາຍຫນ້າທາງເລກທີ 13 ໃຕ້
ມາຮອດທ້າຍເດືອນກຸມພາ 2010 ນີ້ ການປັບປຸງ ແລະຂະຫຍາຍຫນ້າທາງເລກທີ 13 ໃຕ້ ຢູ່ແຂວງບໍລິຄຳໄຊ ແຕ່ 3 ແຍກສີວິໄລ ຫາຫລັກ 4 ສາມາດປະຕິບັດໄດ້ແລ້ວ 80% ຂອງຫນ້າວຽກທັງຫມົດ. ເມື່ອໂຄງການນີ້ສຳເລັດແລ້ວຈະກາຍເປັນປະຕູເຂົ້າສູ່ເທດສະບານຂອງແຂວງ ທັງຈະຊ່ວຍ ອຳນວຍຄວາມສະດວກໃຫ້ແກ່ຜູ້ສັນຈອນໄປ-ມາ ລະຫວ່າງພາກໃຕ້ເຂົ້າສູ່ເທດສະບານຂອງແຂວງ ແລະ ສູ່ນະຄອນຫລວງວຽງຈັນ. ທ່ານ ຕ່ວນ ເຈົ້າຂອງບໍລິສັດເຈືອງໂຮງ ສສ ຫວຽດນາມ ໃນນາມຜູ້ຮັບເຫມົາໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງດັ່ງກ່າວ ໄດ້ກ່າວຕໍ່ນັກຂ່າວ ແຂວງ ບໍລິຄຳໄຊ ວ່າ: ໂຄງການຂະຫຍາຍເສັ້ນທາງແຕ່ 3 ແຍກສີວິໄລ ຫາຫລັກ 4 ມີຂະ ຫນາດກ້ວາງ 20 ແມັດ, ຍາວ 1.270 ແມັດ ຊຶ່ງໄດ້ເລີ່ມລົງມື ມາແຕ່ເດືອນ ພະຈິກ 2009 ມາຮອດປັດຈຸບັນ ແຕ່ລະຫນ້າວຽກທີ່ໄດ້ເຮັດແມ່ນປະຕິບັດໄດ້ຫລາຍກ່ວາ 80% ດ້ວຍມູນຄ່າການກໍ່ສ້າງທັງຫມົດ 10 ຕື້ກ່ວາກີບ ຫນ້າວຽກທີ່ໄດ້ເຮັດສຳເລັດທັງຫມົດມີອະນາໄມເສັ້ນທາງ, ເຮັດຮ່ອງລະບາຍນ້ຳເສຍ, ວາງທໍ່, ທາງຄົນຍ່າງ 2 ຂ້າງທາງ, ປູຢາງຊັ້ນຫນຶ່ງ, ຕັ້ງດອນກາງທາງຈຳນວນ 5 ດອນ, ຕິດຕັ້ງລະບົບນ້ຳປະປາຄົບຊຸດ, ຕິດຕັ້ງເສົາໄຟຟ້າຈຳນວນ 34 ເສົາ ແລະວຽກອື່ນໆ ແມ່ນໄດ້ເຮັດຢ່າງຕໍ່ເນື່ອງ. ສ່ວນວຽກທີ່ຍັງຄ້າງ ແມ່ນປູຢາງຊັ້ນສອງ, ຕິດຕັ້ງໄຟເຍືອງທາງ, ສ້າງດອນໃຈກາງທາງ ແລະ ວຽກອື່ນໆອີກຄາດວ່າການກໍ່ສ້າງທັງຫມົດຈະໃຫ້ສຳເລັດ 100% ໃນເດືອນເມສາ 2010 ນີ້. ເມື່ອສົມທຽບຫນ້າວຽກທີ່ເຮັດໄດ້ກັບໄລຍະເວລາກໍ່ສ້າງທັງຫມົດຖືວ່າຈະສຳເລັດກ່ອນກຳນົດ. ທ່ານ ຕ່ວນ ຍັງໃຫ້ ຮູ້ອີກວ່າ: ໄລຍະທີສອງບໍລິສັດເຈືອງໂຮງ ໄດ້ຮັບເຫມົາຕໍ່ແຕ່ 4 ແຍກທາງລົງທ່າດ່ານສາກົນ ປາກຊັນ ຫາບ້ານຫ້ວຍສຽດ (ເສັ້ນທາງເລກທີ 13 ໃຕ້) ມີຄວາມຍາວ 700 ແມັດ, ກ້ວາງ 20 ແມັດ ຕົກເປັນມູນຄ່າການກໍ່ສ້າງ 7 ຕື້ກ່ວາກີບ. ມາຮອດປັດຈຸບັນກຳລັງວາງທໍ່ 2 ຂ້າງທາງ ແຕ່ລະຫນ້າວຽກ ກຳລັງເລັ່ງມືປະຕິບັດ ຄາດວ່າຈະໃຫ້ສຳເລັດ 100% ໃນເດືອນມິຖຸນາ 2010 ນີ້ ກ່ອນແຜ່ນກຳນົດທີ່ວາງໄວ້ ໃນຂໍ້ສັນຍາກັບເຈົ້າຂອງໂຄງການ ພະແນກໂຍທາທິການ ແລະ ຂົນສົ່ງຂອງແຂວງ ບໍລິຄຳໄຊ./.
* ຄັດຈາກ: ໜັງສືພິມປະເທດລາວ, ລົງໃນວັນທີ 24 ກຸມພາ 2010
|
|