:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ເປີດການນຳໃຊ້ເສັ້ນທາງປູຢາງເຊກອງ-ສາລະວັນ

ໃນທີ່ສຸດເສັ້ນທາງແຕ່ເມືອງທ່າແຕງແຂວງເຊກອງ ຫາ ບ້ານແບ່ງ ເມືອງ ແລະ ແຂວງ ສາລະວັນ ກໍໄດ້ສຳເລັດການປູຢາງ ແລະ ເປີດການນຳໃຊ້ ເປັນ ທາງ ການໃນວັນທີ 28 ພຶດສະພາ ຜ່ານມາ ພາຍ ຫຼັງບໍລິສັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ສົມໄຊຈະເລີນກໍ່ສ້າງຂົວທາງ ດຳເນີນກໍ່ສ້າງມາແຕ່ ເດືອນພຶດສະພາປີທີ່ແລ້ວດ ໂດຍ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າເປີດເສັ້ນທາງ, ຊ່ອງໜ້າການນຳແຂວງເຊກອງ ແລະ ສາລະວັນ, ພ້ອມປະຊາຊົນຫຼາຍບ້ານ ລຽບຕາມເສັ້ນທາງ ດັ່ງກ່າວ ລ້ວນແຕ່ດີໃຈ ແລະສັນຍາວ່າຈະພ້ອມກັນ ປົກປັກຮັກສາເພື່ອໃຫ້ນຳໃຊ້ໄດ້ຢ່າງ ຍາວນານ.
ທ່ານ ລ້ຽງ ຄຳພູນ ຮອງເຈົ້າແຂວງໆເຊກອງ ກ່າວພາຍຫຼັງເປີດການນຳໃຊ້ເສັ້ນ ທາງສາຍ ນີ້ວ່າ:ນັບແຕ່ຊຸມປີ 2009, ພໍ່ແມ່ປະຊາຊົນບັນດາເຜົ່າຂອງຫຼາຍ ບ້ານທີ່ອາໄສລຽບຕາມເສັ້ນທາງດັ່ງກ່າວລ້ວນແຕ່ໄດ້ພົບບັນຫາກ່ຽວກັບສຸຂະພາບ ອັນເນື່ອງຈາກເສັ້ນທາງສາຍ ນີ້ທີ່ມີຄວາມຍາວເຖິງ 18 ກິໂລແມັດ ເປັນເສັ້ນທາງດິນແດງ, ຂະນະທີ່ຍານພາຫະນະຜ່ານໄປມາໄດ້ເກີດມີຝຸ່ນໄງ່ປົກຄຸມໄປທົ່ວແຕ່ລະບ້ານ, ຕົກມາຍາມຝົນການໄປມາ, ຂົນສົ່ງລຳລຽງຜົນ ຜະລິດກະສິກຳ-ອຸດສາຫະກຳ ຂອງະຊາຊົນພົບຄວາມຫຍຸ້ງຍາກທຸລະກັນດານ. ແຕ່ພາຍຫຼັງປະເທດ ຍີ່ປຸ່ນເຂົ້າມາຊ່ວຍເຫຼືອລ້າ 4 ລ້ານໂດລາສະຫະ ລັດ ທີ່ນອນໃນໂຄງການ 2 ຫຼ່ຽມພັດທະນາແລ້ວ ຈຶ່ງເຮັດໃຫ້ເສັ້ນທາງສາຍນີ້ໄດ້ຮັບການຍົກລະດັບດ້ວຍການປູຢາງໄດ້ລະດັບມາດຕະຖານສາກົນ. ນອກຈາກນີ້ ເສັ້ນທາງສາຍນີ້ຍັງຈະສ້າງ ເງື່ອນໄຂສະດວກຫຼາຍດ້ານໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ ຂອງທັງ 2 ເມືອງທ່າແຕງ ແລະ ສາລະວັນ ທີ່ມີທ່າແຮງຜະລິດກະສິກຳ-ອຸດສາຫະກຳ ເພື່ອການສົ່ງອອກ ນັບມື້ມີຄວາມສະດວກຫລາຍຂຶ້ນ.
* ຄັດຈາກ: ໜັງສືພິມປະເທດລາວ, ສະບັບລົງໃນວັນທີ 3 ມີຖຸນາ 2010 *