![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ບົດກ່າວເປີດ
ຂອງທ່ານ ສີທົງ ທອງແກ້ວ, ລັດຖະມົນຕີຊ່ວຍວ່າການກະຊວງ ຍທຂ,
ຕໍ່ກອງປະຊຸມ ຍທຂ ທົ່ວປະເທດ ປະຈຳປີ 2010
ກອງປະຊຸມໃຫຍ່ທົ່ວປະເທດປະຈຳປີ 2010 ຂອງຂະແໜງໂຍທາທິການ ແລະຂົນສົ່ງພວກເຮົາ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບແລະທົ່ວປວງຊົນລາວພວມອອກແຮງແຂ່ງຂັນກັນຕັ້ງໜ້າຈັດຕັງປະຕິບັດແຜນການສົກປີ 2009-10, ຊຶ່ງເປັນປີມ້ວນທ້າຍໃນການປະຕິບັດ ຄາດໝາຍສູ້ຊົນຂອງກອງປະຊຸມຄັ້ງທີ VIII ຂອງພັກ ແລະແຜນການ 5 ປີ ຄັ້ງທີ VI. ພ້ອມກັນນັ້ນ, ຍັງເປັນປີທີ່ມີຄວາມໝາຍສຳຄັນທາງການເມືອງ, ເສດຖະກິດ ແລະສັງຄົມ, ເພາະເປັນປີທີ່ປວງຊົນລາວທັງຊາດສ້າງຜົນງານຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 55 ປີ, ວັນສະຖາ ປະນາ ສປປ ລາວ ຄົບ ຮອບ 35 ປີ, ວັນເກີດທ່ານປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກຄົບຮອບ 90 ປີ ແລະວັນສ້າງຕັ້ງນະຄອນ ຫລວງວຽງຈັນຄົບຮອບ 450 ປີ, ໂປຄຽງຄູ່ກັບການກະກຽມຢ່າງຮອບດ້ານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ.
ກອງປະຊຸມໂຍທາທິການ ແລະຂົນສົ່ງທົ່ວປະເທດໃນຄັ້ງນີ້ມີຄວາມໝາຍສຳຄັນ ແລະມີຄວາມພິເສດທີ່ແຕກຕ່າງຈາກຄັ້ງຜ່ານໆມາຄື: ພິເສດອັນທີ 1: ແມ່ນໃນປະຊຸມຄັ້ງນີ້ ນອກຈາກໄດ້ເຊື້ອເຊີນບັນດາທ່ານຜູ້ແທນກອງປະຊຸມທັງຈາກສູນກາງ ແລະພະແນກ ຍທຂ ທ້ອງຖິ່ນດັ່ງເຊັ່ນ ທຸກປີທີ່ຜ່ານມາແລ້ວ, ຍັງໄດ້ເຊື້ອເຊີນບັນດາທ່ານຫົວໜ້າຫ້ອງການ ຍທຂ ເມືອງຈາກ 141 ເມືອງໃນທົ່ວປະເທດ ແລະບັນດາທ່ານປະທານ ອພບ ແລະ ອພບຕ ໃນທົ່ວປະເທດເຂົ້າຮ່ວມ. ທັງນີ້ກໍ່ເພື່ອປັບປຸງກົນໄກການປະສານງານລະຫວ່າງສູນກາງ ແລະທ້ອງຖິ່ນ, ໂດຍສະເພາະບັນດາເມືອງ ໃນເຂດຫ່າງໄກສອກຫລີກ, ໃຫ້ໄດ້ມີໂອກາດພົບປະ, ແລກປ່ຽນຄຳຄິດຄຳເຫັນ ແລະຖອດຖອນບົດຮຽນຊຶ່ງກັນ ແລະກັນ ຢ່າງເລິກເຊິ່ງ ແລະ ກວ້າງ ຂວາງ, ແນໃສ່ເຮັດໃຫ້ຂະແໜງ ຍທຂ ກາຍເປັນຂະແໜງປາຍແຫລມທີ່ສາມາດທະລຸທະລວງສ້າງເງື່ອນໄຂອຳນວຍໃຫ້ແກ່ທຸກຂະບວນການພັດທະ ນາ, ຊຸກຍູ້ສົ່ງເສີມການຜະລິດ ແລະລົບລ້າງຄວາມທຸກຍາກແຫ່ງຊາດຕາມແນວທາງນະໂຍບາຍຂອງພັກ ແລະລັດຖະບານວາງອອກ. ພິເສດອັນທີ 2: ກອງປະຊຸມຄັ້ງນີ້ ຍັງເປັນກຽດອັນສູງທີ່ຈະໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກລັດຖະບານ, ທີ່ຈະໃຫ້ກຽດເຂົ້າຮ່ວມ, ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ກອງປະຊຸມຂອງພວກເຮົາ, ຊຶ່ງສະແດງໃຫ້ເຫັນເຖິງຄວາມເປັນຫວ່ງເປັນໃຍ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງສູນກາງ ພັກ ໃນການຊີ້ນຳນຳພາຂະແໜງໂຍທາທິການ ແລະຂົນສົ່ງຕະຫລອດມາ. ບັນດາທ່ານທີ່ນັບຖື ແລະຮັກແພງທັງຫລາຍ. ກອງປະຊຸມໃນຄັ້ງນີ້ ນອກຈາກຈະມີຄວາມສຳຄັນພິເສດດັ່ງກ່າວມານັ້ນແລ້ວ, ການດຳເນີນກອງປະຊຸມເປັນເວລາ 4 ວັນໃນຄັ້ງນີ້ຍັງມີຈຸດປະສົງຫລັກ ເພື່ອ: 1. ສະຫລຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ ແລະຂົນສົ່ງໃນໄລຍະ 5 ປີຜ່ານມາ ແລະວາງທິດທາງສຳລັບ 5 ປີ ຕໍ່ໜ້າ (2011-15) 2. ສະຫລຸບ, ກວດກາ ແລະຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໂຍທາທິການ ແລະຂົນສົ່ງປະຈຳປີ 2008, ໂດຍສະແດງອອກໃນຜົນ ການກວດກາດ້ານເຕັກນິກ ແລະດ້ານການເງິນຂອງຂະແໜງການພວກເຮົາໃນ 1 ປີຜ່ານມາ, ອັນສຳຄັນແມ່ນກອງປະຊຸມໃນຄັ້ງນີ້ຈະໄດ້ປຶກສາຫາລື ນຳກັນ ກ່ຽວກັບທິດທາງລະອຽດໃນການຜັນຂະຫຍາຍຜົນກອງປະຊຸມເສດຖະກິດປະຈຳປີ 2009, ແນໃສ່ຫັນວິກິດທາງດ້ານການເງິນຂອງໂລກໃຫ້ກາຍ ເປັນໂອກາດ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງປະເທດເຮົາ ໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ. 3. ທົບທວນຄືນການຈັດຕັ້ງປະຕິບັດຕາມທິດທາງທີ່ສະຫາຍເລຂາທິການໃຫຍ່ສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ແລະບັນດາທ່ານຜູ້ນຳ ພັກ ແລະລັດຖະບານທີ່ໄດ້ໃຫ້ທິດຊີ້ນຳໃຫ້ແກ່ຂະແໜງການຂອງພວກເຮົາໃນໄລຍະຜ່ານມາ. ພ້ອມທັງປຶກສາກັນເພື່ອສ້າງຂະບວນການ ແລະຂໍ້ແຂ່ງ ຂັນປະຕິບັດຄາດໝາຍສູ້ຊົນຕ່າງໆ. ທັງໝົດນັ້ນ ກໍ່ເພື່ອແນໃສ່ຖອດຖອນບົດຮຽນ ແລະຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຜ່ານມາ ນັ້ນວ່າມີອັນໃດດີ? ຍັງມີອັນໃດອ່ອນ? ອັນໃດ ທີ່ຕ້ອງປັບປຸງແກ້ໄຂ ແລະອັນໃດແມ່ນສາຍເຫດຂອງຜົນສຳເລັດ ແລະດ້ານອ່ອນທີ່ຍັງຄົງຄ້າງນັ້ນ, ທັງໝົດນີ້ຈະເປັນພື້ນຖານອັນແຂງແກ່ນໃຫ້ແກ່ ການວາງທິດທາງແຜນການສຳລັບ 5 ປີໃນຕໍ່ໜ້າ ໃຫ້ແທດເໝາະກັບສະພາບຄວາມເປັນຈິງຢ່າງພາວະວິໄສທີ່ສຸດ ເພື່ອປະກອບສ່ວນເປັນກຳລັງ ສຳຄັນໃນການພັດທະນາ ແລະຊຸກຍູ້ການເຕີບໂຕຂອງເສດຖະກິດແຫ່ງຊາດໃຫ້ຕໍ່ເນື່ອງ. ບັນດາທ່ານທີ່ນັບຖື ແລະຮັກແພງທັງຫລາຍ. ດັ່ງທີ່ໄດ້ຮັບຮູ້ນຳກັນແລ້ວວ່າໃນປີທີ່ຜ່ານມາ, ສະພາບການໃນພາກພື້ນ ແລະສາກົນກໍ່ຍັງຜັນແປໄປຢ່າງສັບສົນ, ໂດຍສະເພາະແມ່ນການເກີດວິກິດ ການການເງິນຂອງໂລກໃນຊ່ວງທ້າຍປີ 2008 ທີ່ຜ່ານມາ, ຊຶ່ງ ສປປ ລາວ ໃນຖານະປະເທດໜຶ່ງຂອງປະຊາຄົມໂລກ ຍ່ອມໄດ້ຮັບຜົນກະທົບຈາກ ວິກິດການດັ່ງກ່າວຢ່າງບໍ່ສາມາດຫລີກລ້ຽງໄດ້. ແຕ່ເຖິງຢ່າງໃດກໍ່ຕາມ ໂດຍປະຕິບັດຕາມທິດທາງ ແລະມາດຕະການຮີບດ່ວນຂອງລັດຖະບານ ເພື່ອ ແກ້ໄຂຜົນກະທົບຈາກວິກິດການການເງິນຂອງໂລກ ແລະຊຸກຍູ້ການເຕີບໂຕຂອງເສດຖະກິດແຫ່ງຊາດໃຫ້ຕໍ່ເນື່ອງ, ໄປຄຽງຄູ່ກັບການປະຕິບັດໜ້າທີ່ ການເມືອງຂອງຕົນຢ່າງຕັ້ງໜ້າ, ຂະແໜງການຂອງພວກເຮົາໄດ້ເອົາໃຈໃສ່ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະລັດຖະບານ ເຂົ້າສູ່ການ ການຈັດຕັ້ງປະຕິບັດຕົວຈິງ, ເປັນຕົ້ນແມ່ນແຜນງານທີ 8 ຂອງລັດຖະບານ ທີ່ເປັນແຜນງານດ້ານໂຍທາທິການ ແລະຂົນສົ່ງ, ກວມລວມເອົາທຸກຂົງ ເຂດ ຍທຂ ທັງທາງດ້ານຂົວທາງ, ດ້ານຂົນສົ່ງດ້ານເຄຫາ-ຜັງເມືອງ ຢ່າງມີໝາກຜົນທີ່ໜ້າເພິ່ງພໍໃຈ; ຊຶ່ງສະແດງອອກໃນປະຈຸບັນນີ້, ພື້ນຖານດ້ານ ຄົມມະນາຄົມຂົນສົ່ງຂອງ ສປປ ລາວ ແມ່ນທະລຸໂລ່ງໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນພື້ນຖານໂຄງລ່າງທີ່ຮັບໃຊ້ການຜະລິດ ແລະຊີວິດ ການເປັນຢູ່ຂອງປະຊາຊົນ, ພ້ອມກັນນັ້ນກໍ່ຍັງສາມາດເຊື່ອມໂຍງບັນດາເຂດແຄວ້ນພາຍໃນປະເທດເຂົ້າກັບພາກພື້ນ ແລະອະນຸພາກພື້ນໄດ້ເປັນຢ່າງດີ. |
|