ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງຊີ້ນຳວຽກງານທະລຸເສັ້ນທາງຢູ່ແຂວງ ວຽງຈັນ
ໃນວັນທີ 10 ກຸມພາ 2009 ຜ່ານມານີ້ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄຳເມິງ ພົງທະດີ ເຈົ້າແຂວງ ແຂວງວຽງຈັນ ພ້ອມ ດ້ວຍປະທານກຸ່ມບໍລິສສັດ ດວງຈະເລີນພັດທະນາກໍ່ສ້າງ ໂດຍແມ່ນທ່ານ ຄຳຜາຍ ສີລາຊາ ພ້ອມດ້ວຍພະແນກອອ້ມຂ້າງແຂວງ ແລະ ທ່ານເຈົ້າເມືອງ 2 ເມືອງຄື : ເມືອງເຟືອງ ແລະ ເມືອງ ແມດ, ໄດ້ລົງກວດກາຜົນສຳເລັດ ແລະ ຄວາມຄືບໜ້າໃນການທະລຸເສັ້ນທາງແຕ່ບ້ານ ເຫລົາຄຳ ເທດສະບານເມືອງເຟືອງ ເຖິງບ້ານ ນາດີ ເມືອງແມດ ອອກໃສ່ແມ່ນ້ຳຂອງແລ້ວເຊື່ອມຕໍ່ໃສ່ແຂວງ ໄຊຍະບູລີ ທີ່ມີຄວາມຍາວ 62 ກິໂລແມັດ ໃນເບື້ອງຕົ້ນພຽງແຕ່ເປັນເສັ້ນທາງທະລຸແຕ່ວ່າໃນໄລຍະ ຕໍ່ໄປແມ່ນຈະໄດ້ກໍ່ສ້າງເປັນເສັ້ນທາງທີ່ໄດ້ມາດຕະຖານທີ່ຖາວອນສາມາດທຽວໄດ້ທັງສອງລະດູເສັ້ນ ທາງສາຍນີ້ມີຄວາມໝາຍສຳຄັນທີ່ສຸດ ທາງດ້ານຍຸດທະສາດ ຫລັງຈາກສ້າງສຳເລັດແລ້ວເສັ້ນທາງ ສາຍນີ້ກໍ່ຈະເຮັດໃຫ້ການໄປມາຫາສູ່ລະຫວ່າງບ້ານຕໍ່ບ້ານ ເມືອງຕໍ່ເມືອງ ແລະແຂວງຕໍ່ແຂວງມີຄວາມສະດວກວ່ອງໄວຂື້ນຕື່ມອີກ ແລະອີກດ້ານໜຶ່ງ ກໍ່ ຍັງເປັນການຫລຸດຜ່ອນສິ້ນເປືອງ ເຮັດໃຫ້ການໄປມາຫາສູ່ລະຫວ່າງເມືອງແມດ ແຂວງ ວຽງຈັນ ເຂົ້າສູ່ນະຄອນຫລວງວຽງຈັນ ປະຢັດໄລຍະທາງປະ ມານຮ້ອຍກວ່າກິໂລແມັດ ນອກນັ້ນໃນຂົງເຂດນີ້ກໍ່ຈະໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຕະຫລອດຮອດ ພະນັກງານ, ທະຫານ, ຕຳຫລວດໄດ້ມີໂອກາດປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນກວ່າໄລຍະທີ່ຜ່ານມາ ທັງໝົດນັ້ນແມ່ນຍ້ອນການເອົາໃຈໃສ່ ແລະ ຊີ້ ນຳຢ່າງໃກ້ຊິດຂອງພັກ-ລັດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງແຂວງ ວຽງຈັນ ແລະ ກະຊວງໂຍທາທິການ ແລະຂົນສົ່ງ, ຈຶ່ງເຮັດໃຫ້ຂົງເຂດນີ້ມີ ຄວາມຈະເລີນ ແລະສີວິໄລ ປະເທດຊາດໄດ້ຮັບການພັດທະນາໄປພ້ອມໆກັນ.