:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ລົດໄຟນັກທ່ອງທ່ຽວພິເສດ ເລີ່ມບໍລິການແລ້ວ

     ບໍລິສັດ ອິດສເທິນ ໂອເລນທໍ ເອັກສເພຣດ ແຫ່ງປະເທດໄທ, (Easternt Oriental Express) ໄດ້ໃຫ້ບໍລິການລົດໄຟທ່ອງທ່ຽວພິເສດ ສິງກະໂປ-ບາງກອກ-ນະຄອນຫລວງວຽງຈັນ ເປັນຄັ້ງທຳອິດໃນອາຊີຊຶ່ງຂະບວນລົດໄຟດັ່ງກ່າວ ຈະມີລາຄາແຕກຕ່າງກັນ ເຊັ່ນ: ບາງກອກ-ວຽງຈັນ ລາຄາ 2.800 ໂດລາສະຫະລັດ, ສິງກະໂປ-ວຽງຈັນ ລາຄາ 4.800 ໂດລາສະຫະລັດ ໂດຍມີນັກທ່ອງທ່ຽວ ທີ່ມາໃຊ້ ບໍລິການລົດໄຟທ່ອງທ່ຽວ ພິເພດດັ່ງກ່າວ ປະມານ 100 ກວ່າຄົນ ທີ່ມາຈາກເອີຣົບ, ອາເມລິກາ, ອົດສຕຣາລີ ແລະ ປະເທດໃນອາຊີ ຊຶ່ງເບື້ອງຕົ້ນຈະໃຫ້ບໍລິການ 1 ຖ້ຽວຕໍ່ປີ, ການປ່ອຍຂະບວນລົດໄຟທ່ອງທ່ຽວຄັ້ງນີ້ ເປັນການທົດລອງເບິ່ງວ່າຈະມີຜູ້ມາໃຊ້ບໍລິການຫລາຍເທົ່າໃດ, ຖ້າຫາກມີຄົນມາໃຊ້ບໍລິການຫລາຍກໍຈະເພີ່ມ ຖ້ຽວຂຶ້ນເປັນປີໜຶ່ງສອງເທື່ອ. ການເປີດລົດໄຟຂະບວນດັ່ງກ່າວ ລາວເຮົາຈະໄດ້ຮັບຜົນປະໂຫຍດຫລາຍຢ່າງ ເປັນຕົ້ນຈະມີນັກທ່ອງທ່ຽວມາທ່ຽວຢູ່ ລາວຫລາຍຂຶ້ນ ແລະ ຈະເປັນການສ້າງລາຍຮັບເຂົ້າປະເທດເພີ່ມຂຶ້ນ. ພິທີຕ້ອນຮັບຂະບວນລົດໄຟທ່ອງທ່ຽວພິເສດ ໄດ້ຈັດຂຶ້ນທີ່ສະຖານີລົດໄຟທ່າ ລາແລ້ງ ໃນຕອນເຊົ້າຂອງວັນທີ 25 ກຸມພາ 2010 ໂດຍການເຂົ້າຮ່ວມຂອງທ່ານ ສີທົງ ທອງແກ້ວ, ລັດຖະມົນຕີຊ່ວຍວ່າການກະຊວງໂຍທາ ທິການ ແລະ ຂົນສົ່ງ, ທ່ານ ເບນຈາມິນ ວິນລຽມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈຳລາວ, ທ່ານ ສຸກກະເສີມ ໂພທິສານ, ຮອງປະທານອົງການທ່ອງທ່ຽວແຫ່ງຊາດລາວ, ຜູ້ອຳນວຍການສະຖານີລົດໄຟຂອງລາວ ແລະ ໄທ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

* ຄັດຈາກ: ໜັງສືພິມປະເທດລາວ, ລົງໃນວັນທີ 26 ກຸມພາ 2010