:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ຂົວ​ຂ້າມ​ນ້ຳຂອງ​ແຫ່ງ​ທີ່ 4 ພ້ອມ​ແລ້ວ ຄະນະ​ທີ່​ແຫ່ງ​ທີ່ 3 ຄືບ​ໜ້າ 31%
     ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງ​ແຫ່ງ​ທີ່ 4 ລາວ-​ໄທ ​ໄດ້​ມີ​ຄວາມ​ພ້ອມ​ແລ້ວ​ສຳລັບ​ທຶນ ​ແລະວຽກ​ງານ​ອື່ນໆ ​ແລະ ຈະ​ລົງມື​ກໍ່ສ້າງ​ຕົວ​ຈິງ​ໃນທ້າຍ ​ເດືອນ​ນີ້ ​ແລະ ຈະ​ສຳ​ເລັດ​ພາຍ​ໃນ​ປີ 2013 ຂະນະ​ທີ່​ຂົວ​ແຫ່ງ​ທີ່ 3 ມີ​ຄວາມ​ຄືບ​ໜ້າ​ ແລະ​ສຳ​ເລັດ​ໄປ​ແລ້​ວ 31% ​ເກີນ​ເປົ້າ 19% , ທຶນຮອນ​ສຳລັບ​ ການ​ກໍ່ສ້າງ​ຂົວ​ຂ້າມ​ແມ່​ນ້ຳຂອງ​ແຫ່ງ​ທີ່ 4 ລະ​ຫ່ວາງ​ລາວ-​ໄທ ​ໄດ້​ມີ​ຄວາມ​ພ້ອມ​ໝົດ​ແລ້ວ ​ໂດຍ​ລັດຖະບານ​ຈີນ ​ແລະ ລັດຖະບານ​ໄທ​ ໄດ້​ສົມທົບ​ງົບ ປະມານ​ການ​ກໍ່ສ້າງ​ຄົນ​ລະ​ເຄິ່ງ ຂະນະ​ທີ່​ຝ່າຍ​ລາວ​ຈະ​ເປັນ​ຜູ້​ຈ່າຍ​ຄ່າ​ຊົດ​ເຊີຍ​ຕໍ່​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ນີ້ ​ເຊີ່ງ​ມີ​ທັງ​ໝົດ 64 ຄອບຄົວ ​ໂດຍ ​ຈະ​ຍົກຍ້າຍ​ປະຊາຊົນ​ອອກ​ໄປ​ຢູ່​ບ່ອນ​ຈັດ​ສັນ​ໃໝ່ ​ເຊີ່ງ​ຄາດ​ວ່າ​ຈະ​ຕ້ອງ​ໃຊ້​ງົບປະມານທັງ​ໝົດ 4 ກ່ວາ​ຕື້ກີບ ຈາກ​ການ​ປະ​ເມີນ​ຜົນ​ເບື້ອງ​ຕົ້ນ.
    ທ່ານ ຖາວອນ ວໍລະ​ບຸດ ຮອງ​ອຳນວຍ​ການ​ກໍ່ສ້າງ​ຝ່າຍ​ລາວ​ກ່າວ​ວ່າ: ປະຈຸ​ບັນ​ມີ​ພຽງ​ສອງ​ບໍລິສັດ​ທີ່​ຖຶກຂັດ​ເລືອກ​ໃຫ້​ກໍ່ສ້າງ​ຂົວ​ແຫ່ງ​ນີ້​ຄື: ບໍລິສັດ ​ກຸງ​ຊົນ​ກໍ່ສ້າງ​ຈາກ​ໄທ ​ແລະ ບໍ​ລິສັດ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ເລກ 5 ຂອງ​ຈີນ. ການ​ກໍ່ສ້າງ​ຂົວ​ຂ້າມ​ແມ່​ນ້ຳຂອງ​ແຫ່ງ​ທີ່ 4 ລາວ-​ໄທ ​ໄດ້​ລ່າ​ຊ້າ​ມາ 1 ປີ ​ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເສດຖະກິດ​ ແລ​ະ ການ​ເງິນ​ໂລກ​ທີ່​ແກ່ຍາວ​ມາ​ຕັ້ງ​ແຕ່​ຕົ້ນ​ປີ 2008 ອັນ​ໄດ້​ເຮັດ​ໃຫ້​ມູນ​ຄ່າ​ການ​ກໍ່ສ້າງ ​ເພີ່ມ​ຂື້ນ​ເຮັດ ​ໃຫ້​ທັງ​ຝ່າຍ​ລາວ-​ຈີນ ​ແລະ ​ໄທ​ ຕ້ອງ​ຕົກລົງ​ກັນ​ໃໝ່​ກ່ຽວ​ກັບ​ການສົມທົບ​ທືນ ​ແລະ ລາຍ​ລະອຽດ​ອື່ນໆອີກ​ຈຳນວນ​ໜື່ງ. ​ເຊີ່ງ​ປະຈຸ​ບັນ​ມີ​ຄວາມ​ພ້ອມ ​ແລ້ວ.
     ຂົວ​ແຫ່ງ​ນີ້ ກຳລັງ​ຈະ​ຖືກ​ສ້າງ​ຂື້ນ​ລະ​ຫ່ວາງ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ​ແກ້ວ ​ກັບ​ເມືອງ​ຊຽງ​ຂອງ​ ແຂວງ​ຊຽງ​ລາຍ​ ປະ​ເທດ​ໄທ ​ໂດຍ​ຈະ​ມີ​ຄວາມ​ ຍາວ​ທັງ​ໝົດ 480 ​ແມັດ, ກ້ວາງ 147 ​ແມັດ ລວມມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 43 ລ້ານ ​ໂດ​ລາ​ສະຫະລັດ ​ເມື່ອ​ມີ​ການ​ສຳ​ເລັດ​ກໍ່​ເຮັດ​ໃຫ້ການຄົມມະ​ ນາ​ຄົມ​ໃນ​ທາງ​ຫລວງ R 3a ທີ່​ມີ​ຄວາມ​ຍາວ​ຂອງ​ໄລຍະ​ທາງ​ທັງ​ໝົດ 300 ກີ​ໂລ​ແມັດ​ ຢ່າງ​ເປັນ​ທາງ​ການ ​ໃນ​ປີ 2008 ​ເຊື່ອມ​ເປັນ​ທາງ​ຄົມະ​ນາ​ຄົມ​ ຂົນສົ່ງ ​ເຊື່ອມ​ລະ​ຫ່ວາງ 3 ປະ​ເທດ ​ເປັນຄັ້ງ​ປະຫວັດສາດ. ການ​ກໍ່ສ້າງ​ຂົວ​ມິດຕະພາບ​ຂ້າມ​ແມ່​ນ້ຳຂອງ​ແຫ່ງ​ທີ່ 4 ລະ​ຫ່ວາງ​ລາວ-​ໄທ ກຳລັງ​ຈະ​ເລີ່​ມ ຂື້ນ​ໃນ​ທ້າ​ຍ​ເດືອນ​ນີ້ ​ໃນ​ທ່າມ​ກາງ​ການ​ກໍ່ສ້າງ​ຂົວ​ຂ້າມ​ແມ່​ນ້ຳຂອງ​ແຫ່ງ​ທີ່ 3 ລາວ-​ໄທ ( ຄຳ​ມ່ວນ​-ນະຄອນ​ພະນົມ ) ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໄວວາ ​ແລະ ສຳ​ເລັດ​ໄປ​ແລ້ວ 31% ​ເຊີ່ງ​ມີ​ຄວາມ​ຄືບ​ໜ້າກ່ວາ​ເປົ້າ​ໝາຍທີ່​ຕັ້ງ​ໄວ້ 19%. ການ​ກໍ່ສ້າງ​ຂົວ​ຂ້າມ​ແມ່​ນ້ຳຂອງ​ແຫ່ງ​ທີ່ 3 ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ຕັ້ງ​ແຕ່​ ເດືອນຕຸລາ ປີ 2009 ​ແລະ ຈົນ​ເຖິງທ້າຍ​ເດືອນ​ມັງກອນ​ປີ​ນີ້ ຮາກ​ຖານ​ເສົາ​ທັງ 4 ຕົ້ນ​ໄດ້​ສຳ​ເລັດ​ແລ້ວ ​ແລະ ຈະ​ມີ​ການ​ເຈາະ​ເສົາເຂັມ​ຮາກ​ຖານ​ໃນ ​ແມ່​ນ້ຳຂອງ​ສຳລັບ​ໂຕ​ຂົວ​ທາງ​ເບື້ອງ​ລາວ ​ແລະ ​ໄທ ຈຳນວນ 4 ຮາກ​ຖານ​ຈະ​ແລ້ວ​ເຊັ່ນ​ດຽວ​ກັນ ​ແລະ ພ້ອມ​ຈະ​ກໍ່ສ້າງ​ໃນ​ພາກສ່ວນ​ອື່ນໆ​ອີ່​ກຕໍ່​ໄປ. ນອກຈາກ​ນັ້ນ​ຍັງ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ອາຄານ​ດ່ານ​ກວດ​ຄົນ​ເຂົ້າ​ເມືອງ​ທີ່​ທ່າ​ແຂກ​ມາ​ຕັ້ງ​ແຕ່​ວັນ​ທີ 4 ມັງກອນ​ຜ່ານ​ມາ. ຂົວ​ຂ້າມ​ແມ່​ນ້ຳຂອງ​ແຫ່ງ​ທີ່ 3 ລະ​ຫວ່າງ​ລາວ-​ໄທ​ ຈະ​ເປັນ​ຈຸດ​ເຊື່ອມ​ໂຍງ​ລະຫວ່າງ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ​ກັບ​ລາວ ​ແລະ​ພາກ​ກາງ​ຕອນ​ເໜືອ​ຂອງ​ວຽດນາມ​ຕາມ​ເສັ້ນທາງ​ ຫລວງ​ທາງ​ເລກ 12 ​ໄປ​ຍັງ​ທາງ​ຫລວງ​ເລກ 8 ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ​ໄປ​ສີ້​ນສຸດ​ຢູ່​ທ່າ​ເຮືອ​ເມືອງ​ວີ​ງ ​ແຂວງ​ເງາະ​ອານ​ຂອງ​ຫວຽດນາມ​ດ້ວຍ​ໄລຍະ ​ທາງ 300 ກິ​ໂລ​ແມັດ. ຂົວ​ແຫ່ງ​ນີ້​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ໄທ​ໃນ​ງົບປະມານ​ການ​ກໍ່ສ້າງ​ໃນ​ມູນ​ຄ່າ​ທັງ​ໝົດ 1.760 ລ້ານ​ບາດ (ສະ​ກູນ​ເງີ​ນ​ໄທ) ​ໂດຍ​ມີ​ຄວາມ​ຍາວ​ທັງ​ໝົດ 1.423.1 ​ແມັດ, ກ້ວາງ 13 ​ແມັດ ​ເຊີ່ງ​ຈະ​ມີ​ລາງ​ລົດ​ໄຟ​ຜ່ານ​ໃຈກາງ​ຂົວ ​ເຊັ່ນ​ດຽວ​ກັນ​ກັບ​ຂົວ​ຂ້າມ​ແມ່​ນ້ຳ ຂອງ​ແຫ່ງ​ທີ່ 1 ລະຫວ່າງ​ນະຄອນຫລວງ​ວຽງ​ຈັນ-​ໜອງ​ຄາຍ.

* ຄັດຈາກ: ໜັງສືພິມປະຊາຊົນວັນອາທິດ, ສະບັບລົງໃນວັນທີ 14 ກຸມພາ 2010 *