![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ອຸປະຕິເຫດທົ່ວປະເທດ ໄລຍະປີໃໝ່ ເຈັບ 332, ເສັຍຊີວິດ 41 ຄົນ
ອີງຕາມການລາຍງານຂອງເຈົ້າໜ້າທີ ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ໃນໄລຍະປີໃໝ່ປະຈຳປີ 2010 ນີ້ ນັບແຕ່ວັນທີ່ 11–18 ເມສາ ມີອຸປະຕິເຫດເກີດຂື້ນທັງໝົດໃນທົ່ວປະເທດ: 340 ກໍລະນີ ໃນນັ້ນມີພາຫະນະເປ່ເພເລັກນ້ອຍ 354 ກໍລະ
ນີ, ເປ່ເພ ສົມຄວນ 365 ກໍລະນີ ໃຊ້ການບໍ່ໄດ້ 14 ກໍລະນີ, ໄດ້ຮັບບາດເຈັບເລັກນ້ອຍ 332 ຄົນ, ສົມຄວນ 237 ຄົນ, ສາຫັດ 75 ຄົນ, ເສຍຊີວິດ 41 ຄົນ, ທຽບໃສ່ປີຜ່ານມາ ອຸບັດເຫດເກີດຂື້ນທັງໝົດເພີ່ມຂື້ນ 175 ກໍລະນີ. ເສຍຊີວິດເພີ່ມຂື້ນ 23 ຄົນ.
ສຳລັບນະຄອນຫລວງວຽງຈັນ ນັບແຕ່ວັນທີ 11–18 ເມສາ ມີອຸບັດເຫດເກີດຂື້ນທັງໝົດ 90 ກໍລະນີ. ພາຫະນະເປ່ເພເລັກນ້ອຍ 83 ກໍລະນີ, ສົມຄວນ 94 ກໍລະນີ, ໃຊ້ການບໍ່ໄດ້ 1 ກໍລະນີ, ໄດ້ຮັບບາດເຈັບເລັກນ້ອຍ 73 ຄົນ, ສົມຄວນ 66 ຄົນ, ສາຫັດ 25 ຄົນ, ເສຍຊີວິດ 07 ຄົນ, ສາເຫດຫລັກໃນການເກີດອຸບັດເຫດ ແມ່ນເມົາແລ້ວຂັບ, ຂີ່ລົດໄວ ປະໝາດ ແລະ ລະເມີດລະບຽບຈະລາຈອນ. |
|