![]() |
|||
|
|
|||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ADB ໃຫ້ທຶນຊ່ວຍເຫຼືອວຽກງານດັດສົມນ້ຳປະປາ
ທະນາຄານພັດທະນາອາຊີ (ADB) ໄດ້ຕົກລົງໃຫ້ທຶນຊວ່ຍເຫຼືອລ້າ ຈຳນວນ 500.000 ໂດລາສະຫະລັດ ຫຼື ປະມານ4 ຕື້ກີບ ເພື່ອນຳ ໃຊ້ເຂົ້າໃນວຽກງານດັດສົມນ້ຳປະປາຢູ່ ສປປລາວ ໂດຍພິທີລົງນາມບັນທຶກຄວາມເຂົ້າໃຈການຊວ່ຍເຫຼືອດັ່ງກ່າວໄດ້ມີຂຶ້ນໃນວັນທີ 21 ກັນຍາ 2011 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງລະຫ່ວາງ ທ່ານ.ສົມວັນ ມົງພະຈັນ ຫົວໜ້າດັດສົມທຸລະກິດນ້ຳປະປາ ຫົວໜ້າກອງເລຂາຄະນະກຳມະການດັດ ສົມທຸລະກິດນ້ຳປະປາ ກະຊວງໂຍທາທິການ ແລະ ຂົ້ນສົ່ງ ແລະ ທ່ານ ນາງ.Anupma Jain ຜູ້ຕ່າງໜ້າ ADB ເຊິ່ງມີ ທ່ານ. ສົມພອນ ເດດອຸດົມ ຮອງປະທ່ານສະພາວິທະຍາສາດເຕັກໂນໂລຊີ ຮອງປະທ່ານຄະນະກຳມະການດັດສົມທຸລະກິດນ້ຳປະປາ ແລະ ພາກສ່ວນກຽ່ວ ຂ້ອງເຂົ້າຮ່ວມ. ເງິນຊວ່ຍເຫຼືອດັ່ງກ່າວຈະນຳໃຊ້ເຂົ້າໃນວຽກງານດັດສົມນ້ຳປະປາ ເຊິ່ງຈະລວມທັງການຍົກລະດັບບຸກຄະລະກອນເຕັກນິກ ໜ້າວຽກສຳຄັນອື່ນໂຄງການ ດັ່ງກ່າວນີ້ຈະເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ທັນວາ 2011 ແລະ ຈະສຳເລັດໃນເດືອນທັນວາ 2012.
|
||