![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ພິທີເປີດຮ້ານລາວ ໃນງານວາງສະແດງໂລກ 2010, ທີ່ນະຄອນຊຽງໄຮ, ສປ ຈີນ
![]() ໃນວັນທີ 30 ເມສາ 2010, ໄດ້ມີພິທີເປີດຮ້ານລາວ ເນື່ອງໃນໂອກາດງານວາງສະແດງໂລກ 2010, ເຊິ່ງຈັດຂຶ້ນທີ່ນະຄອນຊຽງໄຮ, ສປ ຈີນ. ເຂົ້າຮ່ວມພິທີດັ່ງກ່າວມີພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ປະທານຊີ້ ນຳຄະນະກະກຽມງານວາງສະແດງໂລກ 2010 ພ້ອມດ້ວຍຄະນະ. ໃນພິທີດັ່ງກ່າວ, ພະນະທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕັດແທບຜ້າ ແລະ ນຳພາຄະນະຜູ້ແທນຊົມການວາງສະແດງພາຍໃນຮ້ານລາວ.
ພ້ອມກັນນັ້ນ, ໃນຕອນແລງ ເວລາ 17:00, ພະນະທ່ານຮອງນາຍຍົກ ໄດ້ເຂົ້າຮ່ວມພິທີງານລ້ຽງຮັບຕ້ອນ, ເຊິ່ງເປັນປະທານໂດຍ ທ່ານ ຮູ ຈິນທາວ, ປະທານປະເທດແຫ່ງ ສປ ຈີນ ແລະ ເບິ່ງຊົມການສະແດງພິທີເປີດຢ່າງເປັນທາງການຂອງງານວາງສະແດງໂລກ 2010. ໃນວັນທີ 1 ພຶດສະພາ 2010, ເວລາ 20:00, ພະນະທ່ານຮອງນາຍົກ ໄດ້ພົບປະສອງຝ່າຍກັບລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງ ສປ ຈີນ, ເພື່ອເພີ່ມຮັດແໜ້ນຄວາມສາມັກຄີ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ. |
|