![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ພິທີເຊັນສັນຍາການຂົນສົ່ງທາງອາກາດ
ໃນວັນທີ 23 ພະຈິກ 2011 ຢູ່ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນສັນ
ຍາຂົນສົ່ງທາງອາກາດ ລະຫວ່າງ ກະຊວງ ໂຍທາທິການ ແລະ ຂົນສົ່ງແຫ່ງ ສປປ ລາວ ແລະ ກະຊວງການບິນພົນລະເຮືອນ ແຫ່ງ ຣາຊະອານາຈັກກຳປູເຈຍ. ຕາງໜ້າໃຫ້ຝ່າຍລາວແມ່ນ ທ່ານ
ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະຕາງໜ້າໃຫ້ຝ່າຍກຳປູເຈຍແມ່ນ ທ່ານ ມາວທາວັນນານ ລັດຖະມົນຕີກະຊວງການບິນພົນລະເຮືອນ ພ້ອມດ້ວຍບັນດາ
ຄະນະຜູ້ແທນຂັ້ນສູງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ສັນຍາດັ່ງກ່າວແມ່ນ ເພື່ອເປັນການປັບປຸງສັນຍາສະບັບເກົ່າໃຫ້ແທດເໝາະກັບສະພາບປະຈຸບັນ ແລະ ເຊື່ອມໂຍງກັບສາກົນ, ໂດຍສັນຍາສະບັບ
ທຳອິດແມ່ນໄດ້ເຊັນກັນ ໃນວັນທີ 08 ກຸມພາ 1980 ທີ່ເປັນພາສາກຳປູເຈຍ ໄດ້ປັບປຸງຄືນໃໝ່ ແລະເຊັນສັນຍາໃນວັນທີ 16 ພະຈິກ 2010 ທີ່ເປັນພາສາອັງກິດ, ມີເນື້ອໃນອັນດຽວກັນເພື່ອແນໃສ່ຄວາມເຫັນດີເປັນເອກະພາບລະຫວ່າງສອງລັດຖະບານກໍຄື ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊະອານາຈັກກຳປູເຈຍ, ເພື່ອເພີ່ມທະວິການຂົນສົ່ງທາງອາກາດ ແລະ ການເອື້ອອຳນວຍຄວາມສະດວກໃຫ້ແກ່ສາຍການບີນຂອງສອງປະເທດ ແລະ ການບິນໄປປະເທດທີສາມຂອງຜູ້
ໂດຍສານ ໂດຍບໍ່ຈຳກັດເຮືອບິນ, ບ່ອນນັ່ງ ຫຼືຂະໜາດຂອງເຮືອບິນ ແລະ ພ້ອມດຽວກັນນີ້ກໍເພື່ອເປັນການ ເປີດກວ້າງໃຫ້ສອງສາຍການບິນມີການຕະຫຼາດ ແລະ ມີການທ່ອງທ່ຽວຮ່ວມກັນ. ດັ່ງນັ້ນ,ໃນວັນທີ 23 ພະຈິກ 2011 ໄດ້ມີພິທີເຊັນສັນຍາອີກເທື່ອ ໜຶ່ງ ທີ່ເປັນພາສາລາວຖືວ່າສົມບູນແບບ. ເຊີ່ງປະຈຸບັນນີ້
ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໄດ້ມີຖ້ຽວບິນ ວຽງຈັນ - ປາກເຊ - ສຽມລຽບແລ້ວ.
|
|