:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຈາກພະຍຸ ນົກເຕັນ ແລະ ພະຍຸ ຮາຍມາ

ໃນວັນທີ 09 ຕຸລາ 2011 ຢູ່ທີ່ກະຂວງ ແຮງງານ ແລະ ສະຫັວດດີການສັງຄົມ. ກະຂວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບເງິນຈຳນວນ 110, 870,000 ກີບ ແລະ 3,000 ໂດລາໃຫ້ແກ່ ກະຊວງແຮງງານສະຫວັດດີດານ ສັງຄົມເພື່ອໃຫ້ ກະຊວງ ດັ່ງກ່າວໄປມອບ ໃຫ້ພີ່ນ້ອງບັນດາເຜົ່າທີ່ ຖືກປະສົບໄພນ້ຳຖ້ວມ ໃນເດືອນ ກັນຍາ 2011 ຈາກພະຍຸ ນົກເຕັນ ແລະ ພະຍຸຮາຍມາ. ຢູ່ບັນດາ ແຂວງພາກເໜືອ ແລະ ພາກກາງຂອງລາວ. ກ່າວມອບໂດຍແມ່ນ ທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ກ່າວຮັບໂດຍແມ່ນ ທ່ານ ບຸນຄົງ ຫຼ້າສຸກັນ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍພະນັກງານການນຳທັງສອງຝ່າຍ ເຂົ້າຮ່ວມ.