:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ADB ເພີ່ມທຶນຊ່ວຍເຫລືອລ້າແກ່ລັດຖະບານລາວ


ທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ທຶນ ຊ່ວຍເຫລືອລ້າມູນຄ່າ 6,6 ລ້ານໂດລາເພີ່ມເຕີມໃຫ້ກັບລັດຖະບານ ສປປ ລາວ ໃນຂອບເຂດ ພື້ນທີ່ເປົ້າຫມາຍໃນ ສີ່ແຂວງພາກເຫນືອຂອງ ສປປ ລາວ, ພິທີເຊັນສັນຍາຮັບເອົາການຊ່ວຍເຫລືອຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2010 ທີ່ກະຊວງການເງິນນະຄອນຫລວງວຽງຈັນ ຕາງຫນ້າໃຫ້ກັບລັດຖະບານ ສປປ ລາວ ແມ່ນທ່ານນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ແລະ ທ່ານ ບາເຣັນ ເຟີລິຼງ ຜູ້ວ່າການ ຜູ້ຕາງຫນ້າ ADB ປະຈຳ ສປປ ລາວ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທຶນຊ່ວຍເຫລືອລ້າດັ່ງກ່າວແມ່ນການສະຫນອງທຶນເພີ່ມໃຫ້ກັບໂຄງການຂະແຫນງນ້ຳປະປາ ແລະ ສຸຂະພິບານພາກເຫນືອ ແລະ ພາກກາງທີ່ພວມ ດຳເນີນຢູ່ໃນປະຈຸບັນ; ການສະຫນອງທຶນດັ່ງກ່າວແມ່ນເນື່ອງຈາກປະຊາກອນມີຈຳນວນເພີ່ມຂຶ້ນຈາກການຄາດຄະເນໃນເບື້ອງຕົ້ນຂອງ ໂຄງການ, ຄວາມຕ້ອງການນຳໃຊ້ນ້ຳປະປາສະເລ່ຍຕໍ່ຄົນເພີ່ມຂຶ້ນ ແລະ ການເພີ່ມຂຶ້ນຂອງລາຄາໃນການກໍ່ສ້າງ. ການຊ່ວຍເຫລືອໃນຄັ້ງນີ້ ຈະເຮັດໃຫ້ບັນດາ ຫນ້າວຽກຂອງໂຄງການທີ່ພວມດຳເນີນຢູ່ໄດ້ຮັບການປັບປຸງການແຈກຈ່າຍນ້ຳປະປາຢ່າງທົ່ວເຖິງ, ມີຄຸນນະພາບ, ປອດໄພ ແລະ ຍືນຍົງພ້ອມທັງ ປັບປຸງສິ່ງແວດລ້ອມໃນ 4 ເມືອງໃນ 4 ແຂວງເຊັ່ນ: ເມືອງນ້ຳເກິງ ແຂວງບໍ່ແກ້ວ, ເມືອງນ້ຳທາແຂວງຫລວງນ້ຳທາ, ເມືອງນາຫມໍ້ແຂວງອຸດົມໄຊ ແລະ ເມືອງງອຍແຂວງຫລວງພະບາງ.
ໂຄງການຈະສະຫນອງນ້ຳປະປາຕະຫລອດ 24 ຊົ່ວໂມງໃຫ້ກັບປະຊາຊົນປະມານ 30.000 ຄົນໃນບັນດາເມືອງຕົ້ນຕໍ ແລະ ຈະປັບປຸງສຸຂະພິບານ ໃຫ້ຢ່າງທົ່ວເຖິງໃນຊຸມຊົນເປົ້າຫມາຍໃຫ້ບັນລຸການບໍລິການນ້ຳປະປາໄດ້ 65% ໃນປີ 2012 ແລະ 80% ພາຍໃນປີ 2017, ໂຄງການຍັງຈະຊ່ວຍ ປັບປຸງເສັ້ນທາງ ແລະ ຂົວພ້ອມທັງເສັ້ນທາງທີ່ສາມາດເຂົ້າເຖິງຕະຫລາດ ແລະ ພື້ນທີ່ຄ້າຂາຍໄດ້ຕະຫລອດປີ ແລະ ປັບປຸງສິ່ງອຳນວຍຄວາມ ສະດວກໃຫ້ແກ່ລັດຖະບານ.

* ຄັດຈາກ: ໜັງສືພິມປະຊາຊົນ, ລົງໃນວັນທີ 10 ພຶດສະພາ 2010