![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ສຳຫລວດສະໝາມບິນ 3 ແຫ່ງຢູ່ພາກເໜືອ ເພື່ອປັບປຸງຄືນໃໝ່
ລັດຖະບານ ກຳລັງດຳເນີນການສຳຫລວດຄວາມເປັນໄປໄດ້ໃນການເລີ່ມຕົ້ນກໍ່ສ້າງ ແລະ ປັບປຸງສະໜາມບິນແຫ່ງໃໝ່ ໃນ 3 ແຂວງພາກເໜືອຂອງສປປ ລາວ ຄື: ແຂວງ ຫົວພັນ, ແຂວງຊຽງຂວາງ ແລະແຂວງບໍ່ແກ້ວ ເພື່ອຍົກລະດັບຂີດຄວາມສາມາດ ແລະ ການຕອບສະໜອງການບໍລິການໃຫ້ດີຂຶ້ນກວ່າເກົ່າ ເນື່ອງຈາກວ່າສະໜາມບິນໃນ 3 ແຂວງດັ່ງກ່າວ ມີຂະໜາດຈຳກັດ ໃນການຮອງຮັບການຂຶ້ນລົງຂອງເຮືອບິນ ແລະ ຍັງ ເຫັນວ່າເປັນສະໜາມບິນເກົ່າ ທີ່ມີການກໍ່ສ້າງມາໄດ້ຫລາຍປີແລ້ວ. ທ່ານ ຢາກົວ ລໍປາງກາວ, ຫົວໜ້າກົມການບິນພົນລະເຮືອນ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ຈາກສຳນັກຂ່າວສານປະເທດລາວ ໃນຕົ້ນເດືອນມີນາ 2010 ນີ້ວ່າ: ປະຈຸບັນນີ້ ກົມການບິນພົນລະເຮືອນ ໄດ້ຮ່ວມມືກັບຫລາຍອົງການຈັດຕັ້ງທີ່ ກ່ຽວຂ້ອງຂອງລັດ ລົງດຳເນີນການສຳຫລວດຄວາມເປັນໄປໄດ້ໃນການກໍ່ສ້າງ ແລະ ປັບປຸງສະໜາມບິນຄືນໃໝ່ໃນຫລາຍແຂວງຂອງສປປລາວ ໂດຍສະເພາະໃນ 3 ແຂວງ ດັ່ງກ່າວ ຊຶ່ງແຜນການດັ່ງກ່າວນີ້ແມ່ນຄວາມພະຍາຍາມຂອງລັດຖະບານລາວ ເພື່ອຍົກລະດັບ ແລະ ມາດຕະຖານຂອງສະໜາມບິນໃຫ້ດີຂຶ້ນກວ່າເກົ່າ ໃນການຮອງສິ່ງທ້າຍຫລາຍຢ່າງໃນອະນາຄົດ ແລະ ມີພຽງແຂວງຊຽງຂວາງເທົ່ານັ້ນ ຫາກໍ່ໄດ້ສຳເລັດວຽກງານການສຳຫລວດ ຂະນະນີ້ ທາງກົມການ ບິນພົນລະເຮືອນ ກຳລັງຈະສະເໜີລາຍລະອຽດໃຫ້ແກ່ລັດຖະບານ ພິຈາລະນາຄວາມເປັນໄປໄດ້ໃນການອະນຸມັດງົບປະມານ ໃນການຈັດຕັ້ງປະຕິບັດ ສຳລັບວຽກງານການກໍ່ສ້າງ ແລະ ປັບປຸງຄືນໃໝ່. ທ່ານ ຢາກົວ ໄດ້ອະທິບາຍຕື່ມວ່າ: ໂຄງການກໍ່ສ້າງ ແລະ ປັບປຸງສະໜາມບິນໃໝ່ນັ້ນ ແມ່ນຈະໄດ້ຂະຫຍາຍສະໜາມບິນທົ່ງໄຫຫີນເກົ່າ ໃຫ້ມີ ຄວາມສາມາດຮອງຮັບເຮືອບິນຂະໜາດນ້ອຍ ແລະ ໃຫຍ່ໄດ້ຕາມຄວາມເໝາະສົມ ໂດຍຄາດການວ່າໂຄງການປັບປຸງສະໜາມບິນດັ່ງກ່າວນີ້ ຈະມີ ຄວາມຍາວ 3 ກິໂລແມັດ ແລະ ກວ້າງປະມານ 35 ແມັດ ຂະນະທີ່ສະໜາມບິນເກົ່ານັ້ນມີຄວາມຍາວພຽງ 2 ກິໂລແມັດກວ່າ ແລະ ຄວາມກວ້າງ 35 ແມັດ. * ຄັດຈາກ: ໜັງສືພິມປະເທດລາວ, ສະບັບລົງໃນວັນທີ 05 ມີນາ 2010 *
|
|