:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ຫວນຄືນມູນເຊື້ອຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈິມິນ


ເນື່ອງໃນໂອກາດຄົບຮອບ 120 ປີ ວັນຄ້າຍວັນເກີດປະທານ ໂຮ່ຈິມິນ (19/5/1890-19/5/2010) ໃນວັນທີ 18 ພຶດສະພາ 2010 ທີ່ຄະນະ ໂຄສະນາອົບຮົມສູນກາງພັກ ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈິມິນ ໂດຍການປາຖະກະ ຖາຂອງທ່ານຕະມິງເຈົາເອກອັກຄະລັດຖະທູດ ສສ ຫວຽດນາມປະຈຳລາວຊຶ່ງມີທ່ານລັດຖະມົນຕີຊ່ວຍວ່າການ, ຫົວຫນ້າກົມ, ຮອງກົມ ແລະ ພະນັກ ງານວິຊາການຈາກບັນດາກະຊວງອ້ອມຂ້າງສູນກາງເຂົ້າຮ່ວມ.
ໃນການປາຖະກະຖາທ່ານ ຕະມິງເຈົາ ໄດ້ຍົກໃຫ້ ເຫັນຜົນງານອັນໃຫຍ່ຫລວງ, ຄຸນງາມຄວາມດີ ແລະ ແບບຢ່າງຄຸນສົມບັດສິນທຳປະຕິວັດ ຂອງ ປະທານ ໂຮ່ຈິມິນ ໃນການເຄື່ອນໄຫວເຮັດພາລະກິດປະຕິວັດປົດປ່ອຍຊົນຊັ້ນ, ປົດປ່ອຍຊາດ ແລະ ປົດປ່ອຍ ມວນມະນຸດເພື່ອເອກະລາດ ແລະ ເສລີພາບ, ເພື່ອລັດທິສັງຄົມນິຍົມ ແລະລັດທິກອມມູນິດເລີ່ມແຕ່ປີ 1911-1969. ພ້ອມນັ້ນທ່ານຕະມິງເຈົາຍັງໄດ້ຍົກໃຫ້ເຫັນກ່ຽວກັບຄວາມສາມັກຄີ ມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ ນັ້ນແມ່ນປະທານ ໂຮ່ຈິມິນ ເອງເປັນຜູ້ເວົ້າ ແລະ ສ້າງຕັ້ງຂຶ້ນ ແລະ ສືບທອດກັນມາຕະຫລອດ ທຸກມື້ນີ້, ຈາກນັ້ນເພິ່ນກໍ່ຕັກເຕືອນພະນັກງານ, ສະມາຊິກພັກກອມມູນິດ ຫວຽດນາມວ່າ: “ຕ້ອງຮັກສາ ຄວາມສາມັກຄີພິເສດລະຫວ່າງຫວຽດນາມ - ລາວ ເຫມືອນກັບຮັກສາແກ່ນຕາຂອງຕົນເອງ”. ມູນເຊື້ອຄວາມສາມັກຄີພິເສດລະຫວ່າງສອງພັກ-ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ທີ່ປະທານໂຮ່ຈິມິນສ້າງຂຶ້ນນັ້ນພວກເຮົາທຸກຄົນຕ້ອງພ້ອມກັນປົກປັກຮັກສາ ແລະ ຖະຫນຸຖະຫນອມມັນໄວ້ຕະຫລອດໄປ ດັ່ງບົດກາບກອນ ຂອງ ປະທານ ໂຮ່ຈິມິນ ທີ່ເວົ້າວ່າ: “ຮັກຫອມກັນຫມາຍຫມັ້ນຫລາຍສັນພູກໍ່ປີນໄຕ່ຫລາຍນ້ຳໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍ່ດຸ່ງໄປ, ສອງຊາດລາວ - ຫວຽດນາມໄດ້ ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງບໍ່ເລິກປູນປານໄດ້”.

* ຄັດຈາກ: ໜັງສືພິມປະຊາຊົນ, ສະບັບລົງໃນວັນທີ 19 ພຶດສະພາ 2010 *