![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ສະເໜີແຜນປັບປຸງພື້ນຖານໂຄງລ່າງພັດທະນາເສັ້ນທາງ
![]()
ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຂອງຂະແໜງການຂົນສົ່ງ ໃນວັນທີ 16 ກັນຍາ 2011 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍມີທ່ານ ຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນປະຈຳລາວ ຕາງໜ້າຈາກທະນາຄານພັດທະນາອາຊີ (ADB) ແລະ ຕາງໜ້າຈາກທະນາຄານໂລກ ແລະ ອົງການ ສາກົນປະຈຳລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມຍ່ອຍຂະແໜງການຂົນສົ່ງຄັ້ງນີ້ ແມ່ນເພື່ອກະກຽມໃສ່ກອງປະຊຸມໂຕະມົນ ໂດຍອີງຕາມຖະແຫຼງການວຽງຈັນ ຊຶ່ງຈະໄດ້ຈັດຂຶ້ນທຸກໆ ປີ ມີ 8 ຂະແໜງການໃຫຍ່ເຂົ້າຮ່ວມ ໃນນັ້ນ ຂະແໜງຂົນສົ່ງກໍແມ່ນຂະແໜງການໜຶ່ງທີ່ຈະໄດ້ກະກຽມຄວາມພ້ອມທາງດ້ານພື້ນຖານໂຄງລ່າງ ປະ ກອບເຂົ້າລາຍງານໃນກອງປະຊຸມດັ່ງກ່າວ ກອງປະຊຸມຄັ້ງນີ້ຈຶ່ງໄດ້ມີການປຶກສາຫາລືໂດຍເນັ້ນໃສ່ການຂົນສົ່ງທາງບົກໃຫ້ມີການຂະຫຍາຍຕົວ ນອກນັ້ນ ກໍຍັງໄດ້ມີການສະເໜີແຜນພັດທະນາ 5 ປີ 2011-2015 ເພື່ອປະກອບເຂົ້າໃນການປຶກສາຫາລືກ່ຽວກັບການລະດົມທຶນເຂົ້າໃນການກໍ່ສ້າງສ້ອມແປງ ຖະໝົນຫົນທາງໃນທົ່ວປະເທດ ເພື່ອໃຫ້ມີສະພາບດີຂຶ້ນ ໂດຍມີຄວາມຕ້ອງ¬ການທຶນທັງໝົດປະມານ 50 ຕື້ກ່ວາກີບ ເຂົ້າໃຈການສ້ອມແປງດັ່ງກ່າວ. |
|