![]() |
|||
|
|
|||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ກອງປະຊຸມກຳມະບານກະຊວງ ຍທຂ
ໃນວັນທີ 21 ທັນວາ 2011 ໄດ້ຈັດກອງປະຊູມປະຈຳປີ 2010-2011 ຂື້ນທີ່ຫ້ອງປະຊູມ ກອງຄຸ້ມຄອງຈາລະຈອນທາງອາກາດ ໂດຍ ການເປັນປະທານ ຂອງທ່ານ ນາງ ຂັນທະລາ ແກ້ວວົງພັນ ກຳມະການສູນກາງສະຫະພັນກຳມະບານລາວ, ປະທານສະຫະ ພັນກຳມະ ບານກະຊວງ ໂຍທາທີການ ແລະ ຂົນສົ່ງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລຄຳ ໂພສາລາດ ຄະນະພັກກະຊວງ ຍທຂ, ຜູ້ຊີ້ນຳອົງການຈັດ ຕັ້ງມະຫາຊົນຂັ້ນກະຊວງ, ຫົວໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະ ບັນດາ
ຄະນະບໍລິຫານງານກຳມະບານກະຊວງ, ຄະນະສະຫະ ພັນໜ່ວຍກຳມະບານຮາກຖານອ້ອມຂ້າງກະຊວງເຂົ້າຮ່ວມທັງໝົດ 23 ຮາກຖານ ມີ 129 ສະຫາຍ.
ຈຸດປະສົງກອງປະຂູມໃນຄັ້ງນີ້ ແມ່ນ ເພື່ອ ສະຫຼູບວຽກງານການຈັດຕັ້ງປະຕິບັດມະຕີ 6 ຂອງກຳມະບານກະຊວງ ຍທຂ ໃນປີຜ່ານມາ ແລະ ວາງແຜນວຽກງານຈຸດສູມໃນ ສົກປີ 2011-2012 ແລະ ເຜີຍແຜ່ເນື້ອໃນຈິດໃຈມະຕິກອງປະຂູມຄົບຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຄັ້ງທີ 2 ສະໄໝທີ 6, ເນື້ອໃນຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າການສະບັບປັບປຸງຂອງ ສູນກາງສະຫະ
ພັນກຳມະບານລາວ ແລະ ກຳນົດເຄື່ອງແບບກຳມະບານລາວ.
|
||