![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ລາວ-ແບນຊິກ ຮ່ວມມືດ້ານວິຊາການວຽກງານຂົນສົ່ງ
![]()
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶບຕໍ່ການຮ່ວມມື ລາວ-ແບນຊິກ ປີ 2012-2014 ລະຫວ່າງກະຊວງໂຍທາ ທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຂົນສົ່ງໂຍທາທິການ ແລະ ການພະລັງງານ ແຫ່ງຣາຊະອານາຈັກແບນຊິກ ໄດ້ມີຂື້ນວັນທີ 6 ຕຸລາ 2011 ຜ່ານມາ ທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ.
ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ສອງຝ່າຍໄດ້ຕົກລົງເຫັນດີສຶບຕໍ່ຮ່ວມມືດ້ານວິຊາການ ວຽກງານຂົນສົ່ງເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ ວຽກງານຂົນສົ່ງທາງນ້ຳ ທາງທະເລ ແລະ ທ່າເຮືອ ໂດຍສະເພາະລັດຖະບານ ແບນຊິກ ໃຫ້ການຊ່ວຍເຫລືອທາງດ້ານວິຊາການໃນການຍົກລະດັບ ວຽກງານຂົນສົ່ງ ທັງຢູ່ພາຍໃນ ແລະ ຢູ່ແບນຊິກ ໃຫ້ແກ່ພະນັກງານວິຊາການລາວ ພ້ອມທັງໃຫ້ທຶນໃນການສ້າງສູນຄົ້ນຄວ້າ ແລະ ຝຶກການເດີນເຮືອ ທີ່ນະຄອນຫລວງວຽງຈັນ ຊ່ວຍແນະນຳທາງດ້ານເຕັກນິກ ດ້ານການປັບປຸງສະພາບນ້ຳ ວິທີການສຶກສາຄວາມເປັນໄປໄດ້ ການອອກແບບວຽກງານຝຶກ ອົບຮົມທາງນ້ຳ ທ່າເຮືອ ປັບປຸງແກ້ງຫາດ ປ້ອງກັນຕາຝັ່ງເຈືອນຄັນຄູປ້ອງກັນເຈື່ອນ ຄັນຄູປ້ອງກັນນ້ຳຖ່ວມ ແລະອື່ນໆ ຕາມແມ່ນ້ຳຢູ່ປະເທດເຮົາ. |
|