![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ກະຊວງ ໂຍທາທິການ ແລະ ຂົນສົ່ງ ຢ້ຽມຢາມ ສສຫວຽດນາມ ລະຫວ່າງ ວັນທີ 17-19 ທັນວາ 2011. ![]()
ກະຊວງ ໂຍທາທິການ ແລະ ຂົນສົ່ງ ຢ້ຽມຢາມ ສສຫວຽດນາມ ລະຫວ່າງ ວັນທີ 17-19 ທັນວາ 2011.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ທ່ານ ດິງ ລາ ທັງ, ລັດຖະມົນຕີວ່າການ ກະຊວງ ຄົມມະນາຄົມ-ຂົນສົ່ງ ແຫ່ງ ສສຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ນຳໂດຍ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ໄດ້ນຳພາຄະນະໄປຢ້ຽມຢາມ ສສຫວຽດນາມ ໃນລະຫວ່າງ ວັນທີ 17 – 19 ທັນວາ 2011. ໃນໂອກາດນີ້, ຄະນະຜູ້ແທນກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ແລະ ດຳເນີນໂຄງການສຳປະທານເສັ້ນທາງດ່ວນ ເຈິງເລືອງ ຢູ່ ເຂດນະຄອນໂຮ່ຈີມິນ ໃນວັນທີ 18 ທັນວາ 2011.
ຈາກນັ້ນ, ໃນວັນທີ 19 ທັນວາ 2011 ທີ່ ຫ້ອງປະຊຸມໃຫ່ຍ ກະຊວງ ຄົມມະນາຄົມ-ຂົນສົ່ງ ສສຫວຽດນາມ, ນະຄອນຫຼວງຮ່າໂນ້ຍ ກໍໄດ້ຈັດມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ສປປລາວ ແລະ ກະຊວງ ຄົມມະນາຄົມ-ຂົນສົ່ງ, ສສຫວຽດນາມ, ຊຶ່ງຝ່າຍຫວຽດນາມ ແມ່ນນຳໂດຍ ທ່ານ ດິງ ລາ ທັງ, ລັດຖະມົນຕີວ່າການ, ໂດຍມີການເຂົ້າຮ່ວມຂອງ ທ່ານ ເລ ແມັງ ຮຸງ ແລະ ທ່ານ ຫງວນ ງອກ ດົງ, ລັດຖະມົນຕີຊ່ວຍວ່າການ ພ້ອມດ້ວຍພະນັກງານຂັ້ນສູງຂອງກະຊວງ. ໃນໂອກາດນີ້ ທ່ານ ລັດຖະມົນຕີ ດິງລາທັງ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມບັນດາລັດຖະມົນຕີ ຄົມມະນາຄົມ-ຂົນສົ່ງ ອາຊຽນ ທີ່ ຈັດຂື້ນທີ່ ນະຄອນຫຼວງພະນົມເປັນ, ການພົບປະຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ເພື່ອເປັນການກະກຽມໃຫ້ແກ່ການສະເຫຼີມສະຫຼອງປີສາມັກຄີພິເສດລາວ-ຫວຽດນາມ ໃນປີ2012 ຊຶ່ງເປັນປີຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນການທູດ, 30 ປີ ວັນເຊັນສັນຍາຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ. ໃນໂອກາດນີ້, ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍໄດ້ຕີລາຄາສູງ ແລະ ເປັນເອກະພາບຕໍ່ການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະແມ່ນຍຸດທະສາດແຜນການຮ່ວມມືຮອດປີ 2015. ພ້ອມດຽວກັນນີ້໋, ຍັງໄດ້ສະເໜີຕໍ່ຝ່າຍຫວຽດນາມ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມື ຕໍ່ວຽກງານຄົມມະນາຄົມ-ຂົນສົ່ງ ເປັນຕົ້ນແມ່ນ ສູ້ຊົນໃຫ້ໂຄງການກໍ່ສ້າງເສັ້ນທາງເລກ 2E ແຕ່ ເມືອງຂວາ - ໄຕຈາງ ໃຫ້ສຳເລັດໃນເດືອນ ມີຖຸນາ 2012, ສູ້ຊົນຂະຫຍາຍເປີດການກວດກາປະຕູດຽວສຳລັບການຂົນສົ່ງສິນຄ້າ ຢູ່ບັນດາດ່ານຊາຍແດນຕາມສາຍທາງຫຼວງຕ່າງໆ ເປັນຕົ້ນ. ການພົບປະຄັ້ງນີ້ທັງສອງຝ່າຍ ຍັງໄດ້ມີການເຊັນຂໍ້ຕົກລົງ ວ່າດ້ວຍການຮ່ວມມືຮອບດ້ານໃນຂະແໜງ ຄົມມະນາຄົມ-ຂົນສົ່ງ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໄລຍະ 2011-2020. ຂໍ້ຕົກລົງດັ່ງກ່າວນີ້, ຈະເປັນພື້ນຖານອັນສຳຄັນເພື່ອຜັນຂະຫຍາຍ ແລະ ຮັດແໜ້ນ ການຮ່ວມມືຂອງຂະແໜງການ ຄົມມະນາຄົມ-ຂົນສົ່ງ ຂອງສອງປະເທດ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນດີກວ່າເກົ່າ.
ພ້ອມດຽວກັນນີ້, ຄະນະຜູ້ແທນ ກະຊວງ ຍທຂ ຍັງໄດ້ເຂົ້າຢ້ຽມຂຳນັບ ທ່ານ ຫງວນ ຊິງ ຟຸກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສສຫວຽດນາມ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງ ຄະນະຜູ້ແທນລາວ ໃນຄັ້ງນີ້, ແລະ ກໍໄດ້ຢືນຢັນລັດຖະບານ ຫວຽດນາມ ຈະໃຫ້ການສະໜັບສະໜູນການຮ່ວມມື ວຽກງານຄົມມະນາຄົມ-ຂົນສົ່ງ ລະຫວ່າງສອງປະເທດ.
|
|