:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ຜົນສຳເລັດການເຂົ້າຮ່ວມປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ 17 ທີ່ພະນົມເປັນ, ຣາຊະອານາຈັກ ກຳປູເຈຍ ລະຫວ່າງ ວັນທີ 12 ຫາ 16 ທັນວາ 2011(17th ASEAN Transport Ministers Meeting “ATM”).

   ໃນລະຫວ່າງ ວັນທີ 12 ຫາ 16 ທັນວາ 2011 ທີ່ຜ່ານມານີ້ ທີ່ພະນົມເປັນ, ຣາຊະອານາຈັກ ກຳປູເຈຍ ໄດ້ເປັນເຈົ້າ ພາບຈັດກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ 17 (17th ATM) ຂື້ນໂດຍ ມີລັດຖະມົນຕີ ຂົນສົ່ງຈາກ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ. ນອກຈາກນີ້, ຍັງມີລັດຖະ ມົນຕີຂົນສົ່ງ ຈາກ 3 ປະເທດຄູ່ຮ່ວມເຈລະຈາ (Dialogue Partners) ຄື: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ເຂົ້າຮ່ວມກອງປະຊຸມ ອາຊຽນ-ຈີນ ຄັ້ງທີ 10, ອາຊຽນ-ຍີ່ປຸ່ນ ຄັ້ງທີ 9 ແລະ ອາຊຽນ-ສ.ເກົາຫລີ ຄັ້ງທີ 3 ຕາມລຳດັບ. ສປປ ລາວ ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມດັ່ງກ່າວ ນຳໂດຍທ່ານ ສົມມາດ ພົລເສນາ, ລັດຖະ ມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ. ກອງປະຊຸມໄດ້ດຳເນີນໄປດ້ວຍ ບັນຍາກາດໄມຕີຈິດ ແລະມິດຕະພາບອັນດີງາມ ຕາມວິຖີອາຊຽນ. ເພື່ອເລັ່ງບັນລຸເປົ້າໝາຍ ໃນການ ເຊື່ອມໂຍງອາຊຽນ (ASEAN Integration) ເວົ້າລວມ ແລະເວົ້າສະເພາະໃນຂະແໜງຄົມມະນາຄົມ-ຂົນສົ່ງແມ່ນການ ເຊື່ອມຈອດອາຊຽນ (ASEAN Connectivity) ທີ່ປະຊຸມໄດ້ປຶກສາຫາລື ການຮ່ວມມືໃນທຸກຮູບແບບ ຂອງການຂົນສົ່ງຄື: ທາງບົກ (ລົດ ແລະລົດໄຟ), ທາງນ້ຳ (ແມ່ນ້ຳ ແລະທະເລ), ທາງອາກາດ ແລະ ສາມາດບັນລຸ ຂໍ້ຕົກລົງ ແລະຜົນສຳເລັດທີ່ສຳຄັນດັ່ງນີ້:
1. ລົງນາມ ອະນຸສັນຍາ 6 ວ່າດ້ວຍສະຖານີລົດໄຟຜ່ານແດນ (Railways Border and Interchange Stations) ພາຍໃຕ້ກອບສັນຍາອາຊຽນ ວ່າດ້ວຍການອຳນວຍຄວາມ ສະດວກ ໃຫ້ແກ່ການ ຂົນສົ່ງສິນຄ້າຜ່ານແດນ (ASEAN Framework on Facilitation of Goods in Transit “AFAFGIT”) 2. ລົງນາມ ອະນຸສັນຍາ ເພື່ອຈັດຕັ້ງປະຕິບັດຂໍ້ຜູກພັນໝວດທີ 7 ກ່ຽວກັບການບໍລິການຂົນ ສົ່ງທາງ ອາກາດ (7th Package of Commitments on Air Transport Services) ພາຍໃຕ້ຂອບ ຂໍ້ຕົກລົງອາຊຽນ ວ່າດ້ວຍການບໍລິການ (ASEAN Framework Agreement on Services “AFAS”) ນອກຈາກຄູ່ຮ່ວມເຈລະຈາ 3 ປະເທດຄື: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ພິເສດໃນຄັ້ງນີ້ ຍັງມີຫລາຍປະເທດ ແລະອົງການຈັດຕັ້ງສາກົນ ໃຫ້ຄວາມສົນໃຈສະເໜີຂໍ້ລິເລີ່ມການ ຮ່ວມມືໃນວຽກງານຂົນສົ່ງກັບອາຊຽນ ອີກເຊັ່ນ: ອິນເດຍ, ຣັດເຊຍ, ເຢຍຣະມັນ, ສະຫະພາບເອີຣົບ ແລະອື່ນໆ. ອັນນີ້, ມັນໄດ້ສະແດງໃຫ້ເຫັນວ່າພາກພື້ນອາຊຽນມີບົດບາດສຳຄັນໃນການເຊື່ອມໂຍງສາກົນ. ສຳລັບກອງປະຊຸມລັດຖະມົນຕີຂົນສົ່ງ ອາຊຽນຄັ້ງຕໍ່ໄປ ຈະຈັດຂື້ນຢູ່ ເກາະບາຫລີ, ປະເທດ ອິນໂດເນເຊຍ ໃນທ້າຍປີ 2012.