:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ກອງປະຊຸມໂຍທາທິການ ແລະ ຂົນສົ່ງ ໄດ້ດຳເນີນແຕ່ວັນທີ 15/3/ ຫາ 18/3/2010


     ກອງປະຊຸມໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດປະຈຳປີ 2010 ໄດ້ມີຂື້ນລະຫວ່າງວັນທີ 15-18/3/2010 ຢູ່ສູນການຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ເຊິ່ງມີຄະນະພັກ ຄະນະນຳກະຊວງ ພ້ອມດ້ວຍພະນັກງານຂະແໜງ ຍທຂ ທົ່ວປະເທດເຂົ້າຮ່ວມ.
     ກອງປະຊຸມຄັ້ງນີ້ນອກຈາກໄດ້ເຊື້ອເຊີນບັນດາຜູ້ແທນຈາກສູນກາງ ແລະ ພະແນກໂຍທາທິການ ແລະຂົນສົ່ງປະຈຳແຂວງແລ້ວ ຍັງເຊີນບັນດາ ຫົວໜ້າຫ້ອງການ ຍທຂ ປະຈຳເມືອງຈາກ 141 ເມືອງ ແລະ ປະທານ ອພບ ແລະ ອພບຕ ທົ່ວປະເທດເຂົ້າຮ່ວມ ເພື່ອປັບປຸງກົນໄກການປະສານ ງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໄດ້ມີໂອກາດແລກປ່ຽນຄວາມຄິດເຫັນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແນ່ໃສ່ເຮັດໃຫ້ວຽກງານ ຍທຂ ກາຍເປັນຂະແໜງປາຍແຫລມທີ່ສາມາດສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກຕາມນະ ໂຍບາຍຂອງພັກ-ລັດຖະບານວາງອອກ ໃນຕອນທ້າຍຍັງຈະເຊື້ອເຊີນການນຳຂັ້ນສູງເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ກອງປະຊຸມ ຈຸດປະສົງ ຫລັກກໍ່ເພື່ອສະຫລຸບ ການຈັດຕັ້ງປະຕິບັດວຽກງານຂອງ ຍທຂ ໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງສຳຫລັບ 5 ປີຕໍ່ໜ້າ (2010-2015) ສະ ຫລຸບກວດກາ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຍທຂ ປະຈຳປີ 2008 ໂດຍສະແດງອອກໃນຜົນກວດກາດ້ານເຕັກນິກ ແລະ ການເງິນຂອງຂະແນງ ຍທຂ 1 ປີ ຜ່ານມາ ສິ່ງສຳຄັນກອງປະຊຸມຄັ້ງນີ້ ຈະໄດ້ປຶກສາຫາລືກ່ຽວກັບລາຍລະອຽດໃນການຜັນຂະຫຍາຍຜົນກອງປະຊຸມ ເສດຖະກິດປະຈຳປີ 2009 ແນໃສ່ຫັນວິກິດດ້ານການເງິນໂລກເປັນໂອກາດຊຸກຍູ້ເຕີບໂຕດ້ານເສດຖະກິດຂອງປະເທດ ໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອພົບທວນຄືນການຈັດຕັ້ງປະຕິບັດຕາມທິດທາງທີ່ຜູ້ນຳພັກ-ລັດ ໄດ້ໃຫ້ທິດຊີ້ນຳແກ່ຂະແໜງ ຍທຂ ໄລຍະຜ່ານມາໄດ້ປະກົດຜົນເປັນ ຈິງ ພ້ອມທັງປຶກສາຫາລືສ້າງຂະບວນການ ແລະ ຂໍ້ແຂ່ງຂັນປະຕິບັດຄາດໝາຍສູ້ຊົນຕ່າງໆໃຫ້ບັນລຸເປົ້າໝາຍ ເຊິ່ງການຈັດຕັ້ງປະຕິບັດແຜນງົບປະ ມານສົກປີ 2008-2009 ງົບປະມານທີ່ກະຊວງ ຍທຂ ຄຸ້ມຄອງທັງໝົດ 1.045,86 ຕື້ກີບ ເພື່ອປະຕິບັດ 379 ໂຄງການ ງົບປະມານຈາກກະຊວງ 619,68 ຕື້ກີບ ເພື່ອປະຕິບັດ 66 ໂຄງການ ໃນນີ້ທຶນພາຍໃນ 61 ຕື້ກິບ ງົບປະມານຂອງກອງທືນທາງ 138,51 ຕື້ກີບ ເພື່ອປະຕິບັດ 338 ໂຄງການ ໃນນີ້ທຶນພາຍໃນ 130 ໂຄງການ ງົບປະມານທີ່ບັນດາແຂວງຄຸ້ມຄອງ 514,34 ຕື້ກີບ ເພື່ອປະຕິບັດ 673 ໂຄງການ ໃນນີ້ທຶນພາຍໃນ 281,99 ຕື້ກີບ ຜ່ານການປະຕິບັດຈາກ ກະຊວງການເງິນ ປະຕິບັດໄດ້ 607,78 ຕື້ກີບເທົ່າກັບ 98,16% ໃນນີ້ທຶນພາຍໃນ 59,81 ຕື້ກີບເທົ່າກັບ 98,06% ງົບປະມານກອງທຶນທາງ ປະຕິບັດໄດ້ 279,6 ຕື້ກີບ ເທົ່າກັບ 201,86% ໃນນີ້ທຶນພາຍໃນ 263,88 ຕື້ກີບເທົ່າກັບ 202,98% ແລະ ງົບ ປະມານບັນດາແຂວງຄຸ້ມຄອງ 485,52 ຕື້ກີບເທົ່າກັບ 94,39% ໃນນີ້ທຶນພາຍໃນ 287,51 ຕື້ກີບເທົ່າກັບ 101,95%.