:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ທ່ານລັດຖະມົນຕີວ່າການ ເຂົ້າຮ່ວມກອງປະຊຸມປະຈຳປີຂອງພະແນກ ຍທຂ ແຂວງຈຳປາສັກ


     ໃນວັນທີ 25/11/2011 ທີ່ຜ່ານມາ, ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການກະຊວງ ຍທຂ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະຂົນສົ່ງ ປະຈຳປີ 2010-11 ແລະທິດທາງແຜນການສົກປີ 2011-12 ຂອງພະແນກ ຍທຂ ແຂວງ ຈຳປາສັກ. ໃນກອງປະຊຸມ, ທ່ານ ດຣ ສຸກກະເສີມ ປາກດີມະນີວົງ, ຫົວໜ້າພະແນກ ຍທຂ ໄດ້ລາຍງານນສະຫລຸບ ການຈັດຕັ້ງປະຕິບັດວຽກງານ ໂຍທາທິການ ແລະຂົນສົ່ງ ໃນໄລຍະ 1 ປີຜ່ານມາ ແລະສະເໜີທິດທາງແຜນການສຳລັບປີ 2011-12. ຫລັງຈາກນັ້ນ ບັນດາຜູ້ແທນກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານ ແລະທິດທາງແຜນການດັ່ງກ່າວຢ່າງກວ້າງຂວາງ ແລະ ກົງໄປກົງມາ ໂດຍໄດ້ຄົ້ນຄວ້າ, ຕີລາຄາ ແລະ ຖອດຖອນບົດຮຽນຈາກສົກປີທີ່ຜ່ານມາ ເພື່ອສືບຕໍ່ເສີມຂະຫຍາຍບັນດາດ້ານທີ່ຕັ້ງໜ້າ ແລະກຳຈັດບັນດາຂໍ້ຄົງຄ້າງຕ່າງໆໃຫ້ໝົດໄປ. ແນໃສ່ໃຫ້ ແຜນການສຳລັບສົກປີ 2011-12 ຂອງພະແນກ ອຸດົມສົມບູນໄປດ້ວຍເນື້ອໃນຄວາມໝາຍ ແລະ ປະກອບສ່ວນຢ່າງແຂງແຮງເຂົ້າໃນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກ. ສຸດທ້າຍ ທ່ານລັດຖະມົນຕີວ່າການ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດ ມາໄດ້ໃນໄລຍະ 1 ປີທີ່ຜ່ານມາ, ແຕ່ເຖິງຢ່າງໃດກໍ່ຕາມ ບັນດາຜົນງານເຫລົ່ານັ້ນຍັງບໍ່ສາມາດຕອບ ສະໜອງກັບຄວາມຮຽກຮ້ອງຕ້ອງການ ກໍ່ຄືໜ້າທີ່ການເມືອງຂອງພັກໄດ້ໝົດເທື່ອ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງຄະນະນຳພະແນກ ຍທຂ ແຂວງ ຈຳປາສັກ ຈົ່ງໄດ້ເພີ້ມທະ ວີຄວາມສາມັກຄີ ແລະຄວາມເປັນເຈົ້າການ ໃນການປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະມີຫົວ ຄິດປະດິດ ເພື່ອສຳເລັດໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ.