:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ທ່ານລັດຖະມົນຕີວ່າການ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະມາຊິກລັດຖະສະພາ ປະເທດຍີ່ປຸ່ນ


     ໃນຕອນເຊົ້າຂອງວັນທີ 11/01/2012 ທີ່ຜ່ານມາ, ທີ່ຫ້ອງຮັບແຂກຂອງກະຊວງ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ຍທຂ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ຮີໂຣຮິໂກ ນາກາ ມູຣະ (Hirohiko Nakamura), ສະມາຊິກລັດຖະສະພາປະເທດຍີ່ປຸ່ນ, ປະທານຄະ ນະກຳມາທິການສົ່ງເສີມການຮ່ວມມືດ້ານຊັບພະຍາກອນມະນຸດກັບຕ່າງປະເທດ ຂອງລັດຖະສະພາປະເທດຍີ່ປຸ່ນ, ພ້ອມດ້ວຍຄະນະ ໃນໂອກາດທີ່ ທ່ານໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢ່າງເປັນທາງການຢູ່ ສປປ ລາວ. ບັນຍາກາດຂອງການພົບປະເຕັມໄປດ້ວຍຄວາມສະໜິດສະໜົມ ແລະ ສາມັກຄີ, ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະທົບທວນຄືນກ່ຽວກັບບັນດາໂຄງການຮ່ວມມື, ຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ໃນຂະແໜງ ຍທຂ ໃນໄລຍະຜ່ານມາ ແລະແຜນການຮ່ວມມື ໃນອະນາຄົດອີກດ້ວຍ.