![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ນິມິດໝາຍອັນສຳຄັນຂອງການຮ່ວມມື ລາວ-ຈີນ ໃນຂົງເຂດພັດທະນາທາງລົດໄຟ
![]() ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງລົດໄຟ ລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງທາງລົດໄຟ ແຫ່ງ ສປ ຈີນ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 07 ເມສາ 2010 ທີ່ກະຊວງທາງລົດໄຟ ສປ ຈີນ, ນະຄອນຫລວງປັກກິ່ງ ໂດຍມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ຫລິວຈີຈຸນ ລັດຖະມົນຕີວ່າການກະຊວງ ທາງລົດໄຟ ສປ ຈີນ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ. ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງທີ່ກ່ຽວຂ້ອງ ຂອງທັງສອງຝ່າຍໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເປັນນິມິດໝາຍອັນສຳຄັນຂອງການຮ່ວມມື ລາວ-ຈີນ ໃນຂົງເຂດພັດທະນາທາງລົດໄຟ ຢູ່ ສປປ ລາວ ຊຶ່ງທັງສອງຝ່າຍຈະລິເລີ່ມໂຄງການເຊື່ອມຕໍ່ເສັ້ນທາງລົດໄຟ ຂະໜາດມາດຕະຖານ 1.435 ກິໂລແມັດ ຈາກບໍ່ຫານ-ບໍ່ເຕັນ (ຊາຍແດນລາວ-ຈີນ) ເຖິງນະຄອນຫລວງວຽງຈັນ ຈາກນັ້ນ, ຈະຂະຫຍາຍເສັ້ນທາງລົດໄຟດັ່ງກ່າວ ເຖິງທ່າແຂກ ແລະ ຕໍ່ໄປເຖິງມູຢາ (ຊາຍແດນລາວ-ຫວຽດນາມ) ບົນພື້ນ ຖານການຮ່ວມລົງທຶນທຸລະກິດ ໃນການກໍ່ສ້າງ, ການຄຸ້ມຄອງບໍລິຫານ ແລະ ການບໍລິການຮ່ວມກັນ. |
|