![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ກະຊວງໂຍທາທິການ ແລະຂົນສົ່ງ ປະກາດການຈັດຕັ້ງພາຍໃນ
![]()
ອີງຕາມດຳລັດ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 373/ນຍ, ລົງວັນທີ 22/10/ 2007 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ຂອງກະຊວງ ໂຍທາທິການ ແລະຂົນສົ່ງ ເພື່ອແນໃສ່ປະຕິບັດພາລະບົດບາດໜ້າທີ່ ແລະຂອບເຂດສິດ ຖືກຕ້ອງຕາມລະບຽບຫຼັກການ. ໃນວັນທີ 14 ຕຸລາ 2011 ຢູ່ທີ່ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ມີພິທີປະກາດການແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານການນຳ ຄື: ທ່ານ ລັດຕະນະມະນີ ຄູນນີວົງ ຫົວໜ້າຫ້ອງການກະຊວງ ຍທຂ ຂຶ້ນເປັນລັດຖະມົນຕີຊ່ວຍວ່າການກະຊວງ ຍທຂ ແລະຍົກຍ້າຍ ທ່ານ ສີທົງ ທອງແກ້ວ ລັດຖະມົນຕີ ຊ່ວຍວ່າການ ກະຊວງ ຍທຂ ໄປຮັບໜ້າທີ່ວຽກງານໃໝ່ ທີ່ກະຊວງ ໄປສະນີ-ໂທລະຄົມມະນາຄົມ ແລະການສື່ສານ. ໃຫ້ກຽດເຂົ້າຮ່ວມປະກາດ ໃນຄັ້ງນີ້ໂດຍແມ່ນ ທ່ານ ໄຊສີ ສັນຕິວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ເລຂາ ຄະນະພັກກະຊວງ, ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະພະນັກງານວີຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ທ່ານທີ່ໄດ້ຮັບແຕ່ງຕັ້ງ ແລະຍົກຍ້າຍຄັ້ງນີ້. ທີ່ຈະເປັນກຳລັງໃຈອັນສຳຄັນໃນການຊຸກຍູ້ການຈັດຕັ້ງປະຕີບັດວຽກງານໄລຍະໃໝ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ກໍຄືວຽກງານກະຊວງ ຍທຂ ໃຫ້ ບັນລູຜົນສຳເລັດເປັນຢ່າງດີ. |
|