![]() |
||
|
|
||
|
ລິງຂອງລັດຖະບານ ລິ້ງເອກະສານ
|
NEDA ໃຫ້ທືນກູ້ຢືມ ສືບຕໍ່ກໍ່ສ້າງ ແລະ ປັບປູງເສັ້ນທາງ
ພິທີລົງນາມສັນຍາກູ້ຢືມລະຫ່ວາງກະຊວງການເງີນ ( ຕາງໜ້າໃຫ້ລັດຖະບານລາວ ) ແລະ ອົງການຮ່ວມມືທາງດ້ານເສດຖະກິດຂອງບັນດາ ປະເທດເພື່ອນບ້ານ ( NEDA )ມູນຄ່າ 655 ລ້ານບາດ ( ສະກູນເງີນໄທ ) ໄດ້ມີຂື້ນໃນວັນທີ່ 31 ມີນາ 2010 ຢູ່ທີ່ໂຮງແຮມ ລາວ ພລາຊາ ໂດຍ ທ່ານ ນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ແລະ ທ່ານ ອັກຄະສີຣິ ບູຣະນະສີຣິ ປະທານ NEDA ເຊີ່ງມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ບູນຈັນ ສີນທະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ການລົງນາມຄັ້ງນີ້ ປະກອບດ້ວຍ 3 ສັນຍາຄື: ສັນຍາກູ້ຢືມສຳລັບໂຄງການປັບປູງທາງ T2 ມູນຄ່າ 250 ລ້ານບາດ. ສັນຍາກູ້ຢືມສຳລັບ ການດັດປັບລາຄາ ການກໍ່ສ້າງທາງ R3 ມູນຄ່າ 200 ລ້ານບາດ ແລະ ສັນຍາກູ້ຢືມສຳລັບການສ້ອມແປງຮອງລະບາຍນ້ຳ ແລະ ກໍ່ສ້າງທາງ R3 ເພີ່ມເຕີມມູນຄ່າ 205 ລ້ານບາດ, ໂຄງການປັບປູງທາງ T2 ເປັນໂຄງການສືບຕໍ່ໜ້າວຽກຂອງໂຄງການກໍ່ສ້າງຮອງລະບາຍນ້ຳ ແລະ ປັບປູງທາງ T2 ທີ່ໄດ້ຮັບທືນຈາກ NEDA ມູນຄ່າ 160 ລ້ານບາດ ( ທືນກູ້ຢືມ 70% ແລະ ທືນຊ່ວຍເຫຼືອລ້າ 30% ) ມີໄລຍະ 5 ປີ ແລະ ປິດລົງປີ 2008 ໂດຍການຄິດໄລ່ເບື້ອງຕົ້ນເພື່ອກໍ່ສ້າງຮອງລະບາຍນ້ຳບາງສ່ວນ. ດັ່ງນັ້ນສືບຕໍ່ປັບປູງເສັ້ນທາງດັ່ງກ່າວ ໃຫ້ໄດ້ມາດຕະຖານຈື່ງໄດ້ກູ້ຢືມຈາກ NEDA ເພື່ອຈັດຕັ້ງປະຕິບັດໃຫ້ສຳເລັດກ່ອນການສະຫລອງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ທ້າຍປີ 2010 ຍ້ອນໃນປີ 2008ໄດ້ເກີດວິກິດການ ການເງິນໂລກ ພາໃຫ້ນ້ຳມັນ ສີນຄ້າ ແລະອື່ນໆ ທີ່ໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງ R3 ມີລາຄາສູງ ເວລາກໍ່ສ້າງກໍໄດ້ຮັບຜົນກະທົບກັບໄພທຳ ມະຊາດຢ່າງຮຸນແຮງ ເຮັດໃຫ້ເສັ້ນທາງໄດ້ຮັບຄວາມເສຍຫາຍ ດັ່ງນັ້ນຈື່ງໄດ້ຢືມເພີ່ມເຕີມສຳລັບໂຄງການກໍ່ສ້າງໃຫ້ຜູ້ຮັບເໝົາ ແລະ ປັບປູງເສັ້ນທາງ R3 ໃຫ້ໄດ້ມາດຕະຖານ. |
|