![]() |
||||||
|
|
||||||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ກອງປະຊຸມກາງສະໃໝ ຂອງຄະນະພັກຮາກຖານ ຫ້ອງການ
ພາຍໃຕ້ບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ສ້າງຜົນງານຄໍານັບຮັບຕ້ອນກອງປະຊຸມໃຫ່ຍອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງທີ່ຈະຈັດຂຶ້ນໃນໂອ ກາດທີ່ຈະມາເຖີ່ງນີ້. ຄະນະພັກຮາກຖານຫ້ອງການກໍ່ແມ່ນຮາກຖານພັກໜຶ່ງທີ່ຂຶ້ນກັບ ແລະໄດ້ມີການກະກຽມສ້າງຜົນງານ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຫລາຍດ້ານ ເພື່ອຄໍານັບຮັບຕ້ອນວັນສໍາຄັນດັ່ງກ່າວ. ຄະນະພັກຮາກຖານຫ້ອງການມີສະມາຊິກພັກສົມບູນທັງໝົດ 36 ສະຫາຍ ປະກອບດ້ວຍ 3 ໜ່ວຍພັກຮາກຖານ, ພິເສດມີ ຄະນະພັກ, ຄະນະນໍາກະຊວງຮ່ວມຊີວິດຢູ່ດ້ວຍ. ໃນຕອນເຊົ້າຂອງວັນທີ 17/11/2011 ຢູ່ທີ່ຫ້ອງປະຊຸມເບີ 2 ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ໄດ້ມີພິ ທີເປີດ ກອງປະຊຸມກາງສະໃໝຂອງຕົນຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງສະຫາຍ ລັດຕະນະມະນີ ຄູນນີວົງ, ເລຂາຄະນະພັກຮາກຖານ, ຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ມີສະມາຊິກພັກພະນັກງານຫ້ອງການກະຊວງ, ສະຫາຍ ແຂວງລິດ ໂຄດໂຍທາ, ຫົວໜ້າກົມກວດກາ, ອານຸກໍາມະການບຸກຄະລາກອນ ແລະ ບັນດາແຂກທີ່ມີກຽດ, ຊຶ່ງຕາງຫນ້າໃຫ້ຄະນະພັກກະຊວງ, ບັນດາສະຫາຍ ອົງການຈັດຕັ້ງມະຫາຊົນ ທັງແມ່ຍິງ, ກຳມະບານ ແລະ ຊາວໝຸ່ມເຂົ້າຮ່ວມຢ່າງຫລວງຫລາຍ.
ຈຸດປະສົ່ງ ແລະ ເປົ້າໝາຍຫລັກ ໃນການດໍາເນີນ ກອງປະຊຸມກາງສະໃໝຂອງຕົນ ໃນຄັ້ງນີ້ ແມ່ນເພື່ອສະຫລູບ ແລະ ທົບ ທວນການຈັດຕັ້ງປະຕິບັດວຽກງານ ຕະຫລອດໄລຍະຜ່ານມາເກືອບ 2 ປີ ຄືແຕ່ເດືອນ 1/2010 ເຖິງເດືອນ 11/2011, ສໍາຫລວດ ແລະ ທົບທວນການຊີ້ນໍາ ນໍາພາລວມຂອງຄະນະພັກຮາກຖານ ແລະ ສໍາຫລວດກວດກາການຈັດຕັ້ງປະຕິບັດວຽກງານຂອງສະມາຊິກພັກພະນັກງານແຕ່ລະສະຫາຍພ້ອມທັງຂັດເລືອກ ແລະ ແບ່ງ ປະ ເພດສະມາຊິກພັກພະນັກງານຂອງຫ້ອງການແຕ່ລະສະຫາຍ. ການຮ່ວມຊີວິດແບບນີ້ເປັນການຖອດຖອນບົດຮຽນດ້ານດີ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກ ງານ ເພື່ອພ້ອມກັນເສີມຂະຫຍາຍຈຸດດີ ຈໍາກັດ ຂໍ້ຄົງຄ້າງໃຫ້ລຸດໜ້ອຍຖອຍລົງ ແລະ ພ້ອມກັນກ້າວຂຶ້ນຕາມທິດທາງ ແລະ ແນວທາງຂອງພັກ. ພິເສດອີກອັນໜຶ່ງ, ກອງປະ ຊຸມໄດ້ພ້ອມກັນຂັດເລືອກເອົາຕົວແທນຂອງຕົນເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍຂອງອົງຄະນະພັກກະຊວງທີ່ຈະຈັດຂຶ້ນໃນໂອກາດທີ່ຈະມາເຖິ່ງນີ້. ກອງປະຊຸມໄດ້ດໍາເນີນໄປ ເປັນເວລາ 1 ວັນ ແລະ ໄດ້ປິດລົງຢ່າງຈົບງາມໃນເວລາຂອງວັນດຽວກັນ.
|
|||||