:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ກອງປະຊຸມໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຂອງຄະນະໜວ່ຍພັກຮາກຖານສະຖາບັນໂຍທາ
ແລະ ຂົນສົ່ງ ປະຈຳສົກປີ 2008-2010

     ໃນວັນທີ 20 ມັງກອນ 2012. ຜ່ານມານີ້ທີ່ສະຖາບັນ ຍທຂ, ໄດ້ຈັດກອງປະຊຸມສະຫຼຸບໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານປະຈຳສົກປີ 2008-2010 ແລະ ແຜນການສົກປີ 2010-2011ຂອງຕົນຂື້ນ, ຢູ່ທີ່ສະໂມສອນ ຂອງສະຖາບັນໂຍທາ ແລະ ຂົນສົ່ງ, ໂດຍການເປັນປະທານຂອງ ທ່ານນາງ ວິໄລຄຳ ໂພສາລາດ ຄະນະພັກກະຊວງ, ຫົວໜ້າສະຖາບັນ ໂຍທາ ແລະ ຂົນສົ່ງ, ໃຫ້ກຽດເຂົ້າຮ່ວນກອງປະຊຸມ ໃນຄັ້ງນີ້ມີ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ລັດຖະມົນຕີວ່າການ ກະຊວງ ຍທຂ, ທ່ານ ບຸນກອງ ໜູຟອງສະໝຸດ ຄະນະພັກກະຊວງ ຫົວໜ້າກົມ ຈັດຕັ້ງ-ພະນັກງານ ກະຊວງ ຍທຂ, ນອກນີ້ຍັງມີ ສະມາຊິກພັກ ທັງໝົດ 23 ສະຫາຍ, ຍິງ 6 ສະຫາຍ ມີສະມາຊິກສົມບູນ 20 ສະຫາຍ ແລະ ສຳຮອງ 3 ສະຫາເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ສະຫຼຸບຕີລາຄາການຊີ້ນຳ-ນຳພາຂອງຄະນະພັກແລະ ການຈັດຕັ້ງປະຕິບັດວຽກງານຂອງ ໝ່ວຍພັກຮາກຖານສະຖາບັນ ຍທຂ ຍາມໃດກໍໄດ້ເອົາໃຈໃສ່ ຊີ້ນຳ-ນຳພາເພື່ອປະຕິບັດຕາມ ນະໂຍບາຍ ແລະ ມະຕິຄຳສັ່ງຕ່າງໆ ຂອງສູນກາງພັກວາງອອກ, ໄດ້ສືກສາອົບຮົມ ທາງດ້ານການເມືອງແນວຄິດສະຕິສະມາຊິກພັກ ແລະ ພະນັກງານຢ່າງເປັນປະຈຳ, ສະນັ້ນຈິ່ງເຮັດໃຫ້ ສະມາ ຊິກພັກ ແລະ ພະນັກງານຂອງສະຖາບັນ ຍທຂ, ມີຄວາມສະຫງົບອຸ່ນອ່ຽງ ທຸ່ນທ່ຽງ, ມີຫຼັກໝັ້ນ ການເມືອງໜັກແໜ້ນ, ມີຄວາມຫ້າວ ຫັນປະຕິບັດວຽກງານ, ທີ່ທາງການຈັດຕັ້ງມອບໝາຍໃຫ້ສຳເລັດຕາມລະດັບຄາດໝາຍແລະ ຕ້ານປະກົດານຫຍໍ້ທໍ້ຕ່າງໆໄດ້ເປັນຢ່າງ ດີດັ່ງນັ້ນຄະນະ ພັກກະຊວງ ຍທຂ ຈິ່ງໄດ້ມອບໃບຢັ້ງຢືນໃຫ້ໜ່ວຍພັກສະຖາບັນ ຍທຂ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃນສົກປີທີ່ຜ່ານມາ ແລະ ໃນສົກປີ 2008-2010, ພິເສດກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ຍທຂ, ເພື່ອໃຫ້ສະມາຊິກພັກ ແລະ ພະນັກງານພາຍໃນສະຖາບັນ ຍທຂ, ມີຄວາມເຂົ້າໃຈແຈ້ງ ແລະ ສຶບຕໍ່ປະຕິບັດໜ້າທີ່ຂອງຕົນເພື່ອຮັກ ສາມູນເຊື້ອເປັນ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຕໍ່ໄປ.