:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ກອງປະຊຸມສຳມະນາວິຊາການວຽກງານພະນັກງານ ກະຊວງ ຍທຂ


     ໃນຕອນເຊົ້າຂອງວັນທີ່ 5 ມັງກອນ 2012 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງໂຍທາທິການແລະຂົນສົ່ງ, ໂດຍໄດ້ຮັບການເຫັນດີຂອງຄະນະພັກ ຄະນະນຳກະຊວງ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ຈັດກອງປະຊຸມສຳມະນາວິຊາການວຽກງານພັດທະນາ ບຸກຄະລາກອນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນກອງ ໜູຟອງສະມຸດ ຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ໂຍທາທິການ ແລະ ຂົນສົ່ງ.
     ກອງປະຊຸມຄັ້ງນີ້ ຍັງໄດ້ຮັບກຽດເຂົ້າຮ່ວມ ຈາກທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ເລຂາພັກກະຊວງ, ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມກັນນີ້ຍັງມີບັນດາທ່ານຄະນະກົມ, ກອງ, ສະຖາບັນ, ຄະນະອຳນວຍການລັດວິສາຫະກິດອ້ອມຂ້າງ ກະຊວງ ບັນດາຫົວໜ້າພະແນກ, ຮອງພະແນກໂຍທາທິການແລະຂົນສົ່ງແຂວງ, ນະຄອນຫຼວງ ແລະພະນັກງານວິຊາການ ທີ່ຮັບຜິດຊອບວຽກງານ ຈັດຕັ້ງ¬ພະນັກງານກໍ່ໄດ້ເຂົ້າຮ່ວມເຊິ່ງຜູ້ເຂົ້າຮ່ວມທັງໝົດມີ 98 ທ່ານ ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 2 ວັນເຕັມ ຈຶ່ງຈະປິດລົງ. ຈຸດປະສົງໃນການສຳມະນາກໍ່ແມ່ນເພື່ອເຮັດໃຫ້ບັນດາພະນັກງານມີຄວາມຮູ້ຄວາມສາມາດ,ມີຄຸນສົມບັດ, ມີທາດແທ້ຫຼັກໜັ້ນການເມືອງໜັກແໜ້ນ, ມີ ຄວາມຈົ່ງຮັກພັກດີຢ່າງສຸດຊື້ງຕໍ່ປະເທດຊາດ ແລະ ພາລະກິດຂອງພັກ, ມີນໍ້າໃຈຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ມີແບບ ແຜນການດຳລົງຊີວິດທີ່ສົດໃສ ແລະ ກ້າວໜ້າ, ມີນານະຈິດເຝີກຝົນຫຼໍ່ຫຼອມຕົນເອງແລະດຸໜັ່ນຄົ້ນຄ້ວາຮໍ່າຮຽນຍົກລະດັບໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ມີສະຕິຕໍ່ການຈັດຕັ້ງ ແລະລະບຽບວິໄນ, ເຄົາລົບ ແລະປະຕິບັດກົດໝາຍ, ກົດລະບຽບຂອງພັກຢ່າງເຂັ້ມງວດ, ເວົ້າລວມ ເວົ້າສະເພາະແມ່ນການ ພັດທະນາຊັບພະຍາກອນມະນຸດ ຂອງຂະແໜງການ ຍທຂ ໃຫ້ກ້າວໜ້າໄປຕາມທິດທາງຂອງພັກ ທີ່ວາງໄວ້ໃຫ້ເຂັ້ມງວດ ແລະ ໜັກແໜ້ນ.