:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ກອງປະຊຸມໂຕະມົນປະຈຳປີ 2011

ກອງປະຊຸມໂຕະມົນປະຈຳປີ 2011, ໄດ້ໃຂຂຶ້ນຢ່າງເປັນທາງການໃນວັນອັງຄານ, ວັນທີ 22 ພະຈິກ 2011 ຢູ່ທີ່ສູນການຮ່ວມມື ແລະ ອົບຮົມສາກົນ (ສູນຫຼັກ 5), ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານ ຂອງພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການເປັນປະທານຮ່ວມຂອງທ່ານ ມີງຟາມ ຜູ້ປະສານງານອົງການສະຫະປະຊາຊາດ ທັງເປັນ ຜູ້ຕາງໜ້າຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ເຊີ່ງໄດ້ມີບັນດາຜູ້ແທນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ 223 ທ່ານ.
ຈຸດປະສົງຂອງກອງປະຊຸມໂຕະມົນປະຈຳປີ 2011 ນີ້, ແມ່ນເພື່ອສຶບຕໍ່ປຶກສາຫາລຶກ່ຽວກັບ ການຜັນຂະຫຍາຍຂໍ້ສະເໜີຕ່າງໆລວມທັງບັນດາທິດທາງ ໃນການບັນລຸການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7, ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການ ບັນລຸແຜນພັດທະນເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 ແລະ ເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ເພື່ອກ້າວໄປເຖີງການຫູຸດພົ້ນອອກ ຈາກສະຖານະພາບການເປັນປະເທດດ້ອຍພັດທະນາໃນປີ 2020. ນອກຈາກນີ້, ກໍເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງລັດຖະບານ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາຕໍ່ກັບວຽກງານການພັດທະນາ ແລະ ເປັນການເພີ່ມທະວີຄວາມເຂົ້າໃຈ ທີ່ເປັນເອກະພາບຂອງບັນ ດາຄູ່ຮ່ວມ ພັດທະນາກ່ຽວກັບບັນຫາ ແລະ ສີ່ງທ້າທາຍຕ່າງໆຂອງຂະແໜງການ ໂດຍເປີດກວ້າງໃຫ້ບັນດາກະຊວງ/ຂະແໜງການ ໄດ້ມີສ່ວນຮ່ວມໃນການ ປຶກ ສາຫາລືຕໍ່ກັບວຽກງານຂອງໜ່ວຍງານຂະແໜງການຕົນ. ເພື່ອປຶກສາຫາລືກັບຜູ້ໃຫ້ທຶນ/ຄູ່ຮ່ວມພັດທະນາລວມທັງການຈັດຕັ້ງ ປະຕິບັດແຜນ ດຳເນີນ ງານຖະແຫຼງການວຽງຈັນ ວ່າດ້ວຍປະສິດທິຜົນຂອງການຊ່ວຍເຫຼືອ ແລະເພື່ອການສຶບຕໍ່ລະດົມທຶນຮອນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກີດ-ສັງຄົມແຫ່ງຊາດ ແລະ ບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາໃນປີ 2015.
ກອງປະຊຸມໂຕະມົນປະຈຳປີ 2011 ຄັ້ງນີ້, ພວກເຮົາຍັງໄດ້ຈັດໃຫ້ມີການວາງສະແດງກ່ຽວກັບ ໝາກຜົນສຳເລັດຂອງການຊ່ວຍເຫຼືອທາງການເພື່ອ ການພັດທະນາ ເພື່ອບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ຂອງໜ່ວຍງານຂະແໜງການ ລວມທັງມີຫ້ອງວາງສະແດງ ສຳລັບວຽກງານ ທີ່ພັວພັນກັບບົດບາດ ຍີງ-ຊາຍ, ຫ້ອງວາງສະແດງກ່ຽວກັບປະສິດທິຜົນຂອງການຊ່ວຍເຫຼືອທາງການພັດທະນາເຊີ່ງມີ 5 ຫຼັກການ ແລະ 8 ເປົ້າ ໝາຍຄື: ຫຼັກການທີ 1: ຄວາມເປັນເຈົ້າການ, ຫຼັກການທີ 2: ການສອດຄ່ອງ, ຫຼັກການທີ 3: ຄວາມກົມກ່ຽວ, ຫຼັກການທີ 4: ການຄຸ້ມ ຄອງເພື່ອ ຜົນສຳເລັດ, ຫຼັກການທີ 5: ຄວາມຮັບຜິດຊອບຮ່ວມກັນ ແລະ 8 ເປົ້າໝາຍຄື: ເປົ້າໝາຍທີ 1: ລົບລ້າງຄວາມທຸກຍາກ ແລະໄພອຶດຫີວ, ເປົ້າໝາຍທີ 2: ໃຫ້ທຸກຄົນໄດ້ຮັບການສຶກສາຂັ້ນປະຖົມຢ່າງທົ່ວເຖີງກັນ, ເປົ້າໝາຍທີ 3: ສົງເສີມຄວາມສະເໝີພາບຍີງ-ຊາຍ ແລະ ສ້າງຄວາມ ເຂັ້ມ ແຂງໃຫ້ແມ່ຍີງ, ເປົ້າໝາຍທີ 4: ຫຼຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍ, ເປົ້າໝາຍທີ 5: ປັບປຸງສຸຂະພາບຂອງແມ່, ເປົ້າ ໝາຍທີ 6: ຕ້ານກັບເຊື້ອພະຍາດ ມາເລເຣຍ ແລະອື່ນໆ, ເປົ້າໝາຍທີ 7: ຮັບປະກັນຄວາມຍືນຍົງດ້ານສີ່ງແວດລ້ອມ, ເປົ້າໝາຍທີ 8: ສ້າງຄູ່ຮ່ວມມືດ້ານ ການ ພັດທະນາໃນຂອບເຂດທົ່ວໂລກ.