:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009



 

ບົດຄຳເຫັນຂອງປະທານກິດຕິມະສັກ

ໃນນາມປະທານກິດຕິມະສັກ ສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງ ຂ້າພະເຈົ້າມີຄວາມຍິນດີ ເປັນຢ່າງຍິ່ງທີ່ຄະນະບໍລິຫານງານຂອງສະມາຄົມມີຄວາມພະຍາຍາມຈັດທຳ " ວາລະສານສະຖາປະນິກ ແລະ ວິສະວະກອນກໍ່ສ້າງ " ຂື້ນ. ສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງ (ສສວ) ມີໜ້າທີ່ໜຶ່ງທີ່ສຳ ຄັນ ຄື: ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນ ພັດທະນາເສດຖະ ກິດ-ສັງຄົມໃນແຕ່ລະໄລຍະເພື່ອໃຫ້ສະມາຊິກທຸກຄົນຊາບຊຶມເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດໃຫ້ ໄດ້ຮັບຜົນດີ. ເຜີຍແຜ່ ແລະ ສົ່ງເສີມການນຳໃຊ້ວິທະຍາສາດເຕັກນິກ ແລະ ເຕັກໂນໂລຊີການກໍ່ສ້າງທີ່ ທັນສະໄໝ ເພື່ອເຮັດໃຫ້ສະມາຊິກສະມາຄົມໄດ້ຮັບຮູ້ ແລະ ນຳໃຊ້ເພື່ອຜົນປະໂຫຍດລວມ ຂອງສັງຄົມ ແລະ ປະເທດຊາດ. ໜ້າທີ່ສຳຄັນນີ້ແມ່ນພັນທະຂອງວາລະສານທີ່ຈະຕ້ອງໄດ້ເຮັດ ໃນຖານະເປັນກະບອກ ສຽງຂອງ ສສວ.
ອີງໃສ່ມະຕິຂອງກອງປະຊຸມໃຫ່ຍຄັ້ງທີ 8 ຂອງພັກ ກ່ຽວກັບການດຳເນີນທິດທາງ ແລະ ໜ້າທີ່ຕົ້ນຕໍໃນ 5 ປີ ຕໍ່ໜ້າ (2006-2010) ຊຶ່ງໄດ້ກຳນົດທັດສະນະ ແລະ ແຜນນະໂຍບາຍໃຫ່ຍຕໍ່ບັນດາຂົງເຂດວຽກງານໂດຍ ເນັ້ນເຖິງແຜນຍຸດທະສາດຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝເທື່ອລະກ້າວ, ຕິດແໜ້ນກັບການ ຊຸກຍູ້ການພັດທະນາເຂດແຄ້ວນ ແລະ ການເຊື່ອມໂຍງເຂົ້າກັບສາກົນ ຊຶ່ງການພັດທະນາແຕ່ລະບໍລິເວນເຂດແຄ້ວນນັ້ນພວກເຮົາຍັງຕ້ອງຖືຄວາມສຳ ຄັນການພັດທະນານະຄອນຫລວງວຽງຈັນ ແລະ ຕົວເມືອງເທດສະບານແຂວງຕ່າງໆ ໃຫ້ເປັນຕົວເມືອງໃຈກາງທາງດ້ານການເມືອງ, ການປົກຄອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ເພື່ອຊ່ວຍຊຸກຍູ້ໜູນບໍລິເວນອ້ອມແອ້ມໃຫ້ມີການພັດທະນາໄປພ້ອມໆກັນ. ເມື່ອເປັນເຊັ່ນນັ້ນໜ້າທີ່ຂອງ ສສວ ຍິ່ງຕ້ອງເພີ່ມທະວີໃຫ້ສູງຂື້ນໂດຍ ສະເພາະແມ່ນການຄຸ້ມຄອງອອກແບບ ແລະ ການກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນແມ່ນການກໍ່ສ້າງຖະໜົນຫົນທາງ, ການກໍ່ສ້າງອາຄານໃຫ້ມີເອກະລັກຂອງຊາດ.
     ດັ່ງນັ້ນ, ວາລະສານສະບັບນີ້ເກີດຂື້ນແມ່ນຂື້ນກັບກາລະໂອກາດອັນສຳຄັນເພື່ອຊ່ວຍໃຫ້ວຽກງານຄຸ້ມຄອງໃນຂະແໜງ ຄຂປກ ເຂົ້າສູ່ລະບຽບ ກົດໝາຍເທື່ອລະກ້າວ. ບໍ່ເທົ່ານັ້ນຍັງຊ່ວຍໃຫ້ນັກວິສະວະກອນ, ນັກສະຖາປະນິກ ແລະ ພາກສ່ວນຕ່າງໆ ທີ່ກ່ຍວຂ້ອງທັງພາກລັດ ແລະ ເອກະຊົນ ນັບທັງຜູ້ດຳເນີນທຸລະກິດໄດ້ຮັບຊາບຂໍ້ມູນຕ່າງໆ ອັນຈຳເປັນແນ່ໃສ່ສົ່ງເສີມໃຫ້ມີການພົວພັນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການປະກອບ ວິຊາຊີບໃຫ້ບັນລຸຜົນສຳເລັດສ້າງຄຸນປະໂຫຍດໃຫ້ແກ່ສັງຄົມ ແລະ ປະເທດຊາດຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກໃນແຕ່ລະໄລຍະ.
     ໃນໂອກາດນີ້ ຂ້າພະເຈົ້າຂໍອວຍພອນແດ່ຄະນະຈັດທຳວາລະສານຈົ່ງມີແຕ່ຄວາມສຸກຄວາມຈະເລີນ ມີສຸຂະພາບເຂັ້ມແຂງ ພ້ອມກັນເຮັດໃຫ້ວາ ລະສານກາຍເປັນແຫລ່ງສະໜອງຄວາມຮູ້ແກ່ຜູ້ປະກອບການທັງຫລາຍກ້າວຂື້ນເປັນມືອາຊີບເທື່ອລະກ້າວ.

 

                                                        ລັດຖະມົນຕີວ່າການກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ
                                                                             ປະທານກິດຕິມະສັກ ສສວ