:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ທ່ານລັດຖະມົນຕີຊ່ວຍວ່າການ ລົງເຄື່ອນໄຫວເຮັດວຽກກັບບັນດາກົມກອງ


     ໃນອາທິດທີ່ຜ່ານມາ, ລະຫວ່າງວັນທີ 16-20/1/2012, ທ່ານ ລັດຕະນະມະນີ ຄູນນີວົງ, ລັດຖະມົນຕີຊ່ວຍວ່າການ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກກັບກອງຄຸ້ມຄອງການຈະລາຈອນທາງອາກາດ, ກອງຄຸ້ມຄອງສະໜາມບິນ, ລັດວິສາຫະກິດການບິນລາວ ແລະ ກົມການບິນພົນລະເຮືອນ. ໃນການເຮັດວຽກ, ທ່ານລັດຖະມົນຕີຊ່ວຍວ່າການ ໄດ້ຮັບຟັງການລາຍງານຂອງບັນດາກົມ/ກອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານ ມາ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະຂໍ້ສະເໜີຕ່າງໆ, ເພື່ອພ້ອມກັນຄົ້ນຄວ້າ, ຊອກຫາມາດຕະການແກ້ໄຂ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງ ປະຕິບັດໃນຕໍ່ໜ້າ. ແນໃສ່ປັບປຸງວຽກງານຂອງບັນດາກົມ/ກອງດັ່ງກ່າວໃຫ້ກ້າວຂຶ້ນສູ່ລະດັບໃໝ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງ ກະຊວງ ຍທຂ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານຈຸດສຸມສົກປີ 2011-2012 ໃຫ້ປະກົດຜົນເປັນຈິງ.