![]() |
|||
|
|
|||
|
ລິງຂອງລັດຖະບານ ລິ້ງເອກະສານ
|
ພິທີຕ້ອນຮັບຜູ້ແທນຫວຽດນາມ
ໃນຕອນແລງຂອງວັນທີ 04 ພະຈິກ 2011 ນີ້ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະຂົນສົ່ງ ໄດ້ຕອນ ຮັບຄະນະຜູ້ແທນຈາກ ສສ ຫວຽດນາມ ເຊີ່ງນຳໂດຍ ທ່ານ ເລແມງຮຸງ ລັດຖະມົນຊ່ວຍວ່າການ ກະຊວງຄົມມະນາຄົມ ແລະຂົນສົ່ງ ສສ ຫຽດນາມ ພ້ອມດ້ວຍຄະນະຕາມຄຳເຊີນຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ. ພິທີຕອນ ຮັບໄດ້ ຈັດ ຂຶ້ນ ຢູ່ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງ ຈັນ, ໃນລະຫວ່າງວັນທີ 4-5/11/2011.
ຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັນໃນຄັ້ງນີ້ແມ່ນເພື່ອຄວາມຮັດແໜ້ນ
ຄວາມສາມັກຄີ ຮັກແພງ ລະຫວ່າງສອງກະຊວງກໍຄື ກະຊວງ ໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ກະຊວງ ຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດ ນາມ, ທັງສອງຝ່າຍຍັງໄດ້ພົບປະປຶກສາຫາລືກັນ
ກ່ຽວກັບວຽກງານຕ່າງໆເຊັ່ນ: ການຈັດຕັ້ງປະຕິບັດໂຄງການທາງເລກ 2E ແຕ່ເມືອງຂົວ ຫາໄຕຈາງ,
ໂຄງການກໍ່ສ້າງທາງເລກ 4 (ADB 11) ແລະ ການອຳນວຍຄວາມສະດວກກັບການຂົນສົ່ງຜ່ານແດນ ລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ. ພ້ອມດຽວກັນນີ້ ທັງສອງຝ່າຍຍັງໄດ້ເຊັນບົດ
ບັນທຶກ ກອງປະຊຸມພົບປະສອງຝ່າຍ ເຊີ່ງຝ່າຍລາວແມ່ນ ທ່ານ ລັດຕະນະມະນີ ຄູນນີວົງ,ລັດຖະມົນ
ຕີຊ່ວຍ ວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ ແລະຝ່າຍຫວຽດນາມແມ່ນ ທ່ານ ເລແມງຮຸງ, ລັດຖະມົນຕີຊ່ວຍວ່າການ ກະຊວງຄົມມະນາຄົມ ແລະຂົນສົ່ງ ສສ ຫວຽດນາມ. ໃນນີ້ຄະນະຜູ້ແທນ ສສຫວຽດນາມ ຍັງໄດ້ສະແດງຄວາມດີອັກດີໃຈນຳຄະນະຜູ້ແທນຝ່ານລາວ ແລະ ໄດ້ສຳເລັດວຽກງານຢ່າງ
ມີປະສິດທິຜົນ. ຄະນະຜູ້ແທນດັ່ງກ່າວໄດ້ເດີນທາງກັບປະເທດໃນຕອນແລງຂອງວັນທີ 5/11/ 2011.
|
||