:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009



 

ທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງ ຢ້ຽມຢາມ ແລະເຮັດວຽກຢູ່ກອງ "ກ2"


     ໃນທ້າຍເດືອນມັງກອນ 2010 ຜ່ານມານີ້ທ່ານສົມມາດ ພົລເສນາ ກຳມະການສູນກາງພັກ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ກອງ "ກ2" ໂດຍໄດ້ຮັບການຕ້ອນຮັບຈາກສະຫາຍພັນເອກ  ຄຳຕານ ອິນຍະແສງ ວ່າການເລຂາພັກ ຫົວຫນ້າການທະຫານກອງ "ກ 2" ພ້ອມກັບບັນດາຄະນະ ແລະ ບັນດາພະແນກການ.
ໂອກາດທີ່ທ່ານລັດທະມົນຕີວ່າການກະຊວງໂຍທາ ແລະ ຂົນສົ່ງ ລົງມາຢ້ຽມຢາມໃນກອງ "ກ2" ຄັ້ງນີ້ ເພື່ອກວດກາເບິ່ງໂຄງການຕ່າງໆທີ່ທາງ ກະຊວງໂຍທາ ແລະ ຂົນສົ່ງຈະໄດ້ໃຫ້ການຊ່ວຍເຫລືອແກ່ກອງ "ກ2" ເປັນຕົ້ນແມ່ນໂຄງການກໍ່ສ້າງເສັ້ນທາງແບບຖາວອນເຂົ້າຄ້າຍກອງ "ຄ2" ໃນກອງ "ກ2" ໃນໂອກາດດັ່ງກ່າວ ທ່ານລັດທະມົນຕີວ່າການກະຊວງໂຍທາ ແລະ ຂົນສົງ ຍັງໄດ້ນຳເອົາຂອງຂວັນ  ແລະ ກະຕ່າດອກໄມ້ມອບໃຫ້ ເພື່ອອວຍພອນໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 61 ປີແກ່ຄະນະພັກ-ຄະນະບັນຊານາຍ ແລະ ພົນທະຫານ ໃນກອງ "ກ2" ພ້ອມທັງກ່າວສະແດງເຖິງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ ຕະຫລອດຮອດພະນັກງານສະມາຊິກພັກ-ນັກຮົບໃນກອງ "ກ2" ເຊິ່ງຍາມ ໃດກໍ່ໄດ້ເຄື່ອນໄຫວເຮັດສຳເລັດຫນ້າທີ່ການເມືອງຂອງຕົນ ເຊິ່ງຕະຫລອດໄລຍະຜ່ານມາສາມາດເຮັດໃຫ້ຂອບເຂດທີ່ກົມກອງຮັບຜິດຊອບ ໄດ້ມີຄວາມ ສະຫງົບ ໂດຍພື້ນຖານ. ສະຫາຍພັນເອກ ຄຳຕານ ອິນຍະແສງ ຫົວຫນ້າການທະຫານກອງດັ່ງກ່າວໄດ້ຕ່າງຫນ້າ ນາຍ ແລະ ພົນທະຫານສະແດງ ຄວາມຂອບອົກຂອບໃຈຕໍ່ທ່ານລັດທະມົນຕີ ກໍ່ຄືພັກລັດຂັ້ນເທິງ ທີ່ມີຄວາມເປັນຫ່ວງເປັນໄຍອູ້ມຊູຊ່ວຍເຫລືອແກ່ກອງ "ກ2" ມາໂດຍຕະຫລອດ ພ້ອມ ທັງອວຍພອນໃຫ້ທ່ານລັດຖະມົນຕີ ພ້ອມດ້ວຍຄະນະຈົ່ງມີສຸຂະພາບແຂງແຮງມີຜົນສຳເລັດໃນຫນ້າທີ່ວຽກງານ ແລະ ໃຫ້ສືບຕໍ່ໃຫ້ຄວາມໄກ້ສິດຕິດ ແທດ ແລະ ຊ່ວຍເຫລືອ ກອງ "ກ2" ອີກຕໍ່ໆໄປ.

* ຄັດຈາກ: ໜັງສືພິມກອງທັບປະຊາຊົນລາວ, ສະບັບລົງໃນວັນທີ 09 ກຸມພາ 2010