:: ຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນວຽກງານປາຍແຫລມ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ::

ລິງຂອງລັດຖະບານ

ລິ້ງເອກະສານ


Website Design - Small Business Web design
ວັນທີ 30 / 01 / 2009




ກອງປະຊຸມເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ່ VI

   ໃນຕອນເຊົ້າຂອງວັນທີ 23 ພະຈິກ 2011 ຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VI ພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ທ່ານ.ບຸນຈັນ ສິນລາຊະວົງ ກຳມະ ການສູນກາງຊາວໜຸ່ມ, ທັງເປັນເລຂາຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ. ກອງປະ ຊຸມຄັ້ງນີ້ຍັງມີທ່ານ ນາງ. ວິໄລຄຳ ໂພສາລາດ ຄະນະ ພັກກະຊວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນກະຊວງກໍ່ໄດ້ໃຫ້ກຽດເຂົ້າຮ່ວມ, ພ້ອມກັນນີ້ຍັງມີບັນດາທ່ານຕາງໜ້າຄະນະໜວ່ຍພັກຄະນະນຳຈາກ ກົມກອງລັດວິສາຫະກິດອ້ອມຂ້າງກະຊວງ, ຜູ້ຕາງໜ້າຈາກສະຫະພັນແມ່ຍິງ, ກຳມະບານກະຊວງ, ຄະນະບໍລິຫານຊາວໜຸ່ມກະຊວງ ພ້ອມສະມາຊິກ ຊາວໜຸ່ມ 200 ສະຫາຍເຂົ້າຮ່ວມ. 
ໃນກອງປະຊຸມຄັ້ງນີ້ນອກຈາກຮັບຟັງຜົນສຳເລັດກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VI ແລ້ວຍັງມີພິທີມອບໃບຍ້ອງຍໍ, ໃບຊົມເຊີຍ ຂອງສູນກາງຊາວໜຸ່ມໃຫ້ໜວ່ຍຮາກຖານດີເດັ່ນ, ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນໃນໄລຍະ 5 ປີ ຜ່ານມາ (2006 -2010) ຈຳນວນ 4 ໜວ່ຍ ຮາກຖານຊາວໜຸ່ມ ແລະ ປະເພດບຸກຄົນ 400 ກວ່າສະຫາຍ.
ພິທີມອບໃບຍ້ອງຍໍໃຫ້ພາກສ່ວນ ແລະ ບຸກຄົນທີ່ໄດ້ປະກອບສ່ວນເຂົ້າໃນກ້ອນກຳລັງຂອງຊົນຊັ້ນກຳມະກອນໃນງານສະເຫຼີມສະຫຼອງວຽງຈັນ ຄົບຮອບ 450 ປີ; ໃນນີ້ໄດ້ຮັບຫຼຽນກາແຮງງານ 05 ທ່ານ, ໃບຍ້ອງຍໍຂອງລັດຖະບານ 93 ທ່ານ ແລະ 4 ພາກສ່ວນພ້ອມທັງໃບຍ້ອງຍໍຈາກ ທ່ານເຈົ້າ ຄອງນະຄອນຫຼວງວຽງຈັນຈຳນວນນຶ່ງ ແລະ ໃນການຈັດພິທີຍ້ອງຍໍລະດັບຊາດຢູ່ຫໍວັດທະນະທຳແຫ່ງຊາດ ສຳລັບງານສະເຫຼີມສະຫຼອງວຽງຈັນເປັນ ນະຄອນຫຼວງຄົບຮອບ 450 ປີ ຜ່ານມາກະຊວງໂຍທາທິການ ແລະ ຂົນສົ່ງກໍ່ໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ເຊັ່ນດຽວກັນ.