ກອງປະຊຸມຂົນສົ່ງອາຊຽນ (36th STOM & 19th ATM)
ການພົບປະສອງຝ່າຍລາວ-ຈີນ
ໃນໂອກາດທີ່ທ່ານ ຢາງສວນຖັງ ພ້ອມຄະນະໄດ້ເດີນທາງມາຮ່ວມກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ+ສປ ຈີນ ແຕ່ວັນທີ 18-21 ທັນວາ 2013 ທີ່ເມືອງປາເຊ, ແຂວງຈໍາປາສັກ ນັ້ນ ໃນເວລາ 17:00 ຂອງວັນທີ 19 ທັນວາ 2013 ໄດ້ມີກອງປະຊຸມພົບປະປຶກສາຫາລືສອງຝ່າຍຂື້ນ ທີ່ຫ້ອງປະຊຸມຂອງໂຮງແຮມຈຳປາສັກ ແກຼນ ລະຫວ່າງກະຊວງໂຍທາ ທິການ ແລະຂົນສົ່ງ ແຫ່ງ ສປປ ລາວ ຕາງໜ້າໂດຍທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກັບ ກະຊວງຄົມມະ ນາຄົມຂົນສົ່ງ ແຫ່ງ ສປ ຈີນ ຕາງໜ້າໂດຍທ່ານ ຢາງສວນຖັງ ລັດຖະມົນຕີວ່າການ. ສອງຝ່າຍໄດ້ປຶກສາຫາລືກັນ ໃນບາງບັນຫາ ດັ່ງນີ້:
- ບົດສຶກສາສຳຫຼວດ-ວາງແຜນຕານ່າງເສັ້ນທາງຫຼວງທົ່ວປະເທດ: ຝ່າຍລາວ ສະເໜີໃຫ້ຝ່າຍຈີນ ຈັດສົ່ງຊ່ຽວຊານ ຂອງ ສປ ຈີນ ເພື່ອມາປະເມີນຄືນກ່ຽວກັບບົດລາຍງານໂຄງການດັ່ງກ່າວ, ພ້ອມກັນນັ້ນ ກໍ່ໃຫ້ຊ່ຽວຊານຈາກ ສປ ຈີນ ນຳສະເໜີບົດຮຽນ ແລະ ປະສົບການການວາງແຜນພັດທະນາຕານ່າງຄົມມະນາຄົມຂອງ ສປ ຈີນ ໃນໄລຍະ ຜ່ານມາ, ເພາະວ່າ ປັດຈຸບັນ ກະຊວງ ຍທຂ ກຳລັງມີແຜນການທີ່ຈະຮ່າງແຜນພັດທະນາແຕ່ນີ້ຫາປີ 2020 (ແຜນ 5 ປີຄັ້ງທີ່ 8) ແລະ ຫາປີ 2030 ໂດຍຈະນໍາສະເໜີໃນກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ 10. ຕໍ່ກັບການສະເໜີດັ່ງກ່າວ ຝ່າຍຈີນ ມີຄວາມຍິນດີທີ່ຈະຈັດສົ່ງຊ່ຽວຊານດັ່ງກ່າວ ມາເຮັດວຽກກັບຝ່າຍ ລາວໂດຍໄວ.
- ການປັບປຸງຄອງເດີນເຮືອໄລຍະທີ 2 ແລະ ການກໍ່ສ້າງທ່າເຮືອ ຈໍານວນ 05 ແຫ່ງ ຢູ່ລຽບແຄມນ້ຳຂອງຕອນ ເໜືອຂອງ ສປປ ລາວ: ຝ່າຍລາວ ໄດ້ນຳສະເໜີຕໍ່ຝ່າຍຈີນ ເພື່ອສະໜັບສະໜູນ ແລະ ເອົາເຂົ້າໃນແຜນການ ຕໍ່ກັບໂຄງການປັບປຸງຄອງເດີນເຮືອໄລຍະທີ 2 ແລະ ການກໍ່ສ້າງທ່າເຮືອ ຈໍານວນ 05 ແຫ່ງ ຢູ່ລຽບແຄມນ້ຳຂອງ ຕອນເໜືອຂອງ ສປປ ລາວ. ຕໍ່ກັບການສະເໜີດັ່ງກ່າວ ຝ່າຍຈີນມີຄວາມຍິນດີທີ່ຈະນຳໄປຄົ້ນຄວ້າ ແລະ ສະໜັບສະໜູນ.
- ການຕິດຕັ້ງລະບົບວິທະຍຸສື່ສານ ເພື່ອຄຸ້ມຄອງການເດີນເຮືອຕາມລຳແມ່ນ້ຳຂອງ: ຝ່າຍລາວ ສະເໜີຕໍ່ຝ່າຍຈີນ ເພື່ອສະໜັບສະໜູນຊ່ວຍເຫຼືອເຄື່ອງອຸປະກອນລະບົບວິທະຍຸສື່ສານ ເພື່ອຄຸ້ມຄອງການເດີນເຮືອຕາມລຳນ້ຳຂອງ ໂດຍມີຈຸດປະສົງນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນການສື່ສານເວລາເຮືອມີອຸປະຕິເຫດ, ການປ້ອງກັນການຄ້າຂາຍ ເຖື່ອນ ແລະອື່ນໆ. ຝ່າຍຈີນ ຈະນຳເອົາຂໍ້ສະເໜີດັ່ງກ່າວໄປຄົ້ນຄວ້າ ໂດຍປະສານກັບລະບົບການຄຸ້ມຄອງການ ເດີນເຮືອຢູ່ໃນເຂດແມ່ນ້ຳລ້ານຊ້າງ.
- ການເປີດຖ້ຽວບິນໂດຍສານວຽງຈັນ-ມາກາວ: ເນື່ອງຈາກວ່າ ຜ່ານມາ ສປປ ລາວ ກັບ ເຂດປົກຄອງພິເສດ ມາກາວ ສປ ຈີນ ໄດ້ມີສັນຍາຂົນສົ່ງທາງອາກາດຮ່ວມກັນແລ້ວ ແຕ່ປັດຈຸບັນຍັງບໍ່ທັນສາມາດເປີດຖ້ຽວບິນ ຂົນສົ່ງໂດຍສານ ວຽງຈັນ ກັບ ມາກາວ ສປ ຈີນ ໄດ້ເທື່ອ, ຊຶ່ງທາງອົງການການບິນຂອງມາກາວ ສປ ຈີນ ໄດ້ແຈ້ງໃຫ້ຊາບວ່າ ສາເຫດທີ່ບໍ່ສາມາດເປີດຖ້ຽວບິນໄດ້ແມ່ນເນື່ອງມາຈາກ ຍົນທີ່ສາຍການບິນລາວ ຈະນຳ ມາໃຊ້ນັ້ນ ເປັນຂະໜາດນ້ອຍ ແລະ ຕໍ່າ ຊຶ່ງທາງຝ່າຍອົງການການບິນຂອງມາກາວ ບໍ່ສາມາດຕັດສິນໄດ້ ຈຳເປັນ ຕ້ອງມີການພິຈາລະນາອະນຸມັດຈາກ ກະຊວງທີ່ກ່ຽວຂ້ອງຂອງ ສປ ຈີນ. ດັ່ງນັ້ນ ຝ່າຍລາວ ຈຶ່ງສະເໜີຕໍ່ຝ່າຍຈີນ ສະໜັບສະໜູນໃຫ້ມີການເປີດຖ້ຽວບິນໂດຍສານໂດຍໄວ. ຝ່າຍຈີນ ຈະນຳໄປພິຈາລະນາ.
- ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ: ຝ່າຍລາວ ໄດ້ສະເໜີຕໍ່ຝ່າຍຈີນກ່ຽວກັບການສະໜັບສະໜູນໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນ. ຕໍ່ກັບການສະເໜີດັ່ງກ່າວຝ່າຍຈີນ ໄດ້ມີຄວາມເຫັນວ່າ ຝ່າຍຈີນສະໜັບສະໜູນ ການກໍ່ສ້າງທາງລົດໄຟລາວ-ຈີນ, ຊຶ່ງລາຍລະອຽດແມ່ນໄດ້ເວົ້າໃນທີ່ປະຊຸມຢ່າງເປັນທາງການແລ້ວ.
- ໂຄງການປັບປຸງທາງ 13 ເໜືອ ແຕ່ຫຼວງພະບາງ-ປາກມອງ, ຍາວປະມານ 103 ກມ: ຝ່າຍລາວ ສະເໜີຝ່າຍຈີນ ສະໜັບສະໜູນໂຄງການປັບປຸງທາງ 13 ເໜືອ ແຕ່ຫຼວງພະບາງ-ປາກມອງ, ຍາວປະມານ 103 ກມ, ຊຶ່ງໂຄງ ການດັ່ງກ່າວນີ້ເປັນໂຄງການສືບຕໍ່ຈາກໂຄງການປັບປຸງທາງ 13 ເໜືອ ແຕ່ອຸດົມໄຊ-ປາກມອງ ທີ່ຈະລົງມືກໍ່ສ້າງ ໃນຕົ້ນປີ 2014 ນີ້. ຝ່າຍຈີນ ຍິນດີນຳໄປຄົ້ນຄວ້າ ແລະ ປະສານກັບພາກສ່ວນທີ່ກ່ຽວຂ້ອງ.
ການປະຊຸມລັດຖະມົນຕີຂົນສົ່ງຈີນ+ອາຊ່ຽນ ນັດພິເສດ: ຝ່າຍລາວ ສະໜັບສະໜູນ ສປ ຈີນ ທີ່ໄດ້ຈັດກອງປະຊຸມ ລັດຖະມົນຕີຂົນສົ່ງຈີນ+ອາຊ່ຽນ ນັດພິເສດ ທີ່ ນານນິງ ສປ ຈີນ ໃນເດືອນ 9 ປີ 2013 ທີ່ຜ່ານມາ, ແຕ່ຢາກໃຫ້ ກອງປະຊຸມດັ່ງກ່າວຈັດຂື້ນສອງປີຕໍ່ຄັ້ງ. ຕໍ່ການສະເໜີດັ່ງກ່າວຝ່າຍຈີນເຫັນດີຈັດໃນສອງປີຕໍ່ຄັ້ງ ຫຼື ຈັດແບບບໍ່ມີການ ກຳນົດເວລາ ໂດຍອີງໃສ່ສະພາບຕົວຈິງຂອງແຕ່ລະໄລຍະ ເພື່ອຈັດກອງປະຊຸມດັ່ງກ່າວ, ເພາະວ່າ ໃນແຕ່ລະປີກໍ່ໄດ້ ມີກອງປະຊຸມລັດຖະມົນຕີຂົນສົ່ງຈີນ+ອາຊ່ຽນ ແລ້ວ.
ການພົບປະສອງຝ່າຍ ລະຫວ່າງ ລາວ ແລະ ຍີ່ປຸ່ນ
ໃນວັນທີ 19 ທັນວາ 2013 ຢູ່ທີ່ໂຮງແຮມຈຳປາສັກແກຣນ, ເມືອງປາກເຊ, ແຂວງຈຳປາສັກ, ສປປ ລາວ ໄດ້ມີ ພິທີການພົບ ປະສອງຝ່າຍ ລະຫວ່າງ ສປປ ລາວ ນຳໂດຍທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ, ແລະ ຍີ່ປຸ່ນ ນຳໂດຍ ທ່ານ ຢາອິຈິ ນາກາຮາຣາ (Yaichi Nakahara), ລັດຖະມົນຕີຊ່ວຍ ວ່າການ ກະຊວງທີ່ດິນ, ໂຄງລ່າງ, ຂົນສົ່ງ ແລະທ່ອງທ່ຽວ. ແນໃສ່ເພື່ອສືບຕໍ່ ແລະ ຂະຫຍາຍການຮ່ວມມືທີ່ມີປະສິດ ທິພາບຍິ່ງຂຶ້ນ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນ ດັ່ງນີ້:
- ເລັ່ງກະກຽມ ແລະລົງນາມສັນຍາການບິນ (Air Service Agreement) ໃຫ້ສຳເລັດໂດຍໄວ;
- ຝ່າຍລາວ ເຫັນດີດ້ານຫລັກການ ຈະສືບຕໍ່ສະໜັບສະໜູນ ແລະຂະຫຍາຍສັນຍາໃຫ້ບໍລິສັດ L-JATS ເພື່ອດຳເນີນການບໍລິການຢູ່ຕຶກສະໜາມບິນສາກົນວັດໄຕ ໂດຍມີເງື່ອນໄຂໃຫ້ບໍລິສັດ L-JATS ຕ້ອງປັບປຸງ ຄຸນນະພາບການບໍລິການໃຫ້ໄດ້ມາດຕະຖານສາກົນ;
- ສອງຝ່າຍສົ່ງເສີມການຮ່ວມມືທາງວິຊາການ ໂດຍສືບຕໍ່ຈາກບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງ ນາມກັນໃນປີ ຜ່ານມາ ຊຶ່ງມີພຽງຂະແໜງຂົວທາງ ແລະຈະຂະຫຍາຍການຮ່ວມມືໃຫ້ກວມເອົາ ຫລາຍຂະແໜງການຕື່ມເຊັ່ນ: ການວາງແຜນຕົວເມືອງ, ລະບຽບຜັງເມືອງ, ໂລຈິສະຕິກ, ທາງ ລົດໄຟ ແລະອື່ນໆ; ຝ່າຍຍີ່ປຸ່ນຍັງແຈ້ງໃຫ້ຊາບ ວ່າ: ຈະພິຈາລະນາຂະຫຍາຍບົດບັນທຶກຄວາມ ເຂົ້າໃຈໃນອະນາຄົດອັນໃກ້ນີ້. ຝ່າຍຍີ່ປຸ່ນ ອາດຈະສົ່ງທ່ານ ອາດາຈິ (Adachi), ລັດຖະມົນຕີ ຊ່ວຍວ່າການ ຜູ້ຊີ້ນຳວຽກງານຮ່ວມມືທາງວິຊາການ ມາຢ້ຽມຢາມ ສປປ ລາວ;
- ຝ່າຍລາວ ສະເໜີໃຫ້ຝ່າຍຍີ່ປຸ່ນ ເພີ່ມການຊ່ວຍເຫລືອລ້າ ແລະເງິນກູ້ຢືມ ໃຫ້ ສປປ ລາວ ສຳລັບການພັດທະນາ ໂຄງລ່າງພື້ນຖານຄົມມະນາຄົມ-ຂົນສົ່ງ ຊຶ່ງປະກອບດ້ວຍໂຄງການກໍ່ ສ້າງເຂດໂລຈິສະຕິກ ທີ່ຮ່ວມມືກັບບໍລິສັດ ນິບປອນ ເອັກສເພຣສ (Nippon Express) ຊຶ່ງ ທ່ານ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ ໃນເວລາມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງ ການ; ຝ່າຍຍີ່ປຸ່ນ ແຈ້ງໃຫ້ຝ່າຍລາວ ຊາບວ່າ: ຈະພິຈາລະນາບົນພື້ນຖານການ ສຶກສາໂຄງການ.
- ຈະເຊີນບໍລິສັດຍີ່ປຸ່ນມາລົງທຶນ ຢູ່ ສປປ ລາວ ໃນຮູບແບບການຮ່ວມທຶນກັບ ບໍລິສັດລາວ (Joint Venture “JV”) ໃນຂະແໜງຂົນສົ່ງໃນຕົວເມືອງ ໂດຍສະເພາະແມ່ນການບໍລິການ ລົດເມສາທາລະນະ; ຕໍ່ກັບບັນຫານີ້, ຝ່າຍຍີ່ປຸ່ນ ແຈ້ງໃຫ້ຝ່າຍລາວຊາບວ່າ: ລັດຖະບານຍີ່ປຸ່ນ ຈະສ້າງກົນໄກໃໝ່ ເພື່ອຊຸກຍູ້ໃຫ້ບໍລິສັດຍີ່ປຸ່ນ ມາລົງ ທຶນໃນອາຊີ. ເຖິງຢ່າງໃດກໍຕາມ, ກົນໄກ ດັ່ງກ່າວຍັງບໍ່ທັນໄດ້ຖືກອະນຸມັດເປັນທາງການເທື່ອ;
- ຈະນຳໃຊ້ຜົນການສຶກສາຄວາມເປັນໄປໄດ້ທີ່ຝ່າຍຍີ່ປຸ່ນໃຫ້ການຊ່ວຍເຫລືອ ເພື່ອເປັນບ່ອນອີງ ໃນການຍົກ ລະດັບທາງຫລວງແຫ່ງຊາດເລກທີ 8 ແລະເລກທີ 12;
- ຈະຈັດສຳມະນາວິຊາການສຳລັບຂະແໜງຂົວທາງ ໂດຍເຊີນເອົາບັນດາບໍລິສັດຜູ້ຮັບເໝົາ ແລະບໍລິສັດທີ່ປຶກສາ ຍີ່ປຸ່ນ ທີ່ເຮັດວຽກຢູ່ ສປປ ລາວ ມາແລກປ່ຽນບົດຮຽນ ແລະປະສົບການ;
- ຝ່າຍລາວ ສະເໜີໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ສະໜັບສະໜູນໂຄງການຂົນສົ່ງມົນລະພິດຕ່ຳ ເປັນຕົ້ນ ແມ່ນ “ລົດໄຟຟ້າ”. ຕໍ່ກັບບັນຫານີ້, ຝ່າຍລາວ ແຈ້ງໃຫ້ຝ່າຍຍີ່ປຸ່ນຊາບ ກ່ຽວກັບໂຄງການ ຂອງ ກະຊວງສິ່ງແວດລ້ອມຍີ່ປຸ່ນ ທີ່ໃຫ້ ການສະໜັບສະໜູນການນຳໃຊ້ລະບົບຂົນສົ່ງມົນລະພິດຕ່ຳ.
- ຝ່າຍລາວ ສະແດງຄວາມຂອບໃຈ ແລະຮູ້ບຸນຄຸນ ຕໍ່ກະຊວງທີ່ດິນ, ໂຄງລ່າງ, ຂົນສົ່ງ ແລະທ່ອງ ທ່ຽວ ທີ່ໄດ້ສົ່ງ ຊ່ຽວຊານ ມາປະຈຳຢູ່ກະຊວງໂຍທາທິການ ແລະຂົນສົ່ງ ແຕ່ປີ 1996 ແລະຕີລາ ຄາສູງການປະກອບສ່ວນ ຂອງ ຊ່ຽວຊານໃນການຮ່ວມມືທາງວິຊາການ.
ກອງປະຊຸມລັດຖະມົນຕີຂົນສົ່ງ ອາຊຽນ ຄັ້ງທີ່ 19 ຈັດຂື້ນ ທີ່ຈຳປາສັກ
ກອງປະຊຸມລັດຖະມົນຕີຂົ່ນສົ່ງອາຊຽນຄັ້ງທີ່ 19 ບວກຄູ່ເຈລະຈາ 3 ປະເທດ ຄື: ສປ ຈີນ, ຍີ່ປູ່ນ ແລະ ສ.ເກົາຫຼີ ໄດ້ໄຂຂື້ນໃນວັນທີ່ 19 ທັນວາ ຜ່ານມານີ້ ທີ່ໂຮງແຮມຈຳປາສັກ ແກຣນເມືອງປາກເຊ ແຂວງຈຳປາສັກ ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີ ທ່ານເຈົ້າແຂວງໆຈຳປາສັກ ບັນດາລັດຖະມົນຕີວ່າການ ແລະ ຊ່ວຍວ່າການຂອງບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ ພະນັກ ງານ ກອງເລຂາອາຊຽນ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ດຣ ສອນໄຊ ສີພັນດອນ ເຈົ້າແຂວງຈຳປາສັກ ໄດ້ຂື້ນກ່າວຕ້ອນຮັບບັນດາແຂກ ເຊິ່ງມີບາງຕອນ ທ່ານ ກ່າວວ່າ: ຂ້າພະເຈົ້າຕີລາຄາສູງຕໍ່ການຈັດກອງປະຊຸມລະດັບສາກົນທີ່ມີ ຄວາມ ໝາຍສຳຄັນນີ້ ເຊີ່ງຈະເປັນການປະກອບສ່ວນອັນສຳຄັນໃນການພົວພັນຮ່ວມມື ແລະ ເຊື່ອມໂຍງທາງດ້ານເສດຖະກິດ ໃນພາກພື້ນ ແລະສາກົນ ເປັນຕົ້ນແມ່ນໃນຖານະທີ່ ສປປ ລາວ ຫາກໍ່ໄດ້ເຂົ້າເປັນສະມາຊິກ ທີ 138 ຂອງອົງການການຄ້າໂລກ ໃນປີທີ່ຜ່ານມາ ແລະ ການກະກຽມເຂົ້າສູ່ສະມາຄົມເສດຖະກິດອາຊຽນ ໃນປີ 2015. ສຳລັບແຂວງຈຳປາສັກເຊີ່ງເປັນແຂວງໃຈກາງຂອງບັນດາແຂວງພາກໃຕ້ ຂອງ ສປປ ລາວ, ຢູ່ໃນບັນດາແຂວງໃນຂອບການຮ່ອມມືພັດທະນາ 3 ຫລຽມ ACMECS, GMS ແລະເສດຖະກິດຂອງ 4 ປະ ເທດ ກໍ່ຈະສົມທົບຄວາມພະຍາຍາມ ແລະປະກອບສ່ວນທຸກຢ່າງ ເພື່ອເຮັດໃຫ້ຂົງເຂດນີ້ເກີດມີການພົວພັນຮ່ວມມືກັນ, ພັດທະນາຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຫຼາຍກວ່າເກົ່າ. ຈາກນັ້ນໃນພິທີ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ໃຫ້ກຽດຂື້ນກ່າວປາໄສໃນກອງປະຊຸມເຊິ່ງມີບາງຕອນທ່ານໄດ້ເວົ້າວ່າ: ໂດຍແນ່ໃສຫັນເອົາຈຸດພິເສດທາງດ້ານທີ່ຕັ້ງພູມສາດທີ່ເປັນທ່າແຮງຂອງປະເທດ ໃຫ້ກາຍເປັນກາລະໂອກາດທີ່ເອື້ອອຳນວຍໃຫ້ແກ່ການພັດທະນາໂດຍລວມຂອງຕົນຕະຫຼອດໄລຍະທີ່ຜ່ານມາລັດຖະບານຈິງໄດ້ກຳນົດທິດທາງເພື່ອຫັນ ສປປ ລາວ ເປັນປະເທດ ທີ່ບໍລິການທາງຜ່ານຂອງອະນຸພາກພື້ນເຂົ້າໃນແຜນຍຸດທະສາດການພັດທະນາຂອງຕົນ ຮອດປີ 2020, ໃນນັ້ນວຽກງານເຊື່ອມຈອດອາຊຽນກໍ່ຖືວ່າເປັນວຽກບຸລິມະສິດອັນດັບໜຶ່ງໃນຂະບວນວິວັດແຫ່ງການເຊື່ອມໂຍງ ສປປ ລາວ ກັບພາກພື້ນ ແລະ ສາກົນ. ລັດຖະບານ ຍາມໃດກໍ່ຖືເອົາການຄົມມະນາຄົມ-ຂົນສົ່ງ ເປັນປາຍແຫຼມຂອງເສດຖະກິດແຫ່ງຊາດ ໂດຍໄດ້ຂຸດຄົ້ນນຳໃຊ້ທຶນຢ່າງຫຼວງຫຼາຍທັງພາຍໃນ ແລະ ຈາກການຊ່ວຍເຫຼືອສະໜັບສະໜູນຈາກບັນດາປະເທດເພື່ອນມິດ ແລະ ສາກົນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ-ຂົນສົ່ງ ຂອງປະເທດຢ່າງຕັ້ງໜ້າ, ທັງໝົດນີ້ກໍ່ເພື່ອສົ່ງເສີມການໄປມາຫາສູ່, ການທ່ອງທຽ່ວ, ການຄ້າ ແລະ ການດຶງດູດການລົງທຶນ ຢູ່ພາຍໃນຄອບຄົວອາຊຽນ ຂອງພວກເຮົາ ກໍ່ຄືການເຊື່ອມໂຍງກັບພາກພື້ນ ແລະສາກົນ. ທ່ານນາຍົກໃຫ້ຮູ້ຕື່ມອີກວ່າ: ເຖິງແມ່ນວ່າ ສປປ ລາວ ຈະປະສົບຜົນສຳເລັດໃນການພັດທະນາໃນການສ້າງສິງອຳນວຍຄວາມສະດວກຕ່າງໆໃຫ້ແກ່ການຄົມມະນາຄົມ ຂົນສົ່ງ ທາງບົກທາງນ້ຳ ທາງອາກາດ ແລະ ທາງລົດໄຟ ເຊັ່ນ: ໄດ້ກໍ່ສ້າງຍົກລະດັບບັນດາເສັ້ນທາງອາຊຽນທີ່ຜ່ານ ສປປ ລາວ, ພັດທະນາສະໜາມບິນ ແລະ ອື່ນໆ. ແຕ່ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນກໍ່ຍັງມີຫຼາຍອັນທີ່ເປັນສິ່ງທ້າທາຍ ໂດຍສະເພາະທຶນຮອນທີ່ມີຈຳກັດ ແຕ່ຄວາມຕ້ອງການພັດທະນາແມ່ນມີສູງ ນອກນັ້ນການບູລະນາຮັກສາພື້ນຖານໂຄງລ່າງທີ່ມີແລ້ວໃຫ້ນຳໃຊ້ຢ່າງຍາວນານ, ການແກ້ໄຂຜົນກະທົບຈາກໄພທຳມະຊາດ ແລະ ໄພພິບັດຕ່າງໆ ກໍ່ລ້ວນແຕ່ມີຄວາມຮຽກຮ້ອງຕ້ອງການທຶນຮອນຈຳນວນຫຼາຍຕື່ມອີກ, ສະນັ້ນເພື່ອຈັດຕັ້ງເຊື່ອມຈອດອາຊຽນໃຫ້ເປັນຮູບປະທຳມັນຮຽກຮ້ອງໃຫ້ພວກເຮົາຕ້ອງຮ່ວມກັນຄົ້ນຄົ້ວ ຊອກຫາວິທີແກ້ໄຂສິ່ງທ້າທາຍດັ່ງກ່າວຢ່າງມີປະສິດທິຜົນ. ປັດຈຸບັນລັດຖະບານ ພວມລິເລີ່ມກະກຽມຮູບແບບສົ່ງເສີມການລົງທຶນຮ່ວມກັນລະຫວ່າງພາກລັດ ແລະ ພາກທຸລະກິດເຂົ້າໃນການກໍ່ສ້າງ ແລະ ຍົກລະດັບເສັ້ນທາງ ເຊິ່ງເຫັນວ່າເປັນທາງເລືອກທີ່ດີ ແລະ ເຊື່ອໝັ້ນວ່າກອງປະຊຸມຄັ້ງນີ້ຈະເປັນການປະກອບສ່ວນຊຸກຍູ້ສົ່ງເສີມ ແລະ ເສີມສ້າງຄວາມເຂັ້ມແຂງຢ່າງຕັ້ງໜ້າໃນການພັດທະນາ ດ້ານຄົມມະນາຄົມ-ຂົນສົ່ງ ໂດຍສະເພາະແມ່ນການເຊື່ອມຈອດອາຊຽນໃຫ້ມີຄວາມສະດວກວ່ອງໄວ, ປອດໄພ ແລະ ທັນສະໄໝອີກລະດັບໜຶ່ງ.