ສູ້ຊົນພັດທະນາຂະແໜງການ ໂຍທາທິການ ແລະ ຂົນສົ່ງ ຕາມວິໃສທັດ ຮອດປີ 2030: “ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫລມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”
ກອງປະຊຸມໂຍທາທິການ ແລະຂົນສົ່ງ ທົ່ວປະເທດ ປະຈຳປີ 2016 ໄດ້ຈັດຂື້ນໃນລະຫວ່າງວັນທີ 21-22/2/2017 ໃນໄດ້ໄຂຂຶ້ນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົນ 5 ປີ ຄັ້ງທີ VIII ຂອງລັດ.
ຈຸດປະສົງຂອງກອງປະຊຸມ ຍທຂ ທົ່ວປະເທດ ໃນຄັ້ງນີ້ ແມ່ນເພື່ອ: (1) ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນການສົກງົບປະມານປີ 2014-2015, 2015-2016 ແລະວາງທິດທາງແຜນພັດທະນາປະຈຳປີ 2017 ຂອງກະຊວງ ຍທຂ ຕິດພັນກັບການແກ້ໄຂບັນຫາຄົງຄ້າງ ທີ່ພົ້ນເດັ່ນ ຕາມທິດສ້າງບາດກ້າວບຸກທະລຸ 4 ດ້ານ ຂອງ ຂະແໜງການ ຍທຂ; (2) ຜ່ານຮ່າງວິໄສທັດຮອດປີ 2030, ຍຸດທະສາດພັດທະນາຂະແໜງການ ຍທຂ 10 ປີ 2016- 2025 ແລະແຜນພັດທະນາຂະແໜງການ ຍທຂ 5 ປີ 2016-2020; (3) ຜ່ານຮ່າງຄຳສັ່ງຂອງ ນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງລາຄາ ແລະຄຸນນະພາບການກໍ່ສ້າງ ຂອງບັນດາ ໂຄງການລົງທຶນຂອງລັດ ໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງ ດ້ານໂຍທາທິການ ແລະຂົນສົ່ງ.
ພັກ ໄດ້ກຳນົດນະໂຍບາຍຖືເອົາຂະແໜງການ ໂຍທາທິການ ແລະ ຂົນສົ່ງ ເປັນຂະແໜງການ ປາຍແຫຼມຂອງເສດຖະກິດ, ເມື່ອການຄົມມະນາຄົມ-ຂົນສົ່ງຂະຫຍາຍຕົວຮອດໃສ ການຜະລິດ ສິນຄ້າສິນຄ້າຢູ່ບ່ອນນັ້ນກໍຈະກໍຕົວ ແລະ ຂະຫຍາຍຕົວ, ແລະ ຍັງເປັນກຳລັງແຮງຊຸກ ດັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງ, ປະກອບສ່ວນສໍາຄັນ ໃຫ້ແກ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການເຊື່ອມໂຍງທາງດ້ານ ເສດຖະກິດກັບພາກພື້ນ ແລະ ສາກົນ ແລະ ການບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ຂອງປະເທດ. ນັບແຕ່ປີ ປີ 2014 ຫາປີ 2016, ໃນການຜັນຂະຫຍາຍມະຕິຂອງກອງປະຊຸມ ໃຫ່ຍຄັ້ງທີ IX ຫາ X ຂອງພັກ ໃຫ້ກາຍເປັນແຜນການຈັດຕັ້ງປະຕີບັດຕົວຈິງນັ້ນ, ຂະແໜງການ ໂຍທາທິການ ແລະຂົນສົ່ງ ໄດ້ປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃນຖານະທີ່ເປັນ ຂະແໜງການປາຍແຫຼມຂອງເສດຖະກິດແຫ່ງຊາດ ໂດຍສະເພາະໄດ້ຖືເອົາເນື້ອໃນຈາກທິດນຳ ຄື: ມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກ: “ຂະຫຍາຍ ແລະ ຍົກລະດັບແລວທາງ ເສດຖະກິດໃຫ້ເປັນທາງດ່ວນເຊື່ອມຈອດກັບບັນດາປະເທດໃຫ້ຄຽງ, ຄົ້ນຄ້ວາສ້າງແຜນຜັງ ແລະ ການພັດທະນາຕົວເມືອງ ໃຫ້ເປັນໃຈກາງຊຸກຍູ້ແກ່ດຶງການພັດທະນາໃນເຂດພື້ນທີ່ອ້ອມຮອບ, ເອົາຕົວເມືອງໃຫ້ເປັນໃຈກາງການພັດທະນາຊົນນະບົດເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ຫັນປະເທດເຮົາເປັນໃຈກາງການບໍລິການຂົນສົ່ງສິນຄ້າ ແລະ ໂດຍສານຜ່ານໃນອະນຸພາກພື້ນ ໃຫ້ເປັນຈິງ...” ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ: “ຍົກລະດັບ ແລະ ຂະຫຍາຍພື້ນຖານໂຄງລ່າງເສດຖະກິດຢ່າງມີຈຸດສຸມ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງ ຕ້ອງການພັດທະນາທັງເປັນການເສີມຂະຫຍາຍທ່າແຮງພູມສາດເປັນໃຈກາງຂອງອະນຸພາກພື້ນ ໂດຍການພັດທະນາແລວທາງເຊື່ອມຈອດອາຊຽນ ລວມທັງທາງລົດໄຟໃຫ້ໄດ້ມາດຕະຖານສາກົນ, ສົ່ງເສີມຍົກລະດັບກໍາລັງການຂົນສົ່ງພາຍໃນໃຫ້ສູງຂື້ນຕາມທິດຫັນເປັນອຸດສະຫະກໍາການຂົນສົ່ງ ແລະ ໂລຈິສຕິກ (ລະບົບການບໍລິການຂົນສົ່ງທີ່ທັນສະໄໝຄົບຊຸດ) ເພື່ອໃຫ້ເຊື່ອມໂຍງຢ່າງເປັນ ລະບົບກັບພາກພື້ນ ແລະ ສາກົນ”.
ນັບແຕ່ປີ 2014 ມາຮອດປະຈຸບັນ ໂດຍປະຕິບັດຕາມທິດສ້າງ ບາດກ້າວບຸກທະລຸ 4 ດ້ານ ຂະແໜງການ ຍທຂ ໄດ້ມີຜົນສຳເລັດໃນການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ຄື: (1) ວຽກງານຂົນສົ່ງ ແລະ ແກ້ໄຂລົດແອອັດ ແລະ ອຸປະຕິເຫດ ສະແດງອອກ ດັ່ງນີ້: ກ່ຽວກັບຜົນສຳເລັດດ້ານບໍລິການການຂົນສົ່ງໂດຍສານ ແລະສິນຄ້າ ທາງບົກ, ທາງນ້ຳ, ທາງອາກາດ ແລະທາງລົດໄຟ ຄື: ການຂົນສົ່ງທາງບົກ: ແມ່ນການຂົນສົ່ງຫລັກຂອງປະເທດເຮົາ, ໃນປີ 2016 ສາມາດປະຕິບັດການຂົນສົ່ງໂດຍສານໄດ້ 52,11 ລ້ານເທື່ອຄົນ ແລະປະຕິບັດການຂົນສົ່ງສິນຄ້າໄດ້ 4,86 ລ້ານໂຕນ; ການຂົນສົ່ງທາງນ້ຳ: ໂດຍຜ່ານທ່າເຮືອ 18 ແຫ່ງທົ່ວປະເທດ ໃນປີ 2016 ປະຕິບັດການຂົນສົ່ງສິນຄ້າໄດ້ 2,06 ລ້ານໂຕນ ແລະປະຕິບັດການຂົນສົ່ງໂດຍສານໄດ້ 1,67 ລ້ານເທື່ອຄົນ; ນອກຈາກນີ້, ພວກເຮົາຍັງມີທ່າເຮືອຫວຸງອາງ ທີ່ເປັນທ່າເຮືອຫຸ້ນສ່ວນຂອງລາວ ແລະຫວຽດນາມ ມີສິນຄ້າຜ່ານໃນປີ 2016 ຈຳນວນ 1,02 ລ້ານໂຕນ; ການຂົນສົ່ງທາງອາກາດ: ບໍລິມາດການບໍລິການຂົນສົ່ງທາງອາກາດ ໃນປີ 2016 ສາມາດຂົນສົ່ງໂດຍສານ (ທັງພາຍໃນ ແລະຕ່າງປະເທດ) ຈຳນວນ 1,07 ລ້ານຄົນ ແລະການຂົນສົ່ງສິນຄ້າ 8.957 ໂຕນ; ການຂົນສົ່ງໂດຍສານທາງລົດໄຟ: ໃນປີ 2016 ປະຕິບັດໄດ້ 32.248 ເທື່ອຄົນ ແລະ ການຄຸ້ມຄອງ ພາຫະນະ: ຈໍານວນພາຫະນະ (ລັດຈັກ, ລົດສາມລໍ້ ຈົນຮອດລົດເມ) ທີ່ຂຶ້ນທະບຽນໃນທົ່ວປະເທດ ໃນປີ 2016 ຈໍານວນພາຫະນະທົ່ວປະເທດ ມີ 1.790.624 ຄັນ ສະແດງວ່າ ໃນ 1 ປີ ຈຳນວນພາຫະນະ ເພີ່ມຂຶ້ນປະມານ 73.130 ຄັນ, ອັນສຳຄັນໄດ້ສົມທົບກັບອົງການປົກຄອງທ້ອງຖິນໄດ້ແກ້ ໄຂການພິມໃບຂັບຂີ ແລະ ທະບຽນພາຫະນະທີ່ຄາຄາມາຫລາຍປີ ສຳເລັດໃນຂອບເຂດທົ່ວປະເທດ ແລະ ນຳໃຊ້ລະບົບການຄຸ້ມຄອງ ແລະ ພິມໃບທະບຽນ ແລະ ໃບຂັບຂີ່ແບບທັນສະໄໝ ໂດຍການນໍາໃຊ້ລະບົບຂອງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ເປັນຕົວແບບ ແລະ ຂະຫຍາຍໄປສູ່ແຂວງອື່ນໃນທົ່ວປະເທດ. ສຳລັບການແກ້ໄຂຄວາມແອອັດ ຂອງການຈະລາຈອນໃນຕົວເມືອງຢູ່ນະຄອນຫຼວງວຽງຈັນ ກໍ່ພວມໄດ້ຮັບການແກ້ໄຂຢ່າງເປັນລະບົບ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ຫ້າມລົດບັນທຸກຂະໜາດໃຫຍ່ແລ່ນເຂົ້າຕົວເມືອງ, ຫ້າມຈອດ ລົດຊະຊາຍຕາມແຄມທາງ ແລະ ບ່ອນທີ່ມີການຈະລາຈອນໜາແໜ້ນ, ສໍາເລັດການຕິດຕັ້ງ ໄຟອໍານາດເພື່ອແກ້ໄຂບັນຫາລົດຕິດຢູ່ຕາມຈຸດທາງຄົບກັນຫລາຍຈຸດໃນນະຄອນຫລວງວຽງັຈນ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການຂົນສົ່ງທີ່ຍືນຍົງຢູ່ນະຄອນຫຼວງວຽງຈັນໂດຍທືນຂອງ ADB (Vientiane Urban Sustainable Transport).
(2) ການຈັດຕັ້ງປະຕິບັດການຄຸ້ມຄອງໂຄງ ການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ: ວຽກງານຂົວທາງ: ການຄຸ້ມຄອງບັນດາໂຄງການ ກໍ່ສ້າງພື້ນຖານໂຄງລ່າງ ແມ່ນວຽກຈຸດສຸມໜຶ່ງທີ່ພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ. ໃນປີ ຜ່ານມາ ກະຊວງ ຍທຂ ໄດ້ສຳເລັດບັນດາໂຄງການທີ່ມີຄວາມສໍາຄັນ ໃນການເຊື່ອມຈອດເຊື່ອມໂຍງພາຍໃນ ແລະພາກພື້ນ ເປັນຕົ້ນ: ສໍາເລັດໂຄງການກໍ່ສ້າງຂົວຂ້າມນ້ຳຂອງດອນໂຂງ, ໂຄງການກໍ່ສ້າງທາງ 15A ແລະ 15B ແຕ່ນາປົ່ງ-ຊາຍແດນຫວຽດນາມ, ໂຄງການປັບປຸງ ທາງເລກ 9 (ຊ່ວງຍີ່ປຸ່ນຊ່ວຍເຫລືອ), ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງປາກແບ່ງ ແລະພວມສືບຕໍ່ຈັດຕັ້ງປະຕິບັດ ບັນດາໂຄງການ ສຳຄັນອື່ນໆອີກຈຳນວນໜຶ່ງ. ນອກຈາກນັ້ນ, ເພື່ອຮັບປະກັນການຄົມມະນາຄົມ-ຂົນສົ່ງ ໃຫ້ມີຄວາມສະດວກໂລ່ງລ່ຽນ ພວກເຮົາໄດ້ສຸມໃສ່ການ ບູລະນະສ້ອມແປງ ຕາຫນ່າງເສັ້ນທາງ ຫລວງ ໃຫ້ສາມາດຮັບໃຊ້ການຂົນສົ່ງ ທີ່ສະດວກ ໂລ່ງລ່ຽນ, ຊຶ່ງໃນປີຜ່ານມາ ແມ່ນມີທັງໝົດ 202 ສັນຍາ ໃນທົ່ວປະເທດ; ວຽກງານເຄຫາຜັງເມືອງ: ເພື່ອແນໃສ່ປັບປຸງຕົວເມືອງ ແລະທີ່ຢູ່ອາໄສໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະດວກສະບາຍ, ສະອາດ ແລະປອດໄພ, ກະຊວງ ຍທຂ ໄດ້ສຳເລັດການຮ່າງບັນດານິຕິກຳທີ່ເປັນພື້ນຖານໃນການຄຸ້ມຄອງວຽກງານເຄຫາຜັງເມືອງ ເຊັ່ນ: ມາດຕະຖານການອອກແບບສໍານັກງານອົງການຂອງລັດຂັ້ນພື້ນຖານ, ຮ່າງລະບຽບ ການຄວບຄຸມອາຄານ ແລະລາຄາຫົວໜ່ວຍການກໍ່ສ້າງເຄຫາ. ໄດ້ຄົ້ນຄ້ວາປະກອບຄໍາເຫັນຕໍ່ ເອກະສານກໍ່ສ້າງອາຄານຂອງລັດທັງໝົດ 151 ໂຄງການ ສາມາດດັດປັບລາຄາໂຄງການລົງໄດ້ 88 ຕື້ກວ່າກີບ. ນອກນີ້ຍັງຄຸ້ມຄອງການປະຕິບັດບັນດາໂຄງການລົງທຶນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບຢ່າງມີຄວາມຄືບໜ້າເຊັ່ນ: ໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ອະນຸພາກພື້ນແມ່ນ້ຳຂອງ 1 (ເມືອງໄກສອນພົມວິຫານ, ເມືອງພີນ, ແດນສະຫວັນ, ເມືອງເຊໂປນ) ປະຕິບັດໄດ້ 39,4%; ໂຄງການປັບປຸງສີ່ງແວດ ລ້ອມຕົວເມືອງ ປາກເຊ ປະຕິບັດໄດ້ 41,8% ແລະໂຄງການອື່ນໆ; ວຽກງານໂຍທາທິການທາງນ້ຳ: ໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນສຳເລັດຫລາຍໂຄງການເຊັ່ນ: ໂຄງການປ້ອງ ກັນຕະຝັ່ງເຈື່ອນທ່ານາແລ້ງ-ດົງໂພສີ ນະຄອນຫລວງວຽງຈັນ (ຊ່ວງທີ 1), ໂຄງການ ປ້ອງກັນຕະຝັ່ງເຈື່ອນບ້ານ ດອຍແດງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະຈຸດອື່ນໆ; ວຽກງານການບິນພົນລະເຮືອນ: ໄດ້ເອົາໃຈໃສ່ປັບປຸງຂໍ້ຄົງຄ້າງທີ່ອົງການການບິນພົນລະເຮືອນ ສາກົນໄດ້ໃຫ້ຄຳເຫັນ ໂດຍສະເພາະ ມາດຕະຖານຄວາມປອດໄພຮອບດ້ານ ຕາມມາດຕະຖານ ສາກົນໃນປີ 2010 ແລະຜົນການກວດກາໃນປີ 2015 ພວກເຮົາສາມາດຜ່ານການກວດສອບ ດ້ານຄວາມປອດໄພຮອບດ້ານ ການບິນດ້ວຍຄະແນນ 73% ໄດ້ສຳເລັດການ ປັບປຸງບັນ ດານິຕິກໍາ ແລະຄູ່ມືຕ່າງໆເຊັ່ນ: ລະບຽບການຮັກສາຄວາມປອດໄພການບິນ, ຄູ່ມືຄວບຄຸມ ການເຂົ້າອອກສະໜາມບິນ. ນອກ ຈາກນີ້, ຍັງເປັນເຈົ້າການຈັດຕັ້ງປະຕິບັດ ແລະຄົ້ນຄວ້າ ແກ້ໄຂເອກະສານ ເຕັກນິກຕ່າງໆ ກ່ຽວກັບການຄຸ້ມຄອງສະໜາມບິນ, ປັບປຸງຂໍ້ມູນສະໜາມ ບິນເພື່ອອອກຂ່າວສານການບິນ, ຕິດຕາມການດຳເນີນ ງານເພື່ອຂໍຂຶ້ນທະບຽນ ແລະອອກໃບຢັ້ງຢືນສະໜາມບິນ, ຄົ້ນຄວ້າສ້າງ ແຜນພັດທະນາພື້ນ ຖານໂຄງລ່າງສະໜາມບິນ ແລະເດີ່ນບິນ. ສຳລັບການຍົກລະດັບພື້ນຖານໂຄງລ່າງດ້ານການບິນ, ໄດ້ສໍາເລັດໂຄງການກໍ່ສ້າງ ສະໜາມບິນຢູ່ແຂວງອັດຕະປື ແລະ ໂຄງການປັບປຸງກໍ່ສ້າງ ສະໜາມບິນປາກເຊ (ໄລຍະ 2). ພວມສຸມໃສ່ປະຕິບັດໂຄງການກໍ່ສ້າງຂະຫຍາຍອາຄານຜູ້ໂດຍສານສາຍຕ່າງປະເທດສະໜາມບິນສາກົນວັດໄຕ; ວຽກງານນໍ້າປະປາ: ພາຍຫລັງສ້າງຕັ້ງກົມນໍ້າປະປາ, ບັນດາວຽກງານນໍ້າປະປາກໍ່ຍັງ ໄດ້ສືບຕໍ່ໄດ້ຮັບການປັບປຸງ, ພັດທະນາ ແລະມີຜົນສຳເລັດຂື້ນເທື່ອລະກ້າວ, ໂດຍສະເພາະໄດ້ສໍາ ເລັດການປະຕິບັດ ໂຄງການກໍ່ສ້າງລະບົບນໍ້າປະປາຕົວເມືອງທ່າແຂກ ແຂວງຄຳມ່ວນ ແລະພວມສືບຕໍ່ ປະຕິບັດ ໂຄງການອື່ນໆ ຢ່າງມີຄວາມຄືບໜ້າເຊັ່ນ: ໂຄງການກໍ່ສ້າງ ແລະຂະຫຍາຍນ້ຳປະປາດົງ ໝາກຄາຍໄລຍະ 2, ໂຄງການກໍ່ສ້າງນ້ຳປະປາ 5 ຕົວເມືອງ ໂດຍໄດ້ຮັບທຶນຈາກອົງການ NEDA; ວຽກງານທາງລົດໄຟ: ແມ່ນວຽກງານໜຶ່ງທີ່ໄດ້ມີ ຄວາມຄືບໜ້າ ແລະມີອັນພົ້ນເດັ່ນຫລາຍ ດ້ານເປັນຕົ້ນ: ໄດ້ສໍາເລັດໂຄງການຮ່ວມມືທາງລົດ ໄຟລາວ-ໄທ ໄລຍະ II, ສ່ວນໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ແມ່ນກຳລັງຂຸ້ນຂ້ຽວຈັດຕັ້ງປະຕິບັດຕາມແຜນການ.
(3) ວຽກງານນິຕິກຳ: ໄດ້ສຳເລັດການປັບປຸງກົດໝາຍວ່າດ້ວຍທາງຫລວງ ຊຶ່ງໄດ້ຜ່ານການຮັບ ຮອງຈາກສະພາແຫ່ງຊາດໃນທ້າຍປີ 2016, ໄດ້ຮັບການອະນຸມັດດໍາລັດວ່າດ້ວຍກອງທຶນ ທາງສະບັບເລກທີ 130/ລບ, ລົງວັນທີ 01 ມີຖຸນາ 2016 (ສະບັບປັບປຸງ) ທີ່ຜ່ານມາ, ນອກຈາກນັ້ນ ຍັງໄດ້ຄົ້ນ ຄ້ວາຢັ້ງຢືນແຜນການສ້າງ ແລະປັບປຸງກົດໝາຍ 5 ປີ ຂອງຂະແໜງການ ຍທຂ ສົ່ງໃຫ້ ກະຊວງຍຸຕິທໍາ ເພື່ອນໍາສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ. ພ້ອມກັນນີ້ ຍັງໄດ້ຊຸກຍູ້ໃຫ້ບັນດາກົມກໍານົດແຜນປັບປຸງ ແລະສ້າງກົດໝາຍຂອງຕົນ ໃຫ້ທ່ວງທັນກັບເວລາ.
(4) ວຽກງານກວດກາຂອງຂະແໜງການ ຍທຂ: ແມ່ນໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະດໍາເນີນວຽກງານຂອງຕົນຢ່າງຕໍ່ເນື່ອງ, ໃນນີ້ ໄດ້ລົງຊຸກຍູ້ການເຄື່ອນໄຫວ ຈັດຕັ້ງປະຕິບັດ ພາລະບົດບາດສິດ ແລະໜ້າທີ່ຂອງຂະແໜງກວດກາພະແນກ ຍທຂ ປະຈໍາແຂວງ; ໄດ້ລົງຕິດຕາມກວດກາການບໍລິການຂົນສົ່ງໂດຍສານ ລະຫວ່າງນະຄອນຫຼວງ ວຽງຈັນ-ບັນດາ ແຂວງພາກເໜືອ. ຕິດຕາມກວດກາໂຄງການກໍ່ສ້າງ ທີ່ໃຊ້ເງິນລົງທຶນຂອງລັດເລີ່ມ ແຕ່ຫົວທີເຊັ່ນ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງບ້ານຫາດແກ້ວ-ກ້ອນຕື້ນ ເມືອງປາກທາ ແຂວງບໍ່ແກ້ວ ແລະບັນດາໜ້າວຽກອື່ນໆ ທີ່ຕິດພັນກັບວຽກງານໃນຂະແໜງການ.
(5) ການຈັດຕັ້ງປະຕິບັດວຽກງານ 3 ສ້າງ: ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍດຳລັດເລກທີ 03/ກມສພ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັດທະນາ, ໂດຍໄດ້ດຳເນີນການຈັດຕັ້ງ ປະຕິບັດຢ່າງຕໍ່ເນື່ອງ ເປັນຕົ້ນ: ໄດ້ດຳເນີນການເກັບກຳສະພາບການຈັດຕັ້ງປະຕິບັດ ຕົວຈິງຢູ່ທ້ອງຖິ່ນ ກ່ຽວກັບການ ປະຕິບັດການເຮັດທົດລອງວຽກງານສາມສ້າງໄລຍະ 2012-2016, ໂດຍສະເພາະ 42 ໜ້າວຽກທີ່ມອບໃຫ້ພະແນກຍທຂ ແຂວງ/ນະຄອນຫລວງ ແລະ 47 ໜ້າວຽກໃຫ້ຫ້ອງການ ຍທຂ ເມືອງທົດລອງ. ນອກຈາກນັ້ນ, ຍັງໄດ້ສຳເລັດການຈັດ ສຳມະນາຫົວຂໍ້ "ການວາງແຜນ ແລະການຄຸ້ມຄອງຜັງເມືອງ" ໃຫ້ແກ່ເມືອງ 3 ສ້າງ ໃນ 8 ແຂວງພາກເໜືອ.
ເວົ້າລວມແລ້ວ ກະຊວງໂຍທາທິການ ແລະຂົນສົ່ງ ໃນຖານະທີ່ເປັນຂະແໜງການ ປາຍແຫລມຂອງເສດຖະກິດແຫ່ງຊາດ, ພວກເຮົາສາມາດຍາດໄດ້ຜົນງານໃນຫລາຍໆດ້ານ, ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດຢ່າງຕັ້ງໜ້າ ແນໃສ່ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ສ້າງຄວາມສີວິໄລ, ຍຸຕິທຳ, ຄວາມໝັ້ນຄົງ ແລະຮຸ່ງເຮືອງຂອງປະເທດເຮົາ.
ຄຽງຄູ່ກັບຜົນສຳເລັດອັນຕັ້ງໜ້າຄືດັ່ງກ່າວຂ້າງເທິງນັ້ນ ພວກເຮົາກໍຍັງຫຼາຍບັນຫາທີ່ເປັນຂໍ້ຄົງ ຄ້າງ ເນື່ອງຈາກຂະແໜງການ ຍທຂ ເປັນຂະແໜງການທີ່ຮັບຜິດຊອບ ໃນການສ້າງພື້ນ ຖານໂຄງລ່າງເສດຖະກິດ ຕິດພັນກັບການໃຫ້ບໍລິການຕໍ່ສັງຄົມ, ຕໍ່ປະຊາຊົນບັນດາເຜົ່າ ແລະ ການປະຕິບັດນະໂຍບາຍເຊື່ອມໂຍງ-ເຊື່ອມຈອດ ຄື: (1) ໃນການຄຸ້ມຄອງແຜນການ-ງົບປະມານ ເຖິງວ່າພວກເຮົາຈະພະຍາຍາມໃນການປັບປຸງການປະຕິບັດວິໃນແຜນການຂອງກະຊວງ ແຕ່ສະພາບໂດຍລວມຍັງບໍ່ທັນໄດ້ຮັບການແກ້ໄຂໃຫ້ດີຂື້ນຕາມຄາດໝາຍເທື່ອ; (2) ການຈັດຕັ້ງປະຕິບັດແກ້ໄຂວຽກງານວິຊາສະເພາະຢູ່ບາງກົມກອງ ແລະ ບາງພະແນກ ຍທຂ ຈຳນວນໜຶ່ງຍັງມີລັກສະນະຊັກຊ້າ, ການຈັດຕັ້ງປະຕິບັດບາງໂຄງການກໍ່ສ້າງ ຍັງບໍ່ໄດ້ຕາມແຜນ ການ; ບາງໂຄງການມູນຄ່າຍັງບໍ່ທັນສົມເຫດສົມຜົນ ສະແດງອອກໃນໂຄງກນກໍ່ສ້າງຂົວ-ທາງ ຈໍານວນໜື່ງມີມູນຄ່າແພງເກີນຄວາມເປັນຈິງ ແລະ ຄຸນະພາບຕໍ່າ; (3) ການກໍານົດລາຄາຫົວໜ່ວຍກໍ່ສ້າງ ແລະສ້ອມແປງຂົວ-ທາງ, ເຄຫາສະຖານ ແລະ ທາງນໍ້າ ຍັງບໍ່ທັນໄດ້ປັບປຸງໃຫ້ແທດເໝາະ ກັບລາຄາຕົວຈິງໃນທ້ອງຕະຫຼາດປະຈຸບັນ; (4) ການຄຸ້ມຄອງ ຜັງເມືອງ ແລະການປຸກສ້າງຍັງບໍ່ເຄັ່ງຄັດ ແລະຂາດການຕິດຕາມ ກວດກາຢ່າງໃກ້ຊິດ; ບັນຫາຄຸ້ມຄອງການຂົນສົ່ງໂດຍສານ ແລະສະຖານີຂົນສົ່ງໂດຍສານ ເກີດມີຂໍ້ຂັດແຍ່ງລະຫວ່າງ ພາຍໃນພາກທຸລະກິດດ້ວຍກັນ; (5) ຍັງບໍ່ທັນມີເຈົ້າໜ້າທີ່ ຍທຂ ເພື່ອເຮັດໜ້າທີ່ກວດກາຕົວ ຈິງຕາມຂະແໜງການໄດ້ ຈື່ງພາໃຫ້ມີການລະເມີດລະບຽບກົດໝາຍ ແລະການແກ້ໄຂການຈະລາ ຈອນແອອັດ ແລະອຸປະຕິເຫດຕາມທ້ອງຖະໜົນຍັງບໍ່ທັນບັນລຸເປົ້າໝາຍ.
ສະນັ້ນ, ເພື່ອບັນລຸໄດ້ຄາດໝາຍໃນການແກ້ໄຂບັນຫາຄົງຄ້າງ ໃນຊຸມປີຕໍ່ໜ້າ, ກ່ອນອື່ນໝົດ ພວກເຮົາຕ້ອງໄດ້ບຸກທະລຸດ້ານຈິນຕະນາການ ໂດຍສຸມໃສ່ແກ້ໄຂບັນຫາແບບ ຍືນຍົງ ເລີ້ມຈາກການນຳນົດທາງອອກທີ່ຊັດເຈນ ໂດຍສະເພາະບັນຫາດ້ານນະໂຍບາຍ ຈາກນັ້ນ ຕ້ອງຫັນໃຫ້ເປັນນິຕິກໍາ, ກົນໄກ ແລະວິທີຈັດຕັ້ງປະຕິບັດ ພ້ອມທັງກໍານົດແຜນໜ້າວຽກ ຈຸດສຸມທີ່ຊັດເຈນ ໃນປີ 2017 ບົນພື້ນຖານວິໄສທັດ ຮອດປີ 2030, ແຜນຍຸດທະສາດ10 ປີ (2016-2025) ແລະ ແຜນການ 5 ປີ (2016-2020) ຂອງຂະແໜງການ ຍທຂ ດັ່ງຄຳຂັວນທີ່ວ່າ: “ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫລມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ” ມີດັ່ງນີ້: (1) ບັນດາກົມ, ກອງ, ສະຖາບັນ ແລະຫົວໜ່ວຍທຸລະກິດຕ່າງໆ ອ້ອມຂ້ອງກະຊວງ ແລະ ທ້ອງຖິ່ນ ທີ່ເປັນເຈົ້າການໃນການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນຂອງລັດ ຕ້ອງເພີ່ມທະວີຄວາມ ຮັບຜິດຊອບໃນການຕິດຕາມໂຄງການທີ່ນອນໃນຄວາມຮັບຜິດຊອບໃຫ້ສຳເລັດຕາມແຜນທີ່ວາງໄວ້; (2) ເພີ່ມທະວີປະຕິບັດຕາມ 5 ໜ້າທີ່ຄຸ້ມຄອງມະຫາພາກ ຂອງ ກະຊວງ ຍທຂ, ໃນນີ້ ຕ້ອງເລັ່ງໃສ່ການສ້າງ ແລະປັບປຸງກົດໝາຍ ລວມທັງບັນດານິຕິກໍາລຸ່ມກົດໝາຍ ເປັນຕົ້ນແມ່ນ ການສ້າງນິຕິກໍາປະຕິບັດວິໄນແຜນການ ຂອງຂະແໜງການ ຍທຂ, ລະບຽບການຄຸ້ມຄອງ ການຂົນສົ່ງ, ລະບຽບການ ຄຸ້ມຄອງຄຸມຄອງໂຄງການກໍ່ສ້າງ-ຄຸ້ມຄອງ ບໍລິສັດຮັບ ເໝົາ-ບໍລິສັດທີ່ປຶກສາ, ກໍານົດມາດຕະຖານເຕັກນິກ-ລາຄາຫົວໜ່ວຍກໍ່ສ້າງ ໃຫ້ແທດເໝາະກັບ ສະພາບການຕົວຈິງ; (3) ສົ່ງເສີມໃຫ້ວິສາຫະກິດໃນຂະແໜງການ ຍທຂ ດໍາເນີນທຸລະກິດໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະມີຄຸນນະພາບ ຄຽງຄູ່ກັນນັ້ນ ກໍ່ຕ້ອງໄດ້ແກ້ໄຂບັນຫາທາງດ້ານການເງິນທີ່ຍັງຄົງຄ້າງ ເພື່ອເຮັດໃຫ້ບັນດາຫົວໜ່ວຍ ວິສາຫະກິດດັ່ງກ່າວ ສາມາດສືບຕໍ່ດໍາເນີນທຸລະກິດ ແລະເປັນກໍາລັງແຮງໃນວຽກງານ ໂຍທາທິການ ແລະຂົນສົ່ງ; (4) ສືບຕໍ່ດໍາເນີນມາດຕະການແກ້ໄຂບັນຫາຄົງຄ້າງ ຂອງຂະແໜງການ ຍທຂ ໃຫ້ໝົດໄປເທື່ອລະກ້າວ.